ທ່ານປະທານາທິບໍດີ ອາເມລິກາ Donald Trump ຄາດວ່າຈະເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບເຂດ ກາຊາ ຢູ່ ອີຢິບ ໃນທ້າຍອາທິດຈະມາເຖິງ, ສຸມໃສ່ອະນາຄົດຂອງ ກາຊາ ພາຍຫຼັງການປະທະກັນ.
ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະເດີນທາງໄປຍັງ ອິດສະຣາແອັນ ໃນວັນທີ 13 ຕຸລາ (ພາບ: Reuters)
ໃນກອງປະຊຸມສຸດຍອດກ່ຽວກັບເຂດ ກາຊາ, ໂດຍທ່ານປະທານາທິບໍດີ ອີຢິບ Abdel Fattah El-Sisi ເປັນປະທານ, ຄາດວ່າຈະດຳເນີນໃນວັນທີ 14 ຕຸລາ ຫຼື ໄວກວ່າ ແນໃສ່ຈຸດປະສົງລະດົມການສະໜັບສະໜູນຈາກສາກົນຕໍ່ແຜນການ 20 ຂໍ້ ກ່ຽວກັບເຂດ ກາຊາຂອງທ່ານປະທານາທິບໍດີ Donald Trump ຢ່າງກວ້າງຂວາງກວ່າ, ເຊິ່ງພວມປະເຊີນໜ້າກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງ ແລະ ສ້າງເຂດ ກາຊາ ຄືນໃໝ່ ພາຍຫຼັງປະທະກັນ. ຄາດວ່າ ຈະມີການເຂົ້າຮ່ວມຂອງບັນດາການນຳ ຫຼື ລັດຖະມົນຕີຂອງບັນດາປະເທດຄື: ອັງກິດ, ຝລັ່ງ, ເຢຍລະມັນ, ອີຕາລີ, ອາຣັບບີ ຊະອຸດິ, ກາຕາ, ສະຫະລັດ ອາຣັບ ເອມມີເລດ (UAE), ຈໍແດນ, ຕວັກກີ, ປາກິດສະຖານ ແລະ ອິນໂດເນເຊຍ.
ຄາດວ່າ, ທ່ານປະທານາທິບໍດີ Donald Trump ຈະເດີນທາງໄປຍັງ ອິດສະຣາແອັນ ໃນວັນທີ 13 ຕຸລາ, ມີບົດກ່າວຄຳເຫັນຢູ່ສະພາແຫ່ງຊາດ ອິດສະຣາແອັນ ແລະ ພົບປະກັບຄອບຄົວບັນດາຕົວປະກັນອິດສະຣາແອັນ. ຕອນບ່າຍຂອງວັນດຽວກັນ, ທ່ານປະທານາທິບໍດີ Donald Trump ຄາດວ່າ ຈະໄປ ອີຢິບ, ພົບປະກັບທ່ານປະທານາທິບໍດີ Abdel Fattah El-Sisi ແລະ ເຂົ້າຮ່ວມພິທີລົງນາມພ້ອມກັບບັນດາຝ່າຍຄ້ຳປະກັນອື່ນຂອງຂໍ້ຕົກລົງສັນຕິພາບ ກາຊາ ນັ້ນແມ່ນ ອີຢິບ, ກາຕາ ແລະ ຕວັກກີ.