ຂ່າວສານ

ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ​ສະ​ໜັບ​ສະ​ໜູນ​ການ​ຮັກ​ສາ​ບັນ​ດາ​ການ​ພົບ​ປະ​ກັບ​ຝ່າຍ ຢູ​ແກຼນ

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ການບຸກໂຈມຕີຂອງຝ່າຍ ຢູແກຼນ, ສິ່ງສຳຄັນທີ່ສຸດແມ່ນສືບຕໍ່ບັນດາການພົບປະຢູ່ຂັ້ນວິຊາການ ກັບ ກີແອັບ.
(ພາບ: Sputnik/Gavriil Grigorov/Pool via REUTERS)
ໃນບົດກ່າວປາໄສໃນວັນທີ 5 ມິຖຸນາ, ທ່ານ Dmitry Peskov ໂຄສົກວັງ Kremlin ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ສະໜັບສະໜູນທັດສະນະທີ່ວ່າຕ້ອງຮັກສາບັນດາການພົບປະຂັ້ນວິຊາການກັບ ຝ່າຍຢູແກຼນ ໂດຍບໍ່ຫົວຊາຕໍ່ບັນດາການຜັນແປໃໝ່ໃນການປະທະກັນປັດຈຸບັນ. ທ່ານ Peskov ໃຫ້ຮູ້ຕື່ມອີກວ່າ ຢູ່ກອງປະຊຸມກອ່ນນັ້ນ 1 ວັນ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ການບຸກໂຈມຕີຂອງຝ່າຍ ຢູແກຼນ, ສິ່ງສຳຄັນທີ່ສຸດແມ່ນສືບຕໍ່ບັນດາການພົບປະຢູ່ຂັ້ນວິຊາການ ກັບ ກີແອັບ. ທ່ານ ກໍ່ເນັ້ນວ່າ ລັດເຊຍ ຈະບໍ່ປະນີປະນອມທຸກການກະທຳ ຂອງຝ່າຍ ຢູແກຼນ ທີ່ເຮັດໃຫ້ຄວາມເຄັງຕຶ່ງເພີ່ມຂຶ້ນ ແນໃສ່ທຳລາຍວິວັດການເຈລະຈາ ແລະ ຈະນຳໃຊ້ທຸກມາດຕະການ, ໃນນັ້ນມີທັງການໂອ້ລົມສົນທະນາ, ເພື່ອບັນລຸໄດ້ບັນດາເປົ້າໝາຍຂອງການເຄື່ອນໄຫວການທະຫານພິເສດ.

top