ວັນທີ 26 ກຸມພາ 2019, ທ່ານປະທານາທິບໍດີ Donald Trump ມາເຖິງສະໜາມບິນສາກົນ ໂນ້ຍບ່າຍ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2 ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ກັບທ່ານປະທານພັກແຮງງານ ສປປ ເກົາຫຼີ Kim Jong-un ແລະ ມີບັນດາການເຄື່ອງໄຫວສອງຝ່າຍກັບ ຫວຽດນາມ.
ພິທີຕ້ອນຮັບທ່ານປະທານາທິບໍດີ Donald Trump ຢູ່ສະໜາມບິນສາກົນ ໂນ້ຍບ່າຍ. ພາບ: ຈ້ອງດຶກ/VNA
ຕ້ອນຮັບທ່ານປະທານາທິບໍດີ Donald Trump ຢູ່ສະໜາມບິນສາກົນ ໂນ້ຍບ່າຍ ລວມມີ: ທ່ານ ມາຍຕຽນຢຸງ, ກຳມະການສູນກາງພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ; ທ່ານ ບຸ່ຍແທງເຊີນ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ຜູ້ປະຈຳການ ກະຊວງການຕ່າງປະເທດ; ທ່ານ ຫງວຽນດຶກຈຸງ, ກຳມະການສູນກາງພັກ, ປະທານຄະນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ; ພົນໂທ ບຸ່ຍວັນນາມ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງຕຳຫຼວດ; ທ່ານ ຈຸວັນອຽມ, ຮອງຫົວໜ້າຫ້ອງວ່າການປະທານປະເທດ; ທ່ານ ຮ່າກິມຫງອກ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ ອາເມລິກາ.
ໃນການມາເຮັດວຽກຢູ່ ຫວຽດນາມ ຮອດວັນທີ 28 ກຸມພາ, ທ່ານປະທານາທິບໍດີ Donald Trump ຈະມີບັນດາການພົບປະສອງຝ່າຍກັບການນຳຂັ້ນສູງຂອງ ຫວຽດນາມ. ນີ້ແມ່ນເທື່ອທີ 2, ທ່ານປະທານາທິບໍດີ Donald Trump ໄດ້ມາ ຫວຽດນາມ. ເດືອນພະຈິກ 2017, ທ່ານປະທານາທິບໍດີ Donald Trump ໄດ້ທຳການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມ ກອງປະຊຸມສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ-ປາຊີຟິກ (APEC) ເຊິ່ງໄດ້ຈັດຕັ້ງຢູ່ ດ່າໜັງ.
ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍ ແລະ ສອງຝ່າຍຂອງທ່ານປະທານາທິບໍດີ Donald Trump ຢູ່ ຮ່າໂນ້ຍ ຈະມີທ່ານ Mike Pompeo, ລັດຖະມົນຕີກະຊວງການຕ່າງປະເທດ ສ ອາເມລິກາ ແລະ ທ່ານ Mick Mulvaney, ຫົວໜ້າຫ້ອງການຄຸ້ມຄອງ ແລະ ງົບປະມານທຳນຽບຂາວ.
ປະຕິບັດໂດຍ: VNA/VNP