ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດນາມ ​ຕ້ອນ​ຮັບ ປະທານສານ​ປະ​ຊາ​ຊົນ​ສູງ​ສຸດ ລາວ

ທີ່ການຕ້ອນຮັບ ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ, ທ່ານຕີລາຄາສູງເລື່ອງສານປະຊາຊົນສູງສຸດ ສອງປະເທດ ລົງນາມບົດບັນທຶກຊ່ວຍຈຳສະບັບໃໝ່.
ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໃຫ້ການຕ້ອນຮັບ ທ່ານ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ແຫ່ງ ສປປ.ລາວ

ຕອນບ່າຍວັນທີ 29 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານ ນາງ ວຽງທອງ ສີພັນດອນ ເລຂາທິການສູນກາງພັກ, ປະທານສານປະຊາຊົນສູງສຸດ ແຫ່ງ ສປປ.ລາວ ແລະ ຄະນະຜູ້ແທນສານປະຊາຊົນສູງສຸດ ລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 28 – 31 ຕຸລາ 2025.

ທີ່ການຕ້ອນຮັບ ທ່ານ ເຈິ່ນແທັງເໝິນ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ແລະ ລາວ, ທ່ານຕີລາຄາສູງເລື່ອງສານປະຊາຊົນສູງສຸດ ສອງປະເທດ ລົງນາມບົດບັນທຶກຊ່ວຍຈຳສະບັບໃໝ່.

ສ່ວນທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ແຫ່ງ ສປປ.ລາວ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ຈະເອົາໃຈໃສ່ ແລະ ກຳນົດທິດເພື່ອໃຫ້ຂະແໜງສານສອງປະເທດພ້ອມກັນພັດທະນາ.


top