ຫວຽດນາມ ຊົມເຊີຍບັນດານັກລົງທຶນ ຈີນ ທີ່ມາລົງທຶນໃນບັນດາຂົງເຂດ, ຄື: ວິທະຍາສາດເຕັກໂນໂລຊີນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ
(ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ເວທີປາໄສ)
ໂດຍສືບຕໍ່ການຢ້ຽມຢ້າມ ຈີນ ຢ່າງເປັນທາງການ, ຕອນບ່າຍວັນທີ 10 ເມສາ, ຢູ່ນະຄອນ ຊຽງໄຮ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ໄດ້ເຂົ້າຮ່ວມເວທີປາໄສນະໂຍບາຍກົດໝາຍກ່ຽວກັບການຊຸກຍູ້ການຮ່ວມມືລົງທຶນ, ການຄ້າ ຫວຽດນາມ - ຈີນ. ມີຜູ້ຕາງໜ້າປະຊາຄົມວິສາຫະກິດຂອງ 2 ປະເທດເກືອບ 400 ຄົນເຂົ້າຮ່ວມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນ ຫວຽດນາມ - ຈີນ ໃນໄລຍະຜ່ານມາ ໄດ້ກາຍເປັນຈຸດພົ້ນເດັ່ນໃນການພົວພັນຂອງ 2 ປະເທດ. ທ່ານເນັ້ນໜັກວ່າ, 2 ປະເທດລ້ວນແຕ່ມີພື້ນຖານສດຖະກິດເປີດ, ດ້ວຍການສົ່ງອອກສວມບົດບາດສຳຄັນ; ມີກຳລັງຮັບມືກັບບັນດາຫຼັກການການຄ້າສາກົນ; 2 ພື້ນຖານເສດຖະກິດທີ່ເໝາະສົມ, ຕິດພັນ ແລະ ເພີ່ມເຕີມໃຫ້ແກ່ກັນ…
“ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ, ລັດຖະບານ ແລະ ບັນດາທ້ອງຖິ່ນຂອງ 2 ປະເທດ ເພື່ອແບ່ງປັນບົດຮຽນໃນການສ້າງນະໂຍບາຍ, ກົດໝາຍວ່າດ້ວຍວິສາຫະກິດ, ການລົງທຶນ, ຮັບມືກັບການປ່ຽນແປງຢ່າງວ່ອງໄວຂອງວິທະຍາສາດ, ເຕັກໂນໂລຊີ ແລະ ສະພາບແວດລ້ອມສາກົນໃນປະຈຸບັນ. ຍູ້ແຮງການເຊື່ອມຕໍ່ 2 ພື້ນຖານເສດຖະກິດ ບົນຈິດໃຈ “ພ້ອມກັນຮັບໄຊຊະນະ, ພ້ອມກັນມີຜົນປະໂຫຍດ”, ພິເສດແມ່ນຫັນບັນດາໝາກຜົນການຢ້ຽມຢາມ ຈີນ ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ການຢ້ຽມຢາມ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ໃນໄລຍະຜ່ານມາ ໃຫ້ປະກົດຜົນເປັນຈິງ”.
ທ່ານປະທານສະພາແຫ່ງຊາດໃຫ້ຮູ້ວ່າ, ຫວຽດນາມ ຊົມເຊີຍບັນດານັກລົງທຶນ ຈີນ ທີ່ມາລົງທຶນໃນບັນດາຂົງເຂດ, ຄື: ວິທະຍາສາດເຕັກໂນໂລຊີນະວັດຕະກຳ, ການຄົ້ນຄວ້າ ແລະ ພັດທະນາ, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ.
(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສູູນໃຫ້ຄຳປຶກສາດ້ານນິຕິກຳຮາກຖານ ຮົງຈຽວ)
ແລະກໍ່ໃນຂອບເຂດການຢ້ຽມຢາມ ຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ເມສາ, ພາຍຫຼັງເດີນທາງອອກຈາກ ປັກກິ່ງ ໄປ ຊຽງໄຮ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມສູູນໃຫ້ຄຳປຶກສາດ້ານນິຕິກຳຮາກຖານ ຮົງຈຽວ, ນະຄອນ ຊຽງໄຮ້.
ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຊົມເຂດວາງສະແດງ, ຮັບຟັງການແນະນຳກ່ຽວກັບສູນ; ການພົວພັນລະຫວ່າງສູນກັບກຳມາທິການກົດໝາຍຂອງສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ ແລະ ບັນດາອົງການ, ອົງການຈັດຕັ້ງໃນລະບົບການເມືອງ ກໍຄືຢູ່ທ້ອງຖິ່ນ. ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ, ອົງການທີ່ມີໜ້າທີ່ ຫວຽດນາມ ພວມກວດກາ, ປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍການປະກາດຂໍ້ກຳນົດກົດໝາຍ. ສະນັ້ນ, ບັນດາການແລກປ່ຽນກ່ຽວກັບຮູບແບບສ້າງກົດໝາຍກັບສະພາຜູ້ແທນປະຊາຊົນແຫ່ງຊາດ ຈີນ, ໃນນັ້ນມີສູນໃຫ້ຄຳປຶກສາດ້ານນິຕິກຳຮາກຖານ ຮົງຈຽວ, ແມ່ນບົດຮຽນທີ່ດີເພື່ອເປັນບ່ອນຄົ້ນຄວ້າອ້າງອີງ.