ປະທານາທິບໍດີ ອາເມລິກາ Donald Trump ເນັ້ນຫນັກວ່າ ທ່ານຢາກມີຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ ໃນທັນທີ ໃນຂະນະທີ່ທ່ານ Zelensky ຢາກສືບຕໍ່ ການຕໍ່ສູ້
ປະທານາທິບໍດີ ອາເມລິກາ Donald Trump ພົບປະກັບປະທານາທິບໍດີ ຢູແກຼນ Volodymyr Zelensky ຢູ່ ທຳນຽບຂາວ ໃນວັນທີ 28 ກຸມພາ. (ພາບ:Reuters)
ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ທຳນຽບຂາວ ທີ່ນະຄອນຫລວງ ວໍຊິງຕັນ, ພາຍຫລັງການພົບປະກັບປະທານາທິບໍດີ ຢູແກຼນ Volodymyr Zelensky, ປະທານາທິບໍດີ ອາເມລິກາ Donald Trump ເນັ້ນຫນັກວ່າ ທ່ານຢາກມີຂໍ້ຕົກລົງຢຸດຍິງຢູ່ ຢູແກຼນ ໃນທັນທີ ໃນຂະນະທີ່ທ່ານ Zelensky ຢາກສືບຕໍ່ການຕໍ່ສູ້. ປະທານາທິບໍດີ ອາເມລິກາ ຖືວ່າ ທ່ານ Zelensky ໄດ້ສະແດງເກີນຄວາມສາມາດຂອງຕົນ ແລະ ພາດກາລະໂອກາດຊອກຫາສັນຕິພາບ, ພ້ອມທັງຊີ້ແຈ້ງວ່າ ຖ້າຫາກ ຢູແກຼນ ຢາກສືບຕໍ່ການຕໍ່ສູ້ ໂດຍບໍ່ມີການຫນູນຊ່ວຍຈາກ ອາເມລິກາ, ປະເທດນີ້ ຈະບໍ່ສາມາດໄຊຊະນະ.
ຕາມ Washington Post ພາຍຫລັງການພົບປະຖືກປະລາໄຊຢູ່ ທຳນຽບຂາວໃນວັນທີ 28 ກຸມພາ, ອຳນາດການປົກຄອງ ອາເມລິກາ ພວມຄິດໄລ່ຊັ່ງຊາ ຢຸດຕິທັງໝົດການຊ່ວຍເຫລືອດ້ານການທະຫານໃຫ້ແກ່ຢູແກຼນ.
ເມື່ອປະຕິກິລິຍາກ່ຽວກັບການພົບປະຢ່າງເຄັ່ງຕຶງ ລະຫວ່າງ ການນຳ ອາເມລິກາ ແລະ ຢູແກຼນ, ມີການນຳຫລາຍປະເທດຢູ່ ເອີລົບຄື: ນາຍົກລັດຖະມົນຕີ ອັງກິດ, ປະທານາທິບໍດີ ຝລັ່ງ, ນາຍົກລັດຖະມົນຕີ ເຢຍລະມັນ... ອອກສຽງສະຫນັບສະຫນູນ ທ່ານ Zelensky, ຢືນຢັນ ຈະສືບຕໍ່ຮຽງບ່າຮຽງໄຫລ່ກັບ ຢູແກຼນ.