ຂ່າວສານ ປະທານາທິບໍດີ ອາເມລິກາ, ລັດເຊຍ ເຈລະຈາທາງໂທລະສັບກ່ຽວກັບບັນດາບັນຫາເຄັ່ງຮ້ອນ 05/05/2019 ວັນທີ 03 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Vladimir Putin ກ່ຽວກັບບັນດາຂໍ້ຕົກລົງອາວຸດນິວເຄຼຍ, ການປະທະກັນຢູ່ ເວເນຊູເອລາ, ຢູແກຼນ, ບັນຫາ ສປປ.ເກົາຫຼີ ກໍ່ຄືບົດລາຍງານທີ່ຫາກໍ່ສຳເລັດຂອງເຈົ້າໜ້າທີ່ໄອຍະການພິເສດ Robert Mueller ກ່ຽວກັບຄຳກ່າວຫາ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016. ກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານນາງ Sarah Sanders ເລຂາດ້ານສື່ມວນຊົນຂອງທຳນຽບຂາວໃຫ້ຮູ້ວ່າ: ການນຳ 2 ທ່ານໄດ້ມີການປຶກສາຫາລືຢ່າງສະດວກສະບາຍກ່ຽວກັບບັນດາຂໍ້ຕົກລົງນິວເຄຼຍ, ລວມມີທັງຂໍ້ຕົກລົງນິວເຄຼຍສະບັບໃໝ່ ກໍ່ຄືຂໍ້ຕົກລົງທີ່ໄດ້ຕໍ່ກຳນົດເວລາ, ດ້ວຍແງ່ຫວັງທີ່ມີການເຂົ້າຮ່ວມຂອງ ຈີນ. ໃນຂະນະນັ້ນ, ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Trump ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍວ່າ ເລື່ອງ ອາເມລິກາ ຮັກສາການພົວພັນກັບ ລັດເຊຍ, ຈີນ ແລະ ບັນດາປະເທດທັງໝົດ ແມ່ນມີຄວາມໝາຍຕັ້ງໜ້າ. (ແຫຼ່ງຄັດຈາກ VOV)

ວັນທີ 03 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີການເຈລະຈາທາງໂທລະສັບກັບຄູ່ຕຳແໜ່ງລັດເຊຍ Vladimir Putin ກ່ຽວກັບບັນດາຂໍ້ຕົກລົງອາວຸດນິວເຄຼຍ, ການປະທະກັນຢູ່ ເວເນຊູເອລາ, ຢູແກຼນ, ບັນຫາ ສປປ.ເກົາຫຼີ ກໍ່ຄືບົດລາຍງານທີ່ຫາກໍ່ສຳເລັດຂອງເຈົ້າໜ້າທີ່ໄອຍະການພິເສດ Robert Mueller ກ່ຽວກັບຄຳກ່າວຫາ ລັດເຊຍ ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016. ກ່າວຄຳເຫັນຕໍ່ບັນດານັກຂ່າວ, ທ່ານນາງ Sarah Sanders ເລຂາດ້ານສື່ມວນຊົນຂອງທຳນຽບຂາວໃຫ້ຮູ້ວ່າ: ການນຳ 2 ທ່ານໄດ້ມີການປຶກສາຫາລືຢ່າງສະດວກສະບາຍກ່ຽວກັບບັນດາຂໍ້ຕົກລົງນິວເຄຼຍ, ລວມມີທັງຂໍ້ຕົກລົງນິວເຄຼຍສະບັບໃໝ່ ກໍ່ຄືຂໍ້ຕົກລົງທີ່ໄດ້ຕໍ່ກຳນົດເວລາ, ດ້ວຍແງ່ຫວັງທີ່ມີການເຂົ້າຮ່ວມຂອງ ຈີນ. ໃນຂະນະນັ້ນ, ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Trump ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍວ່າ ເລື່ອງ ອາເມລິກາ ຮັກສາການພົວພັນກັບ ລັດເຊຍ, ຈີນ ແລະ ບັນດາປະເທດທັງໝົດ ແມ່ນມີຄວາມໝາຍຕັ້ງໜ້າ. (ແຫຼ່ງຄັດຈາກ VOV)