ຂ່າວສານ

ປະ​ທານ​ປະ​ເທດ ເລືອງ​ເກືອງ ເປັນ​ປະ​ທານກອງ​ປະ​ຊຸມ​ຄະ​ນະ​ຊີ້​ນຳ​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ​ສູນ​ກາງ

ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງໄດ້ຈັດກອງປະຊຸມຄັ້ງທີ 1 ປີ 2025 ເພືີ່ອຕີລາຄາໝາກຜົນຂອງວຽກງານປະຕິຮູບດ້ານຕຸລາການໃນໄລຍະຜ່ານມາ, ໜ້າທີ່ຈຸດສຸມຂອງວຽກງານປີ 2025.
ທ່ານປະທານປະເທດ ເລືອງເກືອງ ເປັນປະທານກອງປະຊຸມ (ພາບ: TTXVN)
ຕອນເຊົ້າວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບດ້ານຕຸລາການສູນກາງໄດ້ຈັດກອງປະຊຸມຄັ້ງທີ 1 ປີ 2025 ເພືີ່ອຕີລາຄາໝາກຜົນຂອງວຽກງານປະຕິຮູບດ້ານຕຸລາການໃນໄລຍະຜ່ານມາ, ໜ້າທີ່ຈຸດສຸມຂອງວຽກງານປີ 2025, ໂຄງການດຳເນີນງານໃນປີ 2025 ແລະ ກົດລະບຽບວຽກງານຕ່າງໆຂອງຄະນະຊີ້ນຳ, ປະກອບຄຳເຫັນໃສ່ບາງເນື້ອໃນທີ່ກ່ຽວຂ້ອງເຖິງການສຳຫຼວດກວດກາ, ຕີລາຄາກົດໝາຍທີ່ກ່ຽວຂ້ອງເຖິງການຕັດສິນໂທດ ປະຫານຊີວິດ ແລະ ການປະຕິບັດໂທດ ປະຫານຊີວິດ. ໂດຍທ່ານປະທານປະເທດ ເລືອງເກືອງ, ຫົວໜ້າຄະນະຊີ້ນຳເປັນປະທານກອງປະຊຸມ. ຢູ່ກອງປະຊຸມ, ທ່ານປະທານປະເທດ ເລືອງເກືອງເນັ້ນໜັກວາ ປີນີ້ແມ່ນປີດຳເນີນຫຼາຍເຫດການສຳຄັນຂອງປະເທດຊາດ, ໃນນັ້ນມີການສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ (1945 - 2025), 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (1975-2025). ເພາະສະນັ້ນ, ຕ້ອງມີຫຼາຍການເຄື່ອນໄຫວດ້ານຕຸລາການທີ່ກ່ຽວຂ້ອງເຖິງການປະຕິບັດນະໂຍບາຍມະນຸດສະທຳ, ຫຼຸດຜ່ອນເວລາປະຕິບັດໂທດ, ອະໄພຍະໂທດ ເພື່ອແນໃສ່ສະແດງຢ່າງຈະແຈ້ງນະໂຍບາຍມະນຸດສະທຳ, ອະໄພໂທດຂອງພັກ ແລະ ລັດ.

top