ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ ໃນອາຍຸການນີ້, ກຳມາທິການເສດຖະກິດ ແລະ ການເງິນ ຕ້ອງຄັດເລືອກຈຸດສຸມການຕິດຕາມກວດກາໂດຍມີລັກສະນະຍຸດທະສາດ, ສຸມໃສ່ການຕິດຕາມກວດກາບັນດາຂົງເຂດທີ່ມີຄວາມສ່ຽງສູງ, ສົ່ງຜົນກະທົບຫຼາຍ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການເຮັດວຽກ
ເມື່ອກ່າວຄຳເຫັນໃນການເຮັດວຽກກັບ ຄະນະປະຈຳກຳມາທິການເສດຖະກິດ ແລະ ການເງິນ ຂອງສະພາແຫ່ງຊາດ ຫວຽດນາມ ກ່ຽວກັບໜ້າທີ່ຈຸດສຸມປີ 2026 ແລະ ອາຍຸການ 2026 – 2031, ຕອນເຊົ້າວັນທີ 20 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ຕີລາຄາສູງຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບຂອງກຳມາທິການໃນໄລຍະຜ່ານມາ. ກ່ຽວກັບໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ກຳມາທິການສືບຕໍ່ເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ມະຕິກອງປະຊຸມໃຫຍ່ອົງຄະນະພັກກຳມາທິການເສດຖະກິດ ແລະ ການເງິນ ຄັ້ງທີ 1, ອາຍຸການ 2025 – 2030; ຜັນຂະຫຍາຍໂຄງການສ້າງກົດໝາຍອາຍຸການສະພາແຫ່ງຊາດຊຸດທີ XVI.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສະເໜີວ່າ ໃນອາຍຸການນີ້, ກຳມາທິການເສດຖະກິດ ແລະ ການເງິນ ຕ້ອງຄັດເລືອກຈຸດສຸມການຕິດຕາມກວດກາໂດຍມີລັກສະນະຍຸດທະສາດ, ສຸມໃສ່ການຕິດຕາມກວດກາບັນດາຂົງເຂດທີ່ມີຄວາມສ່ຽງສູງ, ສົ່ງຜົນກະທົບຫຼາຍ.
“ກຳມາທິການຕ້ອງໜູນຊ່ວຍສະພາແຫ່ງຊາດສ້າງບັນດາກົນໄກທີ່ມີຄວາມປອດໄພຢ່າງພຽງພໍເພື່ອພັດທະນາ, ມີໄຫວພິບຢ່າງພຽງພໍເພື່ອລຸລ່ວງແຫຼ່ງກຳລັງ, ມີຄວາມຈະແຈ້ງຢ່າງພຽງພໍເພື່ອຄວບຄຸມຄວາມສ່ຽງ, ມີຄວາມຮັບຜິດຊອບຢ່າງພຽງພໍເພື່ອຫຼີກລ້ຽງການຮົ່ວໄຫຼ, ຟຸມເຟືອຍ”.