
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ນຳກອງປະຊຸມ
ພາບ:vietnam+
ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເຫນີ ບັນດາກະຊວງຂະແຫນງການກ່ຽວຂ້ອງເພີ່ມທະວີການຄຸ້ມຄອງຄຸນນະພາບອາຫານເສີມກໍ່ຄືເລື່ອງໂຄສະນາທາງພາຫະນະສື່ມວນຊົນ ແລະ ເຄືອຂ່າຍສັງຄົມອອນລາຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນຫນັກວ່າ:
“ຂ້າພະເຈົ້າຮຽກຮ້ອງຫົວຫນ້າກົມຮັບຜິດຊອບບັນຫາຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ ຕ້ອງສ້າງບັນຊີລາຍຊື່ບັນດາຜະລິດຕະພັນອາຫານເສີມທີ່ລະເມີດການໂຄສະນາ ສົ່ງໃຫ້ກະຊວງຖະແຫລງຂ່າວ ແລະ ສື່ສານ ເພື່ອໃຫ້ກະຊວງສົມທົບກັນແກ້ໄຂຢ່າງເໝາະສົມ. ຫລັງຈາກນັ້ນ ສຳລັບບັນດາການໂຄສະນາບໍ່ຖືກຕ້ອງ, ກະຊວງສາທາລະນະສຸກ ຍົກອອກຄຳສະເຫນີແນະ: ຜະລິດຕະພັນນີ້ແມ່ນໂຄສະນາບໍ່ຖືກຕາມຄວາມຈິງ ປະຊາຊົນບໍ່ຄວນຫລົງເຊື່ອ.”
ທ່ານຮອງນາຍົກລັດຖະມົນຕກໍ່ສະເຫນີ ນັບແຕ່ນີ້ຮອດທ້າຍປີ ບັນດາກະຊວງ, ຂະແຫນງການກ່ຽວຂ້ອງ ຕ້ອງສ້າງໃຫ້ສຳເລັດ ແລະ ຍື່ນສະເຫນີປະກາດໃຊ້ ກົດໝາຍວ່າດ້ວຍການລ້ຽງສັດ, ກົດໝາຍວ່າດ້ວຍການປູກຝັງ, ບັນດາເອກະສານແນະນຳການປະຕິບັດກົດໝາຍວ່າດ້ວຍສິນໃນນ້ຳ, ປະກາດໃຊ້ດຳລັດປັບປຸງເພີ່ມເຕີມບາງມາດຕາຂອງດຳລັດວ່າດ້ວຍການກຳນົດປັບໄຫມການກະທຳຜິດທາງດ້ານບໍລິຫານກ່ຽວກັບຄວາມປອດໄພຫລັກອະນາໄມດ້ານສະບຽງອາຫານ.
(ແຫຼ່ງຄັດຈາກ VOV)