ຂ່າວສານ

ປະທານປະເທດ ເຈີ່ນດ້າຍກວາງ ແລະ ພັນລະຍາ ຢ້ຽມຢາມທາງລັດຖະກິດເຖິງ ຈີນ

      ຕອນເຊົ້າວັນທີ 11 ພຶດສະພາ ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ຈີນ.
      
ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດເຖິງ ຈີນ 
      ແລະ ເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ”, ຈັດຕັ້ງຢູ່ ປັກກີງ ປະເທດ ຈີນ ແຕ່ວັນທີ 11 – 15 ພຶດສະພາ 2017. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ປະທານປະເທດແຫ່ງສາທາລະນະລັດ ປະຊາຊົນ ຈີນ ສີຈິ້ນຜີງ ດຳເນີນໄປໃນສະພາວະ ທີ່ການພົວພັນ ຫວຽດນາມ - ຈີນ ສືບຕໍ່ມີທ່າອ່ຽງພັດທະນາ ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນບັນດາຂົງເຂດ. ການຢ້ຽມຢາມເພື່ອແນໃສ່ຮັກສາທ່າພັດທະນາການພົວພັນລະຫວ່າງ 2 ພັກ, ລັດ, ເພີ່ມທະວີການພົວພັນ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ເລືຶ່ອງຍົກສູງປະສິດທິຜົນແຫ່ງການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດ; ເພີ່ມທະວີການໂຄສະນາກ່ຽວກັບແຜນນະໂຍບາຍ, ນະໂຍບາຍດຶງດູດການລົງທຶນຂອງ ຫວຽດນາມ ໃຫ້ປະຊາຄົມວິສາຫະກິດ ຈີນ.
 (ແຫຼ່ງຄັດຈາກ VOV)

top