ພິກັດໃໝ່ກ່ຽວກັບການພົວພັນອັນໝັ້ນທ່ຽງທາງຍຸດທະສາດມີລັກສະນະສ້າງສັນ ລະຫວ່າງ ຈີນ ແລະ ອາເມລິກາ ໄດ້ສ່ອງແສງໃຫ້ເຫັນການພົວພັນສອງຝ່າຍໃນຕົວຈິງ ແລະ ສະແດງໃຫ້ເຫັນບັນດາຄວາມຕັ້ງຫວັງຕໍ່ອະນາຄົດ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ແລະ ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ (ພາບ: ຊິນຮວາ/VNA)
ວັນທີ 24 ກັນຍາ, ກ່າວຄຳເຫັນທີ່ພິທີຕ້ອນຮັບຢ່າງເປັນທາງການ ແລະ ການໂອ້ລົມເຈລະຈາຢູ່ ທຳນຽບຂາວ, ທ່ານ ສີຈິ້ນຜິງ ປະທານປະເທດ ຈີນ ໄດ້ຮຽກຮ້ອງ ຈີນ ແລະ ອາເມລິກາ ນຳການພົວພັນອັນໝັ້ນທ່ຽງທາງຍຸດທະສາດທີ່ມີລັກສະນະສ້າງສັນລະຫວ່າງສອງຝ່າຍ ຈາກວິໄສທັດກາຍເປັນການກະທຳ, ທ່ານຖືວ່າ ສອງປະເທດອາດສາມາດຮ່ວມມືກ່ຽວກັບປັນຍາປະດິດ ເພື່ອຮັບປະກັນເຕັກໂນໂລຢີນີ້ ຈະຢູ່ໃນລະດັບການຄວບຄຸມ.
ກ່າວຄຳເຫັນທີ່ການໂອ້ລົມເຈລະຈາກັບ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຢູ່ທຳນຽບຂາວ, ທ່ານປະທານປະເທດ ສີຈິ້ນຜິງ ເນັ້ນໜັກວ່າ ພິກັດໃໝ່ກ່ຽວກັບການພົວພັນອັນໝັ້ນທ່ຽງທາງຍຸດທະສາດມີລັກສະນະສ້າງສັນ ລະຫວ່າງ ຈີນ ແລະ ອາເມລິກາ ໄດ້ສ່ອງແສງໃຫ້ເຫັນການພົວພັນສອງຝ່າຍໃນຕົວຈິງ ແລະ ສະແດງໃຫ້ເຫັນບັນດາຄວາມຕັ້ງຫວັງຕໍ່ອະນາຄົດ. ທ່ານ ສີຈິ້ນຜິງ ໄດ້ຮຽກຮ້ອງໃຫ້ສອງຝ່າຍຄວນຫັນວິໄສທັດນີ້ກາຍເປັນການປະທຳ, ມຸ່ງໄປເຖິງແຜນການຖືການຮ່ວມມືເປັນຈຸດສຸມ, ການແກ່ງແຍ່ງທີ່ມີຂອບເຂດ, ຄວາມບໍ່ລົງລອຍກັນໄດ້ຮັບການຄວບຄຸມ ແລະ ມີແງ່ຫວັງສັນຕິພາບ”. ກ່ຽວກັບການຮ່ວມມືໃນຂົງເຂດປັນຍາປະດິດ, ທ່ານປະທານ ສີຈິ້ນຜິງ ຊີ້ແຈ້ງວ່າ:
ຈີນ ແລະ ອາເມລິກາ ລ້ວນແຕ່ແມ່ນບັນດາປະເທດມະຫາອຳນາດກ່ຽວກັບ AI, ມີທັງກຳລັງຄວາມສາມາດ ມີທັງຄວາມຮັບຜິດຊອບໃນການພັດທະນາ ແລະ ຄຸ້ມຄອງ AI ຢ່າງມີປະສິດທິຜົນ, ເພື່ອແນໃສ່ຮັບປະກັນການພັດທະນາຂອງ AI ຍາມໃດກໍ່ນອນໃນການຄວບຄຸມຂອງມະນຸດ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ.