ຂ່າວສານ

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ

ຕອນເຊົ້າວັນທີ 01 ສິງຫາ ທີ່ຮ່າໂນຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານສະຫະພາບ ເອີຣົບ ປະຈຳ ຫວຽດນາມ Bruno Angetlet ເນື່ອງໃນໂອກາດສິ້ນສຸດການປະຕິບັດງານຢູ່ ຫວຽດນາມ. 
ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມີຄວາມພາກພູມໃຈເມື່ອເຫັນວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ ໃນໄລຍະຜ່ານມາ ໄດ້ມີບັນດາບາດກ້າວພັດທະນາຢ່າງຕັ້ງໜ້າທີ່ສຸດ; ພ້ອມທັງ ຕີລາຄາສູງຕໍ່ການປະກອບສ່ວນຂອງທ່ານ Bruno Angetlet ໃນການຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີຣົບ (ອີຢູ), ລັດຖະສະພາ ເອີຣົບ (EP).

ທີ່ການຕ້ອນຮັບ (ພາບ: quochoi.vn)

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ເຖິງວ່າໄດ້ຮັບດຳລົງຕຳແໜ່ງໃດໆກໍ່ຕາມ ທ່ານເອກອັກຄະລັດຖະທູດ Bruno Angetlet ຍັງຄົງແມ່ນເພື່ອນມິດທີ່ສະໜິດສະໜົມ, ສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນຮ່ວມມືອັນດີງາມລະຫວ່າງ ຫວຽດນາມ ແລະ  ອີຢູ, ພິເສດແມ່ນຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ເອີຣົບ.

        ສ່ວນທ່ານເອກອັກຄະລັດຖະທູດ Bruno Angetlet ໄດ້ຢືນຢັນວ່າ: ສະຫະພາບ ເອີຣົບ ຍາມໃດກໍ່ມານະພະຍາຍາມຢ່າງສູງສຸດ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບ ອີຢູ ໃຫ້ຫລາຍກ່ວານີ້ອີກ, ກໍ່ຄືໜູນຊ່ວຍ ຫວຽດນາມ ພັດທະນາຢ່າງແຮງກ່ວາໃນພາກພື້ນ.

(ແຫຼ່ງຄັດຈາກ VOV)


top