ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ​ພົບ​ປະ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ແລະ ການ​ນຳ​ຄຸ້ມ​ຄອງ​​ຍິງຂອງ​ສະ​ພາ​ແຫ່ງ​ຊາດ

ພັກໄດ້ມີຫຼາຍມະຕິ, ຄຳສັ່ງແມ່ນຕ້ອງເອົາໃຈໃສ່ຫຼາຍກ່ວາອີກຕໍ່ພະນັກງານຍິງດ້ານຈິດໃຈ ແລະ ວັດຖຸ, ສ້າງເງື່ອນໄຂສະດວກເພື່ອໃຫ້ແມ່ຍິງມີເງື່ອນໄຂອຸທິດສ່ວນ, ຮ່ຳຮຽນ, ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ການພົບປະ

ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ (08/3/1910 - 08/3/2025), ຕອນເຊົ້າວັນທີ 6 ມີນາ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ພົບປະກັບສະມາຊິກສະພາແຫ່ງຊາດຍິງຂັ້ນສູນກາງ, ພະນັກງານຍິງໂດຍຄະນະປະຈຳສະພາແຫ່ງຊາດຄຸ້ມຄອງ ແລະ ການນຳເພດຂຶ້ນຂັ້ນກົມຂຶ້ນກັບສະພາຊົນເຜົ່າ, ບັນດາກຳມາທິການຂອງສະພາແຫ່ງຊາດ, ບັນດາອົງການຊ່ວຍວຽກຂອງອົງຄະນະພັກສະພາແຫ່ງຊາດ ແລະ ຫ້ອງວ່າການສະພາແຫ່ງຊາດ.

ກ່າວຄຳເຫັນນະທີ່ນີ້, ເຕື້ອງເຖິງມູນເຊື້ອແມ່ຍິງ ຫວຽດນາມ ທີ່ທ່ານປະທານໂຮ່ຈີມິນ ໄດ້ມອບ ຄຳສັບໃຫ້ນັ້ນແມ່ນ: “ວິລະຊົນ, ບໍ່ຍອມຈຳນົນ, ສັດຊື່ບໍລິສຸດເກັ່ງວຽກເຮືອນ”, ທ່ານປະທານສະພາແຫ່ງຊາດ ເຈິນແທັງເໝິ້ນ ເນັ້ນໜັກວ່າ ພັກໄດ້ມີຫຼາຍມະຕິ, ຄຳສັ່ງແມ່ນຕ້ອງເອົາໃຈໃສ່ຫຼາຍກ່ວາອີກຕໍ່ພະນັກງານຍິງດ້ານຈິດໃຈ ແລະ ວັດຖຸ, ສ້າງເງື່ອນໄຂສະດວກເພື່ອໃຫ້ແມ່ຍິງມີເງື່ອນໄຂອຸທິດສ່ວນ, ຮ່ຳຮຽນ, ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ:

ຄະນະກຳມາທິການປະຕິບັດວຽການສະມາຊິກສະພາແຫ່ງຊາດໃນອາຍຸການສະພາແຫ່ງຊາດຊຸດທີ XVI, ສະພາປະຊາຊົນບັນດາຂັ້ນ 2026 – 2031 ຕ້ອງປະຕິບັດບັນດາຄຳສັ່ງຂອງພັກກ່ຽວກັບອັດຕາສະມາຊິກສະພາແຫ່ງຊາດເພດຍິງ ທີ່ເຂົ້າຮ່ວມສະພາປະຊາຊົນທຸກຂັ້ນ, ອັດຕາເພດຍິງເຂົ້າຮ່ວມດຳລົງຕຳແໜ່ງເປັນການນຳຂອງສະພາແຫ່ງຊາດຢ່າງຖືກຕ້ອງ. ຂ້າພະເຈົ້າກໍ່ສະເໜີບັນດາຜູ້ແທນຕ້ອງເສີມຂະຫຍາຍຈິດໃຈສາມັກຄີ, ຮ່ວມແຮງຮ່ວມໃຈ, ສ້າງຫົວໜ່ວຍ, ສຳນັກງານໃຫ້ປອດໃສຢ່າງແທ້ຈິງ, ໝັ້ນຄົງເຂັ້ມແຂງ, ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ໃໝ່.


top