ຕອນເຊົ້າວັນທີ 27 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີເຄົາລົບທຸງຊາດທີ່ເສົົາທຸງ ຫລູງກູ໋, ຕາແສງ ຫລູງກູ໋ ເມືອງ ດົ່ງວັນ ແຂວງ ຮ່າຢາງ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຫລູງກູ໋
ທີ່ປ້ອມປ້ອງກັນຊາຍແດນ ຫລູງກູ໋, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ມອບຂອງຂວັນປີໃໝ່ໃຫ້ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຫລູງກູ໋ ແລະ ພໍ່ແມ່ປະຊາຊົນເມືອງ ດົ່ງວັນ.
ໃນການໂອ້ລົມກັບພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ຫລູ໋ງກູ໋, ທ່ານນາງປະທານສະພາແຫ່ງຊາດ ຕີລາຄາສູງຄວາມມານະພະຍາຍາມຂອງໝູ່ຄະນະພັກ, ກອງບັນຊາການ ແລະ ພະນັກງານ, ນັກຮົບກົມກອງທັງໝົດ. ທ່ານນາງປະທານສະພາແຫ່ງຊາດຮຽກຮ້ອງກົມກອງສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ໃນປີ 2017, ສຸມໃສ່ຜັນຂະຫຍາຍປະຕິບັດວຽກງານກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຜັນຂະຫຍາຍບັນດາມາດຕະການວຽກງານປ້ອງກັນຊາຍແດນຢ່າງຄົບຊຸດ, ເປັນເຈົ້າການກຳແໜ້ນສະພາບການ, ປົກປັກຮັກສາອະທິປະໄຕຄວາມສະຫງົບປອດໄພຊາຍແດນໄວ້ຢ່າງໝັ້ນຄົງ.
ແລະກໍ່ໃນຕອນເຊົ້າ, ທ່ານນາງປະທານສະພາແຫ່ງຊາດໄດ້ມອບຂອງຂວັນປີໃໝ່ໃຫ້ຄອບຄົວທຸກຍາກຕາແສງ ມາແລ ແລະ ຕາແສງ ຫລູງກູ໋, ເມືອງ ດົ່ງວັນ.
(ແຫຼ່ງຄັດຈາກ VOV)