ຂ່າວສານ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັງກິດ ຮ່ວມແຮງຮ່ວມໃຈໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກພາຍຸຢູ່ ຫວຽດນາມ

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາຊະອານາຈັກ ອັງກິດ ໄດ້ຮ່ວມແຮງຮ່ວມໃຈແຜ່ບໍລິຈາກເງິນໄດ້ຈຳນວນ 310 ລ້ານດົ່ງ.
(ພາບປະກອບ)

ໂດຍຕອບສະໜອງຄຳຮຽກຮ້ອງຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ພໍ່ແມ່ປະຊາຊົນໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາຊະອານາຈັກ ອັງກິດ ໄດ້ຮ່ວມແຮງຮ່ວມໃຈແຜ່ບໍລິຈາກເງິນໄດ້ຈຳນວນ 310 ລ້ານດົ່ງ ເພື່ອສະໜັບສະໜູນພໍ່ແມ່ປະຊາຊົນພາຍໃນປະເທດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸຢູ່ບັນດາແຂວງທາງພາກກກາງ ແລະ ພາກເໜືອໃນໄລຍະມໍ່ໆມານີ້.

        ການເຄື່ອນໄຫວແຜ່ບໍລິຈາກຄັ້ງນີ້ໄດ້ປຸກລະດົມໃນຂອບເຂດງານແຂ່ງຂັນ Pickleball London ເປີດກວ້າງຄັ້ງທີ 1, ເຫດການກິລາປະຊາຄົມ, ເຕັມໄປດ້ວຍຄວາມໝາຍວັດທະນະທຳມະນຸດ ແລະ ດຶງດູດການເຂົ້າຮ່ວມຂອງຊາວ ຫວຽດນາມ ອາໄສຢູ່ ລອນດອນ ເປັນຈຳນວນຫຼາຍ. ລາຍການແຜ່ບໍລິຈາກຈະສືບຕໍ່ຜັນຂະຫຍາຍປະຕິບັດໃນໄລຍະຈະມາເຖິງ.


top