ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ​ປ​ປ.ລາວ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ AIPA – 45

ຕອນຄ່ຳວັນທີ 19 ຕຸລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບ່າຍ, ສິ້ນສຸດການຢ້ຽມຢາມ ສປປ.ລາວ ແລະ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45 ນັບແຕ່ວັນທີ 17 – 19 ຕຸລາ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບ່າຍ (ພາບ: TTXVN)

ດ້ວຍກວ່າ 20 ກິດຈະກຳການຢ້ຽມຢາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມປະຕິບັດສຳເລັດທຸກເປົ້າໝາຍຄຳຮຽກຮ້ອງທີ່ໄດ້ວາງອອກການຢ້ຽມຢາມອີກຄັ້ງໜຶ່ງຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກລັດ ຫວຽດນາມ ທີ່ຍາມໃດກໍໃຫ້ບຸລິມະສິດສູງສຸດ ແລະ ຖືເປັນສຳຄັນການພັດທະນາການພົວມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ ລາວການຢ້ຽມຢາມຍັງສະແດງໃຫ້ເຫັນການເຂົ້າຮ່ວມຢ່າງເປັນເຈົ້າການຕັ້ງໜ້າການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ພ້ອມກັບລັດຖະສະພາບັນດາປະເທດສະມາຊິກໃນການປັບປຸງບົດບາດເປັນໃຈກາງຄວາມສາມັກຄີ ແລະ ເປັນເອກະພາບໃນ ອາຊຽນ.

ກ່ອນໜ້ານັ້ນຕອນບ່າຍວັນທີ 19 ຕຸລາທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານປະທານລັດຖະສະພາ ເບລາຣຸດ Igor Sergeyenko ແລະ ພົບປະກັບທ່ານປະທານສະພາແຫ່ງຊາດ ໄທ.


top