ຂ່າວສານ

ປະທານສະພາແຫ່ງຊາດຫວຽດນາມແລະ ປະທານສະພາສູງອົດສະຕາລີດຳເນີນການເຈລະຈາ

      ໂດຍຮັບຄຳເຊີນຈາກທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາສູງອົດສະຕາລີໂດຍທ່ານ ສະກົດ ຣີອານ ປະທານສະພາສູງອົດສະຕາລີນຳໜ້າ ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 20 ຫາວັນທີ 23 ມັງກອນ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ
ແລະ ທ່ານ ປະທານສະພາສູງອົດສະຕາລີ ສະກົດ ຣີອານ
      ໃນຕອນເຊົ້າວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານ ປະທານສະພາສູງອົດສະຕາລີ ສະກົດ ຣີອານ ໄດ້ດຳເນີນການເຈລະຈາ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີວ່າ :
   “ 2 ຝ່າຍຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ພິເສດແມ່ນລະຫວ່າງບັນດາກຳມາທິການ, ຍູ້ແຮງການປະຕິບັດບົດບັນທຶກຊ່ວຍຈຳລະຫວ່າງ 2 ສະພາແຫ່ງຊາດ ກໍຄືໂຄງການດຳເນີນງານໄລຍະ 2016-2019,  ບັນດາຂໍ້ຕົກລົງ, ເອກະສານທີ່ບັນລຸໄດ້ໃນບັນດາການຢ້ຽມຢາມຂັ້ນສູງເມື່ອບໍ່ດົນມານີ້ ຢ່າງມີປະສິດທິຜົນ, ສ້າງເງື່ອນໄຂດີກ່ວາອີກເພື່ອໃຫ້ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ, ເສີມຂະຫຍາຍບົດບາດຂອງບັນດາສະມາຄົມມິດຕະພາບ ແລະ ກຸ່ມ ສ.ສ.ຊ ຢູ່ແຕ່ລະປະເທດ ”
    ສ່ວນ ທ່ານ ສະກົດ ຣີອານ ປະທານສະພາສູງອົດສະຕາລີ ຖືວ່າ ຫວຽດນາມແມ່ນບົດຮຽນທີ່ປະສົບຜົນສຳເລັດກ່ຽວກັບການເຕີບໂຕເສດຖະກິດ, ນີ້ແມ່ນຕົວພະຍານຫຼັກຖານໃຫ້ແກ່ເລື່ອງທີ່ບັນດາປະເທດໄດ້ນຳຊີວິດການເປັນຢູ່ອັນດີງາມໃຫ້ແກ່ປະຊາຊົນ ແລະ ສັງຄົມ. ອົດສະຕະລີຫວັງວ່າ ຫວຽດນາມສືບຕໍ່ຮັກສາລະດັບການເຕີບໂຕ; ລັດຖະບານ ແລະ ສະພາແຫ່ງຊາດ ອົດສະຕາລີ ຍາມໃດກໍຮຽງບ່າຮຽງໄຫຼ່ພ້ອມກັບຫວຽດນາມໃນການພັດທະນາເສດຖະກິດແບບຍືນຍົງ ແລະ ໝັ້ນໝາຍຊ່ວຍໜູນຫວຽດນາມພັດທະນາຊັບພະຍາກອນມະນຸດ.
 (ແຫຼ່ງຄັດຈາກ VOV)
 


top