ຂ່າວສານ

ປະ​ຕິ​ບັດ​ການ​ປ້ອງ​ກັນ, ຕ້ານ​ການ​ຂຸ້ນ​ຄົ້ນ IUU ຢ່າງ​ຂ້ຽວ​ຂາດ

ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ…
ຄະນະປະຕິບັດງານ ກະຊວງປ້ອງກັນປະເທດ ລົງກວດກາການປະຕິບັດວຽກງານ ການປ້ອງກັນ, ຕ້ານການຂຸ້ນຄົ້ນ IUU (ພາບ: TTXVN)
ວັນທີ 7 ພະຈິກ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໂດຍທ່ານພົນຈັດຕະວາ ຮ່ວາງຮຶ້ວຈຽນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການທະຫານປ້ອງກັນຊາຍແດນ, ກຳມະການຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບ IUU ເປັນຫົວໜ້າຄະນະ ໄດ້ລົງກວດກາການປະຕິບັດ ໜ້າທີ່ປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍການ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ຂອງກອງບັນຊາການຕຳຫຼວດທະເລເຂດ 4 ຢູ່ເຂດພິເສດ ຝູກວັກ, ແຂວງອານຢາງ. ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດ ໄດ້ຮຽກຮ້ອງຕຳຫຼວດທະເລເຂດ 4 ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ແກ່ຊາວປະມົງ, ການລາດຕະເວນ, ກວດກາ, ຄວບຄຸມ, ຕິດຕາມກຳປັ່ນຫາປາເຄື່ອນໄຫວຢູ່ທະເລຢ່າງແໜ້ນແຟ້ນ, ຢຶດໝັ້ນແກ້ໄຂບັນດາການກະທຳລະເມີດກົດໝາຍຢ່າງເຂັ້ມງວດ… ປະກອບສ່ວນມຸ່ງໄປເຖິງການແກ້ບັດເຫຼືອງ ຂອງ ຄະນະກຳມະການເອີລົບ (EC)  ແລະ ພັດທະນາອາຊີບຫາປາແບບຍືນຍົງ.

top