ຂ່າວສານ

ປະ​ທ​ານ​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ອວຍ​ພອນ​ຜູ້​ມີ​ຍົກ​ຖາ​ບັນ​ດາ​ສັກ ແລະ ​ຊາວ​ມຸດສະ​​ລິມ

ໃນປີຜ່ານມາ, ຊາວມຸດສະລິມ ຫວຽດນາມ ຍາມໃດກໍ່ໄດ້ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝານຂອງລັດເປັນຢ່າງດີ; ຕັ້ງໜ້າພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ; ກໍ່ສ້າງຊົນນະບົດໃໝ່…

ທ່ານໂ ດວັນຈຽນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ. (ພາບ: TTXVN)

  ເນື່ອງໃນໂອກາດຊາວອິດຊະລາມ ຫວຽດນາມ ຕ້ອບຮັບວັນບຸນ Raya Eidil Adha ປີ 1442.HL (ປີ 2021),  ວັນທີ 16 ກໍລະກົດ , ຕາງໜ້າໃຫ້ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ທ່ານໂດວັນຈຽນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຝາກຈົດໝາບພອບພອນໄປຍັງຜູ້ມີຍົດຖະບັນດາສັກ ແລະ ຊາວມຸດສະລິມ ຫວຽດນາມ ໝົດທຸກຄົນ. ໃນຈົດໝາຍ, ທ່ານປະທານ ໂດວັນຈຽນ ຊີ້ແຈ້ງວ່າ, ໃນປີຜ່ານມາ, ຊາວມຸດສະລິມ ຫວຽດນາມ ຍາມໃດກໍ່ໄດ້ປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ ແລະ ກົດໝານຂອງລັດເປັນຢ່າງດີ; ຕັ້ງໜ້າພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ; ກໍ່ສ້າງຊົນນະບົດໃໝ່… ທ່ານປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດວັນຈຽນ ປາດຖະໜາວ່າ ຊາວມຸດສະລິມ ຫວຽດນາມ ຍາມດກໍ່ “ຢູ່ໃນສິນ ກິນໃນທຳ”, ພ້ອມກັບ ປຊຊ ທົ່ວປະເທດ ສືບຕໍ່ຂ້ຽວຂາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ດ້ວຍຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”; ເສີມຂະຫຍາຍນ້ຳໃຈສາມັກຄີ, ມານະພະຍາຍາມບືນຕົວຂຶ້ນ; ຍູ້ແຮງການພັດທະນາການຜະລິດ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ ເພື່ອມີຊີວິດນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກ.
(ແຫຼ່ງຄັດຈາກ VOV)

top