ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ເຂົ້າ​ຮ່ວມ​ວາ​ລະ​ປະ​ຊຸມ​ທີ 2 ຂອງກອງ​ປະ​ຊຸມ​ບັນ​ດາ​ການ​ນຳ APEC ຄັ້ງ​ທີ 32

ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະເໜີ 5 ກຳນົດທິດໃຫຍ່ສຳລັບການຮ່ວມມືໃຫ້ແກ່ APEC.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເຂົ້າຮ່ວມວາລະປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 01 ພະຈິກ, ຢູ່ນະຄອນ Gyeongju, ສ.ເກົາຫຼີ, ໄດ້ດຳເນີນວາລະທີ 2 ຂອງກອງປະຊຸມບັນດາການນຳເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 32 ດ້ວຍການເຂົ້າຮ່ວມຂອງບັນດາການນຳ, ຫົວໜ້າຄະນະຜູ້ແທນຂອງ 21 ພື້ນຖານເສດຖະກິດສະມາຊິກ APEC.

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສະເໜີ 5 ກຳນົດທິດໃຫຍ່ສຳລັບການຮ່ວມມືໃຫ້ແກ່ APEC. ທ່ານເນັ້ນໜັກວ່າ:

        “ຕ້ອງສ້າງລະບົບນິເວດດີຈີຕອນທີ່ປອດໄພ, ເປັນໜ້າໄວ້ເນື້ອເຊື່ອໃຈ. ສ້າງກອບຂໍ້ກຳນົດລວມເພື່ອຮັກສາຄວາມລັບດ້ານຂໍ້ມູນ; ຮັບປະກັນແຫຼ່ງມູນໃຫ້ປອດໄພ, ຈະແຈ້ງ; ປົກປ້ອງພື້ນຖານໂຄງລ່າງເຕັກນິກດີຈີຕອນຕໍ່ໜ້າບັນດາຄວາມສ່ຽງທາງອິນເຕີເນັດ, ຊຸກຍູ້ການຮ່ວມມືລະຫວ່າງບັນດາພື້ນຖານເສດຖະກິດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງອິນເຕີເນັດ. ພວກຂ້າພະເຈົ້າຖືວ່າ, ໃນການໝູນໃຊ້ເຕັກໂນໂລຢີ, ສ້າງ ແລະ ຕ້ານນັ້ນ ຕ້ອງໄປຄຽງຄູ່ກັນ. ສຸດທ້າຍ, ຕາມຂ້າພະເຈົ້າແລ້ວ, ສິ່ງສຳຄັນທີ່ສຸດແມ່ນຕ້ອງມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ - ຄວາມເຊື່ອໝັ້ນຕໍ່ການຮ່ວມມືພ້ອມກັນໄຊຊະນະ, ຈະນຳພວກເຮົາບັນລຸໄດ້ໝາກຜົນດັ່ງຫວັງໃຫ້ແກ່ອະນາຄົດຂອງພາກພື້ນ ອາຊີ - ປາຊີຟິກ ທີ່ຂະຫຍັນຂັນເຄື່ອນ, ທັນສະໄໝ, ປອດໄພ, ຜາສຸກ ແລະ ວັດທະນາຖາວອນໃຫ້ແກ່ປະຊາຊົນທຸກຄົນ”.


top