ຂ່າວສານ

ປະທານາທິບໍດີ ອາເມລິກາ ຢ້ຽມຢາມຫວຽດນາມ: ການຢ້ຽມຢາມມີຄວາມໝາຍຫລາຍຢ່າງ

      11 ພະຈິກ, ປະທານາທິບໍດີ ອາເມລິກາ Donald Trump ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງເປັນທາງການໃນເວລາ 2 ວັນ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດບັນດາການນຳ APEC. ການຢ້ຽມຢາມເປັນການພິສູດເພື່ອຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ, ນະໂຍບາຍຍາວນານ ແລະ ສະເຫມີຕົ້ນສະເຫມີປາຍຂອງ ອາເມລິກາ ກ່ຽວກັບການປັບປຸງການພົວພັນກັບຫວຽດນາມ, ເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ເລິກເຊິ່ງກວ່າ ເໝາະສົມກັບທ່າອ່ຽງລວມໃນປະຈຸບັນ. 

ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ 
ການຢ້ຽມຢາມ ເຖິງວ່າ ພຽງແຕ່ດຳເນີນໄປໃນໄລຍະສັ້ນໆກໍຕາມ ແຕ່ພັດມີຄວາມໝາຍພິເສດທີ່ສຸດ. ເພາະວ່າ ນີ້ເປັນຄັ້ງທຳອິດ ທີ່ປະທານາທິບໍດີ ອາເມລິກາ ມາຢ້ຽມຢາມຫວຽດນາມ ໃນປີທຳອິດຂອງອາຍຸການ. ເລື່ອງທ່ານປະທານາທິບໍດີ       ອາເມລິກາ Donald Trump  ເລືອກເຟັ້ນຫວຽດນາມ ແມ່ນສະຖານທີ່ທຳອິດໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບການພົວພັນລະຫວ່າງສອງປະເທດເທົ່ານັ້ນ ຫາກຍັງແມ່ນສານກ່ຽວກັບນະໂຍບາຍຂອງ ອາເມລິກາ ສຳລັບພາກພື້ນ ອາຊີ ປາຊີຟິກອີກດ້ວຍ.
ເພີ່ມທະວີການພົວພັນສອງຝ່າຍ, ການຮ່ວມມືຫລາຍຝ່າຍ
      ພາກພື້ນ ອາຊີ ໄດ້ຮັບຖືວ່າ ແມ່ນກຳລັງຫນູນຂອງການເຕີບໂຕທົ່ວໂລກ ແລະ ຢູ່ ອາຊີ, ຫວຽດນາມ ນັບມື້ນັບໄດ້ຮັບການຕີລາຄາວ່າແມ່ນປະເທດພວມພັດທະນາ ມີລະດັບການເຕີບໂຕເປັນປົກກະຕິ ຍ້ອນມີການປະຕິຮູບເສດຖະກິດກໍໍ່ຄືພວມປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດໂລກຢ່າງແຮງ. ເມື່ອຕີລາຄາກ່ຽວກັບການຢ້ຽມຢາມຫວຽດນາມ ຄັ້ງນີ້ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump , ປອ ເຈີນຫວຽດທາຍ, ຊ່ຽວຊານດ້ານວິເຄາະສາກົນ ຖືວ່າ:
        “ທີຫນຶ່ງ ຂອບເຂດການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ປະຈຸບັນໄດ້ຮັບການກຳນົດຢ່າງຈະແຈ້ງ. ການພົວພັນຄູ່ຮ່ວມມືຮອບດ້ານມີລະດັບຍຸດທະສາດໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 2013 ແລະ ສອງຝ່າຍມີຫລາຍຜົນປະໂຫຍດລວມໃນທຸກຂົງເຂດ ການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ແລະ ພວມນັບມື້ນັບພັດທະນາ. ທີສອງ ອາເມລິກາ ຖືຫວຽດນາມ ແມ່ນຄູ່ຮ່ວມມືນັບມື້ນັບສຳຄັນຢູ່ພາກພື້ນ ແລະ ນັ້ນແມ່ນສາຍເຫດເພື່ອໃຫ້ການນຳ ອາເມລິກາ, ພິເສດແມ່ນທ່ານປະທານາທິບໍດີ ອາເມລິກາ Donald Trump  ມາຢ້ຽມຢາມຫວຽດນາມ .”

