ຂ່າວສານ

ປະ​ທານປະ​ເທດ ຈີນ ຈະ​ໄປ​ຢ້ຽມ​ຢາມ ສ​ປ​ປ ເກົາຫຼີ ໃນ​ອາ​ທິດ​ໜ້າ

ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ອາດ​ຈະ​ຊ່ວຍ​ໃຫ້ ຈີນ ແລະ ສ​ປ​ປ ເກົາຫຼີ ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ ພ້ອມ​ທັງ​ສ້າງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຕື່ມ​ອີກ​ໃຫ້​ແກ່ ປັກ​​ກິ່ງສ ໃນ​ການ​ດຸ່ນ​ດ່ຽງ​ການ​ຄິດ​ໄລ່​ຍຸດ​ທະ​ສາດ​ກັບ ວໍ​ຊິງ​ຕັນ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ.

ຕອນ​ເຊົ້າ​ວັນ​ທີ 5 ມິ​ຖຸ​ນາ, ຄະ​ນະ​ຕິດ​ຕໍ່​ພົວ​ພັນ​ການ​ຕ່າງ​ປະ​ເທດ ສູນ​ກາງ​ພັກ​ກອມ​ມູ​ນິດ ຈີນ ໄດ້​ປະ​ກາດ​ວ່າ ທ່ານ ​ສີ​ຈິນ​ຜິງ ປະ​ທານປະ​ເທດ ຈີນ ຈະ​ໄປ​ຢ້ຽມ​ຢາມ ສ​ປ​ປ ເກົາຫຼີ ແຕ່​ວັນ​ທີ 8-9 ມິ​ຖຸ​ນາ, ຕາມ​ຄຳ​ເຊີນ​ຂອງ​ການ​ນຳ ສ​ປ​ປ ເກົາຫຼີ, ທ່ານ Kim Jong-un.

ນີ້​ແມ່ນການ​ໄປ​ປະ​ຕິ​ບັດ​ງານ​ຢູ່ ສ​ປ​ປ ເກົາຫຼີ ຂອງ​ທ່ານ ​ສີ​ຈິນ​ຜິງ ພາຍຫຼັງ​ເວ​ລາ​ກ່​ວາ 6 ປີ ຊື່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ​ແມ່ນ​ການ​ກະ​ທຳ​ທາງ​ການ​ທູດ​ທີ່​ສຳ​ຄັນ, ສ່ອງ​ແສງ​ໃຫ້​ເຫັນ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຂອງ ປັກ​ກິ່ງ ໃນ​ການ​ປັບ​ປຸງ​ການ​ພົວ​ພັນ​ກັບ ພຽງ​ຢາງ ພ້ອມ​ທັງ​ຮັກ​ສາ​ບົດ​ບາດ​ຂອງ ຈີນ ທີ່​ມີ​ຕໍ່​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃນ​ແຫຼມ ເກົາຫຼີ.

ວົງ​ການ​ນັກ​ໄຈ​ແຍກ​ຢູ່ ປັກ​​ກິ່ງ ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ອາດ​ຈະ​ຊ່ວຍ​ໃຫ້ ຈີນ ແລະ ສ​ປ​ປ ເກົາຫຼີ ສືບ​ຕໍ່​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ ພ້ອມ​ທັງ​ສ້າງ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຕື່ມ​ອີກ​ໃຫ້​ແກ່ ປັກ​​ກິ່ງສ ໃນ​ການ​ດຸ່ນ​ດ່ຽງ​ການ​ຄິດ​ໄລ່​ຍຸດ​ທະ​ສາດ​ກັບ ວໍ​ຊິງ​ຕັນ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ.


top