ຕອນບ່າຍວັນທີ 15 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນ ຊີອານ, ແຂວງ ເສິນຊີກັບຄືນເມືອປະເທດ, ສິ້ນສຸດການຢ້ຽມຢາມ ຈີນຢ່າງເປັນທາງການ.
ປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ສິ້ນສຸດການຢ້ຽມຢາມຈີນ ຢ່າງຈົບງາມ. (ພາບ: VNA)
ຕອນບ່າຍວັນທີ 15 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກນະຄອນ ຊີອານ, ແຂວງ ເສິນຊີກັບຄືນເມືອປະເທດ, ສິ້ນສຸດການຢ້ຽມຢາມ ຈີນຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ຄະນະກຳມະການຮ່ວມມື ລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນ ທົ່ວປະເທດ ຈີນ ຕາມຄຳເຊື້ອເຊີນຂອງທ່ານ ເຈົ້າເລີ້ຈີ້ ກຳມະການຄະນະປະຈຳ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ.
ທີ່ການຢ້ຽມຢາມ, ຢູ່ປັກກິ່ງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີຫຼີຊຽງ, ທ່ານ ຫວາງຮູ້ໜິງ ກຳມະການ ສະພາປຶກສາການເມືອງປະຊາຊົນຈີນ, ພົບປະເຈລະຈາກັບທ່ານ ເຈົ້າເລີ້ຈີ້ ປະທານຄະນະປະຈຳ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 2 ຄະນະຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດ ຈີນ, ຕ້ອນຮັບບັນດາສະມາຊິກລັດຖະສະພາມິດຕະພາບ ຈີນ.