ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຈີນ

ຕອນ​ຄ່ຳ​ວັນ​ທີ 19 ພຶດ​ສະ​ພາ, ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ໄດ້​ເດີນ​ທາງ​ໄປ​ຮອດ ປັກ​ກິ່ງ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່​ຈີນ ໃນ 2 ວັນ.
  ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ແລະ ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຈີນ ຫວາງອີ ໃນ​ພິ​ທີ​ຕ້ອນ​ຮັບ​ຢູ່​ສະ​ໜາມ​ບິນ ປັກ​ກິ່ງ ໃນ​ວັນ​ທີ 19 ພຶດ​ສະ​ພາ (ພາບ: Sputnik/Vladimir Smirnov/REUTERS)  

ທ່ານ ກົວ​ຈາ​ກວນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ຢັ້ງ​ຢືນ​ວ່າ ປັກ​ກິ່ງ ຊົມ​ເຊີຍ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ການ​ນຳ ລັດ​ເຊຍ, ໂດຍ​ໃຫ້​ຮູ້​ວ່າ ພາຍ​ໃຕ້​ການ​ນຳ​ພາ​ຍຸດ​ທະ​ສາດ​ຂອງ​ທ່ານ ສີ​ຈີ້ນ​ຜິງ ປະ​ທາ​ນ​ປະ​ເທດ ຈີນ ແລະ ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ນັ້ນ, ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສົມ​ທົບ​ຍຸດ​ທະ​ສາດ​ຮອບ​ດ້ານ ຈີນ - ລັດ​ເຊຍ ໃນ​ຍຸກ​ສະ​ໄໝ​ໃໝ່​ໄດ້​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໄດ້​ຮັບ​ການ​ເປີດກວ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ.

“ປີ 2026 ແມ່ນ​ປີ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ສົມ​ທົບ​ຍຸດ​ທະ​ສາດ ຈີນ - ລັດ​ເຊຍ, 25 ປີ​ ແຫ່ງ​ການເຊັນ​ສົນ​ທິ​ສັນ​ຍາ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືທີ່​ເປັນ​ມິດ ຈ​ີນ - ລັດ​ເຊຍ, ກໍ​ຄື​ເລີ່ມ​ເຄື່ອນ​ໄຫວ “ປີ​ແຫ່ງ​ການ​ສຶກ​ສາ ຈີນ - ລັດ​ເຊຍ”. ສອງ​ຝ່າຍ ຈະ​ກຳ​ແໜ້ນ​ໂອ​ກາດ​ນີ້, ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ່າ ແລະ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່​, ປະ​ກອບ​ສ່ວນ​ນຳ​ມາ​ເຊິ່ງ​ຄວາມ​ໝັ້ນ​ທ່ຽງ ແລະ ພະ​ລັງ​ງານ​ທີ່​ຕັ້ງ​ກວ່າ​ໃຫ້​ແກ່​ໂລກ”.

ຕາມ​ວັງ Kremlin ແລ້ວ, ໃນເວ​ລາ 2 ວັນ​ຢູ່​ຢ້ຽມ​ຢາມ ປັກ​ກິ່ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ໄດ້​ພົບ​ປະ​ກັບ​ທ່ານ​ປະ​ທານປະ​ເທດ ຈີນ ສີ​ຈີ້ນ​ຜິງ, ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ, ພ້ອມ​ທັງ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ.

ການ​ນຳ ລັດ​ເຊຍ ກໍ​ໄດ້​ພົບ​ປະ​ກັບ​ທ່ານ ຫຼີ​ຊຽນ ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີນ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່ ຈີນ, ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ການ​ຄ້າ ແລະ ເສດ​ຖະ​ກິດ.

ພາຍຫຼັງ​ສິ້ນ​ສຸດ​ການ​ພົບ​ປະ​ສົນ​ທະ​ນາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin ແລະ ທ່ານ​ປະ​ທານ​ປະ​ເທດ ສີ​ຈີ້ນ​ຜິງ ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ຮ່ວມ ແນ​ໃສ່​ຮັດ​ແໜ້ນ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດຫຼາຍກວ່າ​ອີກ./.


top