ທ່ານປະທານປະເທດ ຫວັງວ່າພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ ຈະມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໂດຍພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ.
ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບພະນັກງານບັນດາທູຕານຸທູດ ຫວຽດນາມ ປະຈຳ ຈີນ
ຕອນເຊົ້າວັນທີ 19 ຕຸລາ, ເມື່ອມາຢ້ຽມຢາມ ແລະ ພົບປະກັບພະນັກງານ, ລັດຖະກອນບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສສຸດຍອດ ຮ່ວມມືສາກົນໜຶ່ງແລວ, ໜຶ່ງເສັ້ນທາງ ຄັ້ງທີ 3 ຢູ່ປັກກິ່ງ, ປະເທດຈີນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຕີລາຄາສູງບັນດາພະນັກງານ, ລັດຖະກອນສະຖານທູດ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຂອງ ຈີນ ເພື່ອກະກຽມໃຫ້ແກ່ການປະຕິບັດງານຂອງຄະນະໃນຄັ້ງນີ້. ໂດຍແຈ້ງໃຫ້ຊາບກ່ຽວກັບສະພາບການເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະມໍ່ໆມານີ້, ທ່ານປະທານປະເທດ ຢັ້ງຢືນທັດສະນະຂອງ ຫວຽດນາມ ແມ່ນຍາມໃດກໍ່ຖືການພົວພັນກັບຈີນ ເປັນການຄັດເລືອກຍຸດທະສາດ ແລະ ບຸລິມະສິດແຖວໜ້າ. ທ່ານປະທານປະເທດ ຫວັງວ່າພະນັກງານ, ລັດຖະກອນສະຖານທູດ ແລະ ບັນດາອົງການທູຕານຸທູດ ຫວຽດນາມ ປະຈຳ ຈີນ ຈະມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໂດຍພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນບັນດາໜ້າທີ່ຈຸດສຸມຂອງປີ 2023.