ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ມາ​ເລ​ເຊຍ​, ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA – 46 ຢ່າງ​ຈົບ​ງາມ

ເຂົ້າຮ່ວມ AIPA – 46, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນສານຢ່າງແຮງວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ.
ທ່ານປະທານສະພາສູງ ມາເລເຊຍ Dato’ Awang Bemee Awang Ali Basah ສົ່ງອຳລາທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ພັນລະຍາ 

ຕອນເຊົ້າວັນທີ 20 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມດ້ວຍພັນລະຍາ ທ່ານນາງ ຫງວຽນທິແທັງງາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ກົວລາ ລຳເປີ, ສິ້ນສຸດການເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 46 (AIPA 46) ແລະ ຢ້ຽມຢາມ ມາເລເຊຍ ຢ່າງເປັນທາງການ.

        ເຂົ້າຮ່ວມ AIPA – 46, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຢັ້ງຢືນສານຢ່າງແຮງວ່າ ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບ AIPA ເພື່ອຫັນວິໄສທັດ ແລະ ຄວາມຄາດຫວັງຂອງ ອາຊຽນ ໃຫ້ປະກົດຜົນເປັນຈິງ. ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການ, ເພີ່ມທະວີການເຈລະຈາ ແລະ ການຮ່ວມມືໃນທຸກລະດັບເພື່ອສ້າງປະຊາຄົມ ອາຊຽນ ພັດທະນາແບບກວມລວມ, ຍືນຍົງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຖືປະຊາຊົນເປັນໃຈກາງ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຖືວ່າ ດ້ວຍຄວາມສາມັກຄີ ແລະ ຄວາມຕັດສິນໃຈຂອງບັນດາລັດຖະສະພາສະມາຊິກ, AIPA 46  ຈະບັນລຸໄດ້ບັນດາໝາກຜົນສຳຄັນ, ນຳ ອາຊຽນ ຫຍັບເຂົ້າໃກ້ກັບອະນາຄົດເຕີບໂຕແບບກວມລວມ, ຍືນຍົງ ແລະ ວັດທະນາຖາວອນກວ່າ.


top