ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແມ່ນໜຶ່ງໃນ 3 ບຸກທະລຸຍຸດທະສາດ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ເພີ່ມເຕີມ ແລະ ຫັນເປັນລະອຽດໃຫ້ສອດຄ່ອງກັບໄລຍະພັດທະນາໃໝ່, ເພື່ອປະຕິບັດບັນດາເປົ້າໝາຍຈຸດສຸມ ແລະ ມາດຕະການຕົ້ນຕໍໃນໄລຍະຈະມາເຖິງ.
ທ່ານ ຟຸ່ງຊວັນຍະ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ກ່າວຄຳເຫັນທີ່ວາລະປຶກສາຫາລື (ພາບ: TTXVN)
ວົງການປັນຍາຊົນຖືວ່າ ນີ້ແມ່ນການກຳນົດທິດທີ່ຖືກຕ້ອງ ເພື່ອປະຕິບັດບັນດາເປົ້າໝາຍຍຸດທະສາດພັດທະນາປະເທດຊາດ ເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກຢ່າງມີໄຊ. ທ່ານ ປອ ຫງວຽນຕູ່ງເລິມ, ປະທານສະມາຄົມຈິດຕະການສຶກສາ ຮ່າໂນ້ຍ ກ່າວວ່າ:
“ມີວຽກງານ 3 ຢ່າງທີ່ພວກເຮົາຄວນປະຕິບັດຢ່າງຄົບຊຸດ. ທຳອິດແມ່ນຕ້ອງປ່ຽນແປງກົນໄກຄຸ້ມຄອງ, ສ້າງເງື່ອນໄຂສະດວກໃຫ້ຂະແໜງສຶກສາພັດທະນາຢ່າງວ່ອງໄວ. ທີສອງແມ່ນປ່ຽນແປງຮູບແບບການສ້າງຖັນແຖວຄູອາຈານ, ພະນັກງານຄຸ້ມຄອງ. ທີສາມແມ່ນ ແຕ່ລະທ້ອງຖິ່ນຕ້ອງເອົາໃຈໃສ່ກ່ຽວກັບພື້ນຖານວັດຖຸທີ່ຈຳເປັນ. ພ້ອມກັນນັ້ນ ກໍແມ່ນປັດໄຈຄອບຄົວ, ໂຮງຮຽນ ແລະ ສັງຄົມພ້ອມກັນເຂົ້າຮ່ວມການສຶກສາ”.
(ແຫຼ່ງຄັດຈາກ VOV)