ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ບັນ​ດາ​ປະ​ເທດ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ

ຕອນບ່າຍວັນທີ 03 ຕຸລາ, ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ການາດາ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຕ້ອນຮັບທ່ານ James Nickel ເອກອັກຄະລັດຖະທູດ ການາດາ

ໃນການຕ້ອນຮັບທ່ານ James Nickel ເອກອັກຄະລັດຖະທູດ ການາດາ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ຢັ້ງຢືນວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ ແມ່ນຍັງໃຫຍ່ຫຼວງຢູ່, ດັ່ງນັ້ນ, ທ່ານສະເໜີໃຫ້ທ່ານເອກອັກຄະລັດຖະທູດເຊື່ອມຕໍ່, ຊຸກຍູ້ວົງເງິນການຄ້າ 2 ຝ່າຍໃຫ້ສົມກັບກຳລັງບົ່ມຊ້ອນ, ທ່າໄດ້ປຽບຂອງແຕ່ລະປະເທດ.

        ສ່ວນທ່ານ James Nickel ເອກອັກຄະລັດຖະທູດ ການາດາ ຢັ້ງຢືນວ່າ ການາດາ ແບ່ງປັນກັບ ຫວຽດນາມ ກ່ຽວກັບການຮັກສາສັນຕິພາບ, ມິດຕະພາບການຮ່ວມມືພັດທະນາ; ພ້ອມທັງປາດຖະໜາສອງຝ່າຍຊຸກຍູ້ການພົວພັນຮ່ວມມືທາງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂໍ້ລິເລີ່ມສັນຕິພາບ; ກໍຄືຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ…

        ກໍໃນວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ຕ້ອນຮັບທ່ານ Pekka Voutilainen ເອກອັກຄະລັດຖະທູດ ແຟງລັງ ມາປະຕິບັດໜ້າທີ່ຢູ່ ຫວຽດນາມ. ພ້ອມດຽວກັນນັ້ນ, ທ່ານ ເລືອງເກື່ອງ ກໍໄດ້ຮັບສານຕາຕັ້ງຂອງເອກອັກຄະລັດຖະທູດ 4 ປະເທດ ທີ່ມາຈາກ Jamaica, Tunisia, Slovenia ແລະ Tajikistan. 


top