ຂ່າວສານ

ປະທານ ສປປ. ເກົາຫຼີ ຈະມາຢ້ຽມຢາມສັນທະວະໄມຕີ ຫວຽດນາມ ຢ່າງເປັນທາງການ.

      ທ່ານ Kim Jong Un ປະທານພັກແຮງງານ ສປປ.ເກົາຫຼີປະທານຄະນະກຳມະການປ້ອງກັນຊາດ ສາທາລະນະລັດປະຊາຂົນ ປະຊາທິປະໄຕ ເກົາຫຼີ  ຈະມາຢ້ຽມຢາມສັນທະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນຊຸມມື້ຈະມາເຖິງ.

ທ່ານ Kim Jong Un ປະທານພັກແຮງງານ ສປປ.ເກົາຫຼີ
      ແຈ້ງການຂອງກະຊວງການຕ່າງປະເທດ ຫວຽດນາມ ໃນວັນທີ 23 ກຸມພາໃຫ້ຮູ້ວ່າ: ໂດຍຮັບຄຳເຊີນຂອງທ່ານ ຫງວຽນຟູ້ຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມຸນິດ ຫວຽດນາມ, ປະທານປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ Kim Jong Un ປະທານພັກແຮງງານ ສປປ.ເກົາຫຼີ, ປະທານຄະນະກຳມະການປ້ອງກັນຊາດ ສາທາລະນະລັດປະຊາຂົນ ປະຊາທິປະໄຕ ເກົາຫຼີ  ຈະມາຢ້ຽມຢາມສັນທະວະໄມຕີ ຫວຽດນາມ ຢ່າງເປັນທາງການໃນຊຸມມື້ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)


top