ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ເດີນ​ທາງໄປ​ຍັງ Krusk ຄັ້ງ​ທຳ​ອິດ, ອອກ​ຄຳ​ສັ່ງ​ປົດ​ປ່ອຍ Kursk

ກອງທັບສະຫະພັນ ລັດເຊຍ ຕ້ອງຕີໃຫ້ກອງທັບ ຢູແກຼນ ຢູ່ເຂດ Kursk ປະລາໄຊຢ່າງວ່ອງໄວ ແລະ ສ້າງຕັ້ງເຂດປອດໄພສຳລັບເຂດນີ້.

ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin (ພາບ: ວັງ Kremlin)
ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເດີນທາງໄປຍັງແຂວງ Kursk ຢູ່ທາງທິດຕາເວັນຕົກປະເທດນີ້ເປັນຄັ້ງທຳອິດ ນັບແຕ່ເມື່ອກຳລັງ ຢູແກຼນ ຢຶດຄອງບາງເຂດດິນແດນໃນຂົງເຂດນີ້. ຕາມສຳນັກຂ່າວສານແຫ່ງລັດ ສະຫະພັນ ລັດເຊຍ TASS ວັນທີ 13 ມີນາ, ດ້ວຍຖານະເປັນຜູ້ບັນຊາການສູງສຸດ, ທ່ານປະທານາທິບໍດີ Vladimir Putin ໄດ້ອອກຖະແຫຼງການໃນການຢ້ຽມຢາມກອງບັນຊາການຂອງກຸ່ມສູ້ຮົບ Kursk ວ່າ ກອງທັບສະຫະພັນ ລັດເຊຍ ຕ້ອງຕີໃຫ້ກອງທັບ ຢູແກຼນ ຢູ່ເຂດ Kursk ປະລາໄຊຢ່າງວ່ອງໄວ ແລະ ສ້າງຕັ້ງເຂດປອດໄພສຳລັບເຂດນີ້.  ການນຳສະຫະພັນ ລັດເຊຍ ເຊື່ອໝັ້ນວ່າ “ບັນດາໜ້າທີ່ສູ້ຮົບເຊິ່ງກຳລັງ ລັດເຊຍ ພວມປະເຊີນໜ້າ ແນ່ນອນວ່າຈະໄດ້ປະຕິບັດສຳເລັດ ແລະ ເຂດ Kursk ຈະໄດ້ຮັບການປົດປ່ອຍໂດຍໄວ”.


top