ຕອນເຊົ້າວັນທີ 28 ມີນາ, ທີ່ທຳນຽບປະທານປະເທດ ຫວຽດນາມ, ບັນດາເອກອັກຄະລັດຖະທູດ ສ. ອາບຟຣີກາໃຕ້, ເອກອັກຄະລັດຖະທູດ ສ.ອີຢິບ ໄດ້ຍື່ນສານຕາຕັ້ງ ຕໍ່ທ່ານປະທານປະເທດ ເຈີ່ນດ້າຍກວາງ. ພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານປະທານປະເທດ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ຕາມລຳດັບ.
ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ ອາບຟຣີກາໃຕ້ Mpetjane Kgaogelo Lekgoro, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, “ຄູ່ຮ່ວມມືເພື່ອການຮ່ວມມື ແລະ ການພັດທະນາ” ກັບ ອາບຟຣີກາໃຕ້. ບົນຈິດໃຈນັ້ນ, ທ່ານປະທານປະເທດ ສະເໜີວ່າ ໃນປີນີ້, 2 ປະເທດຈະສົມທົບກັນຈັດຕັ້ງການເຄື່ອນໄຫວແທດຈິງບາງຢ່າງເພື່ອສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດປະທານາທິບໍດີ Nelson Mandela ແລະ ຈັດເວທີປາໄສຄູ່ຮ່ວມມືລະຫວ່າງລັດຖະບານ ຫວຽດນາມ - ອາບຟຣີກາ ຄັ້ງທີ 4 ຢູ່ Pretoria. ທ່ານປະທານປະເທດ ຫວັງວ່າ ໃນອາຍຸການຂອງທ່ານເອກອັກຄະລັດຖະທູດ, ໄປຄຽງຄູ່ກັບການຮັກສາການພົວພັນທາງດ້ານການເມືອງອັນດີງາມລະຫວ່າງ 2 ປະເທດທາງຝ່າຍພັກ ແລະ ລັດຖະບານ, ທ່ານເອກອັກຄະລັດຖະທູດ Mpetjane Kgaogelo Lekgoro ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດກ່ວາອີກ… ພ້ອມທັງແນະນຳໃຫ້ບັນດາວິສາຫະກິດ ຫວຽດນາມ ບັນດາກາລະໂອກາດລົງທຶນຢູ່ ອາບຟຣີກາໃຕ້ ແລະ ກົງກັນຂ້າມ.

ການຕ້ອນຮັບທ່ານ ເອກອັກຄະລັດຖະທູດ ອີຢິບ Mahmoud Hassan Nayel
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອີຢິບ Mahmoud Hassan Nayel, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ: ດ້ວຍບົດຮຽນ ແລະ ຄວາມຂະຫຍັນຂັນເຄື່ອນຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະປະກອບສ່ວນຊຸກຍູ້ການພົວພັນ 2 ປະເທດໃຫ້ພັດທະນາກ່ວາ. ທ່ານປະທານປະເທດ ສະເໜີວ່າ, ໃນອາຍຸການຂອງຕົນ ທ່ານເອກອັກຄະລັດຖະທູດຄວນຊຸກຍູ້ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນໃນທຸກໆຂົງເຂດ, ປັບປຸງຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງ 2 ປະເທດ.
(ແຫຼ່ງຄັດຈາກ VOV)