
		ທ່ານປະທານປະເທດເຈີນດ້າຍກວາງພ້ອມດ້ວຍພັນລະຍາ
	
		ເດີນທາງຈາກຮ່າໂຮ້ຍໄປຢ້ຽມຢາມທາງລັດຖະກິດຢູ່ສ.ອິນເດຍ
	
		(ພາບປະກອບ)
	
		ການເດີນທາງໄປຢ້ຽມຢາມຄັ້ງນີ້ ໄດ້ດໍາເນີນໃນສະພາບການສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ -ອິນເດຍ ຈະສືບຕໍ່ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ພິເສດແມ່ນນັບແຕ່ເມື່ອສອງປະເທດສ້າງຕັ້ງການປະທານປະເທດເຈີນດ້າຍກວາງພ້ອມດ້ວຍພັນລະຍາເດີນທາງຈາກຮ່າໂຮ້ຍໄປຢ້ຽມຢາມທາງລັດຖະກິດຢູ່ສ.ອິນເດຍຍຸດທະສາດໃນປີ 2007  ແລະຮອດປີ 2016 ໄດ້ຍົກລະດັບຂຶ້ນກາຍເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ການເດີນທາງໄປຢ້ຽມຢາມຄັ້ງນີ້ ໄດ້ຢືນຢັນວ່າ ຫວຽດນາມຢຶດໝັ້ນປະຕິບັດແນວທາງນະໂຍບາຍທາງດ້ານການທູດເປັນເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ ແລະ ຫັນການພົວພັນສາກົນເປັນຫຼາຍຮູບແບບ, ໃນນັ້ນ ຫວຽດນາມຍາມໃດກໍຖືການເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຫຼາຍດ້ານກັບອິນເດຍເປັນສໍາຄັນ.
	
		        ສິ້ນສຸດການເດີນທາງໄປຢ້ຽມຢາມສາທາລະນະລັດອິນເດຍ, ໂດຍໄດ້ຮັບຄໍາເຊີນຂອງປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາຊົນ Bangladesh Mohammand Abdul Hamid, ທ່ານປະທານປະເທດເຈີນດ້າຍກວາງ ພ້ອມກັບພັນລະຍາຈະດໍາເນີນການໄປຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດ ປະຊາຊົນ Bangladeshໃນລະຫວ່າງວັນທີ 04-06 ມີນາ 2018 ນີ້.
	
		(ແຫຼ່ງຄັດຈາກ VOV)