ທ່ານປະທານາທິບໍດີ ອາເມລິກາ Donald Trump ຢ້ຽມຢາມຫວຽດນາມ
      ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ກໍ່ໄດ້ຮັບຄວາມສົນໃຈຢ່າງຫລວງຫລາຍຈາກວົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ. ຢູ່ນອກບັນດາເຫດການຂອງສັບປະດາຂັ້ນສູງ APEC, ທ່ານບູ່ຍແທງເຊີນ, ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ຢືນຢັນ: ການຢ້ຽມຢາມຄັ້ງນີ້ແມ່ນມີຄວາມໝາຍເປັນສັນຍາລັກໃຫຍ່ທີ່ສຸດ.
        “ທ່ານປະທານາທິບໍດີ ອາເມລິກາ Donald Trump  ເມື່ອເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ພ້ອມທັງຢ້ຽມຢາມທາງລັດຖະກິດ ຫວຽດນາມ ໄດ້ສົ່ງສານຢ່າງແຮງ, ຄຳໝັ້ນສັນຍາຂອງອາເມລິກາສຳລັບການຮ່ວມມື, ຮ່ວມສຳພັນ, ວັດທະນາຖາວອນໃນພາກພື້ນ ອາຊີ - ປາຊີຟິກ. ສະເພາະສຳລັບຫວຽດນາມ, ການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 2013 ແລະ ການພົວພັນນີ້ ພວມສຶບຕໍ່ພັດທະນາຢ່າງເລິກເຊິ່ງ ກວ້າງຂວາງໃນບັນດາຂົງເຂດ. ຂ້າພະເຈົ້າຖືວ່າ ການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມຄັ້ງນີ້ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump  ຈະສືບຕໍ່ເພື່ອໃຫ້ສອງຝ່າຍມີກາລະໂອກາດແລກປ່ຽນ ເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາເລິກເຊິ່ງກວ່າ, ເໝາະສົມກັບທ່າອ່ຽງລວມປະຈຸບັນ.”
ແບ່ງປັນຜົນປະໂຫຍດລວມ, ມຸ່ງໄປເຖິງອະນາຄົດ
ເບິ່ງລວມແລ້ວ, ການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ ໃນປະຈຸບັນ ແມ່ນເປີດກວ້າງ ເກືອບທັງໝົດຂົງເຂດ. ແຕ່ຍັງມີບາງບັນຫາຍັງຄົງຄ້າງ. ສະນັ້ນ ຕາມທັດສະນະຂອງ ປອ ເຈີນຫວຽດທາຍ ແລ້ວ, ຄຽງຄູ່ກັບການຮັກສາ, ຊຸກຍູ້ທ່າພັດທະນາການພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ, ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີຄວາມເຂົ້າໃຈ, ແບ່ງປັນບັນດາຜົນປະໂຫຍດຍຸດທະສາດກໍຄືທັດສະນະລວມສຳລັບພາກພື້ນ ແລະ ໃນໂລກ.
        “ພວກຂ້າພະເຈົ້າຖືວ່າ ການຢ້ຽມຢາມຂັ້ນສູງ ແມ່ນພະຍານຫລັກຖານເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ. ນັ້ນເປັນການພິສູດເພື່ອຢັ້ງຢືນຄຳໝັ້ນສັນຍາຂອງ ອາເມລິກາ, ນະໂຍບາຍຍາວນານ ແລະ ສະເຫມີຕົ້ນສະເຫມີປາຍ ຂອງ ອາເມລິກາ ກ່ຽວກັບການປັບປຸງການພົວພັນກັບຫວຽດນາມ, ຊ່ວຍຫວຽດນາມ ສ້າງກຳລັງຄວາມສາມາດ, ພັດທະນາເສດຖະກິດສັງຄົມ, ເຊື່ອມໂຍງເປັນຢ່າງດີກວ່າ, ເຄົາລົບຄວາມແຕກຕ່າງກັນ ແລະ ສິ່ງສຳຄັນທີ່ສຸດແມ່ນພ້ອມກັນຮ່ວມມື ເພື່ອແບ່ງປັນບັນດາຜົນປະໂຫຍດລວມ.ຂ້າພະເຈົ້າມີຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ເຖິງວ່າ ດຳເນີນໄປໃນໄລຍະສັ້ນກໍຕາມ ແຕ່ສານສົ່ງໄປແມ່ນຕັ້ງຫນ້າທີ່ສຸດ.”
ອະດີດປະທານາທິບໍດີ ອາເມລິກາ Theodore Roosevelt ໄດ້ເວົ້າວ່າ “ເມື່ອທ່ານມີຄວາມໄວ້ເນື້ອເຊື່ອໃຈ ທ່ານປະສົບຜົນສຳເລັດເຄິ່ງຫນຶ່ງແລ້ວ”. ຄວາມໄວ້ເນື້ອເຊື່ອໃຈ ໄດ້ນຳການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອາເມລິກາ ຜ່ານຜ່າສິ່ງທົດສອບຫລາຍຢ່າງ, ບັນລຸບາດກ້າວພັດທະນາກະໂດດຂັ້ນ ນັບແຕ່ເມື່ອການພົວພັນລະຫວ່າງສອງປະເທດຫວຽດນາມ ແລະ ອາເມລິກາ ເປັນປົກກະຕິ. ການຢ້ຽມຢາມຫວຽດນາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນຂີດໝາຍສຳຄັນ, ສ້າງຄວາມໄວ້ເນື້ອເຊື່ອໃຈໃນໝູ່ປະຊາຄົມວິສາຫະກິດ ແລະ ປະຊາຊົນສອງປະເທດຕໍ່ອະນາຄົດຂອງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. 
(ແຫຼ່ງຄັດຈາກ VOV)

top