ຂ່າວສານ

ປະຊາຊົນຊາວຄຼິດຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ

      ວັນທີ 24 ທັນວາ, ຄະນະປະຕິບັດງານຂອງ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດຍທ່ານເຈິ່ນແທັງເໝິນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ນຳໜ້າໄດ້ໄປຢ້ຽມຢາມ, ອວຍພອນວັນບຸນຄຼິດສະມາດ 2020 ຢູ່ສຳນັກ ສັງຄະລາດ ຟາດຢ້ຽມ, ເມືອງ ກິມເຊີນ, ແຂວງນິງບິ່ງ.

ທ່ານປະທານເຈິ່ນແທັງເໝິນ ຖ່າຍຮູບກັບສຳນັກ ສັງຄະລາດ ຟາດຢ້ຽມ, ເມືອງ ກິມເຊີນ, ແຂວງນິງບິ່ງ (ພາບ: mattran.org.vn)
      ໃນໄລຍະຈະມາເຖິງ, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ ໃນສະພາບ ພະຍາດໂຄວິດ - 19 ຍັງຄຸກຄາມ, ໄພທຳມະຊາດໄດ້ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ. ຫວຽດນາມຍັງບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການພັດທະນາເສດຖະກິດ - ສັງຄົມ; ຮັບປະກັນຊີວິດສັງຄົມ… ເພື່ອບັນລຸຜົນສຳເລັດດັ່ງກ່າວນີ້ລ້ວນແຕ່ມີການປະກອບສ່ວນຂອງປະຊາຊົນຊາວຄຼິດ, ໃນນັ້ນມີ ເຂດຊາວຄຼິດ ຟາດຢ້ຽມ. ປະຊາຊົນຊາວຄຼິດ ໄດ້ຕັ້ງໜ້າເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ເຊັ່ນວ່າ: ໄດ້ປະຕິບັດວຽກງານການກຸສົນ, ມະນຸດສະທຳ, ການເບິ່ງແຍດູແລເດັກນ້ອຍບໍ່ມີບ່ອນເພິ່ງພາອາໄສ ເປັນຢ່າງດີສຸດ…
(ແຫຼ່ງຄັດຈາກ VOV)


top