ລາຍການ “ປະກາດແຈ້ງມານະຈິດ ຫວຽດ” ປີນີ້ໄດ້ເຊີດຊູຊາວໜຸ່ມຄົນພິການ 25 ຄົນທີ່ເຕັມໄປດ້ວຍມານະຈິດ, ຜ່ານຜ່າສະພາບການຫຍຸ້ງຍາກ, ແຜ່ກະຈາຍແຫຼ່ງບັນດານໃຈໃນການດຳລົງຊີວິດທີ່ຕັ້ງໜ້າ ແລະ ຢັ້ງຢືນບັນດາການປະກອບສ່ວນທີ່ແທດຈິງໃຫ້ແກ່ວົງຄະນະຍາດ.
ລາຍການ “ປະກາດແຈ້ງ ມານະຈິດ ຫວຽດ” ປີ 2025
ຕອນບ່າຍວັນທີ 20 ສິງຫາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນ ຊາວໜຸ່ມ ຫວຽດນາມ ສົມທົບກັບສະມາຄົມຊາວໜຸ່ມຄົນພິການ ຫວຽດນາມ ຈັດລາຍການ “ປະກາດແຈ້ງ ມານະຈິດ ຫວຽດ” ປີ 2025 ເພື່ອແນໃສ່ເຊີດຊູບັນດາແບບຢ່າງດີເດັ່ນຂອງຊາວໜຸ່ມຄົນພິການໃນທົ່ວປະເທດ”.
ລາຍການ “ປະກາດແຈ້ງມານະຈິດ ຫວຽດ” ປີນີ້ໄດ້ເຊີດຊູຊາວໜຸ່ມຄົນພິການ 25 ຄົນທີ່ເຕັມໄປດ້ວຍມານະຈິດ, ຜ່ານຜ່າສະພາບການຫຍຸ້ງຍາກ, ແຜ່ກະຈາຍແຫຼ່ງບັນດານໃຈໃນການດຳລົງຊີວິດທີ່ຕັ້ງໜ້າ ແລະ ຢັ້ງຢືນບັນດາການປະກອບສ່ວນທີ່ແທດຈິງໃຫ້ແກ່ວົງຄະນະຍາດ.
ຕາມທ່ານ ຫງວຽນເຕື່ອງເລິມ, ປະທານສູນກາງສະຫະພັນ ຊາວໜຸ່ມ ຫວຽດນາມ ແລ້ວ, ປັດຈຸບັນຢູ່ ຫວຽດນາມ ມີຈຳນວນຄົນພິການນັບແຕ່ອາຍຸສອງປີຂຶ້ນໄປແມ່ນກ່ວາ 8 ລ້ານຄົນ, ໃນນັ້ນມີ 2 ລ້ານຄົນຢູ່ເກນອາຍຸຊາວໜຸ່ມ. ດັ່ງນັ້ນ, ລາຍການ “ປະກາຍແຈ້ງມານະຈິດ ຫວຽດ” ບໍ່ພຽງແຕ່ແມ່ນການຮັບຮູ້ເທົ່ານັ້ນ ຫາກຍັງແມ່ນຄຳໝັ້ນສັນຍາ ຢ່າງແຮງຈາກທຸກຂັ້ນ, ທຸກຂະແໜງການ, ທຸກອົງການຊາວໜຸ່ມກ່ຽວກັບການພ້ອມກັນສ້າງສະພາບແວດລ້ອມແຫ່ງຄວາມເປັນມິດ, ກວມລວມ, ມີຄວາມສະເໝີພາບໃຫ້ແກ່ຊາວໜຸ່ມໝົດທຸກຄົນ, ໃນນັ້ນມີຊາວໜຸ່ມຄົນພິການ, ມອບໂອກາດພັດທະນາຢ່າງຮອບດ້ານກ່ຽວກັບການຮ່ຳຮຽນ, ອາຊີບ, ສຸຂະພາບ, ວັດທະນະທຳດ້ານຈິດໃຈ, ການເຂົ້າຮ່ວມຊີວິດສັງຄົມໃຫ້ແກ່ຊາວໜຸ່ມຄົນພິການ, ພ້ອມທັງຊຸກຍູ້ຈິດໃຈດຳລົງຊີວິດຢ່າງຕັ້ງໜ້າ, ການເຊື່ອມຕົວ, ການບືນຕົວຂຶ້ນດ້ວຍຕົນເອງໃນວົງຄະນະຍາດຊາວໜຸ່ມຄົນພິການ.