ຕອນບ່າຍວັນທີ 18 ທັນວາ, ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ ນຳໜ້າໄດ້, ຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຊອກຈັງ.
ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ກ່າວຄຳເຫັນທີ່ການຕ້ອນຮັບ
ທີ່ການຕ້ອນຮັບ, ທ່ານ ເລິມວັນເມິນ ເລຂາຄະນະພັກແຂວງ ຊອກຈັງ ໄດ້ແຈ້ງໃຫ້ຄະນະຮັບຊາບວ່າ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເວົ້າລວມ ແລະ ແຂວງຊອກຈັງເວົ້າສະເພາະມີທ່າແຮງກ່ຽວກັບການຜະລິດກະສິກຳ. ປີ 2024, ຍອດສະມັດຕະພາບເຂົ້າສານຂອງແຂວງ ຊອກຈັງບັນລຸເກືອບ 2,2 ລ້ານໂຕນ. ວົງເງິນ ສົ່ງອອກຂອງແຂວງບັນລຸ 1,8 ຕື້ USD, ພິເສດເຂົ້າສານ ST25 ຄ້ວາໄດ້ລາງວັນເຂົ້າກອມແຊບທີ່ສຸດໃນໂລກເປັນສອງຄັ້ງ. ໄປຄຽງຄູ່ກັບຜະລິດຕະພັນເຂົ້າສານ ST25, ທາງແຂວງຊອກຈັງ ຍັງມີທ່າແຮງກ່ຽວກັບການສົ່ງອອກໝາກໄມ້. ທ່ານ ເລິມວັນເມິນ ຫວັງວ່າແຂວງ ຊອກຈັງຈະມີໂອກາດຮ່ວມມືກັບສະພາແຫ່ງຊາດ, ລັດຖະບານ ແລະ ບັນດານັກລົງທຶນລາວ ດ້ວຍບັນດາໂຄງການ, ກິດຈະກຳລະອຽດ, ແທດຈິງໃນຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ຫຼາຍຂົງເຂດອື່ນໆ.
ສ່ວນທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເນັ້ນໜັກວ່າສອງຝ່າຍອາດຈະຮ່ວມມືກັນໃນຂົງເຂດພະລັງງານສະອາດ ແລະ ບັນດາໂຄງການກະສິກຳ, ທ່ານໄດ້ອວຍພອນໃຫ້ແຂວງຊອກຈັງນັບມື້ນັບພັດທະນາຮັ່ງມີເຂັ້ມແຂງ.