ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ບັນດາບົດລາຍງານຂອງລັດຖະບານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດ
ທ່ານ ເລຫືວຈີ, ສະມາຊິກສະພາແຫ່ງຊາດແຂວງ ແຄງຮວ່າ (ພາບ: VNA)
ຕອນເຊົ້າວັນທີ 31 ຕຸລາ, ຢູ່ຫໍສະພາແຫ່ງຊາດ (ຮ່າໂນ້ຍ), ສະພາແຫ່ງຊາດສືບຕໍ່ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບສະພາບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2026 ແລະ ສ້າງແຜນການພັດທະນາເສດຖະກິດ - ສັງຄົມ ປີ 2027. ປະກອບຄຳເຫັນທີ່ວາລະປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ສະແດງຄວາມເຫັນດີເປັນເອກະພາບສູງຕໍ່ບັນດາບົດລາຍງານຂອງລັດຖະບານທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດ, ຕີລາຄາປີ 2026, ລັດຖະບານ ແລະ ນາຍົກລັດຖະມົນຕີ ໄດ້ຊີ້ນຳຢ່າງຂ້ຽວຂາດເພື່ອຫັນບັນດານະໂຍບາຍ ແລະ ມະຕິຂອງກົມການເມືອງເປັນລະບອບລະບຽບການ, ແກ້ໄຂຈຸດອຸດຕັນຢ່າງມີປະສິດທິຜົນ, ປຸກລຸກແຫຼ່ງກຳລັງເພື່ອຮັບໃຊ້ໃຫ້ແກ່ເປົ້າໝາຍການເຕີບໂຕສອງຕົວເລກ.
ເອົາໃຈໃສເຖິງມາດຕະການຮັກສາທ່າເຕີບໂຕ ແລະ ປະສິດທິຜົນການນຳໃຊ້ບັນດາແຫຼ່ງກຳລັງພັດທະນາ, ທ່ານ ເລຫືວຈີ, ສະມາຊິກສະພາແຫ່ງຊາດແຂວງ ແຄງຮວ່າ, ສະເໜີວ່າ:
ຕ້ອງຫັນປ່ຽນແປງຢ່າງແຮງຈາກການເຕີບໂຕຕາມຂອບຂະໜາດໄປສູ່ການເຕີບໂຕໂດຍອີງໃສ່ສະມັດຕະພາບ, ເຕັກໂນໂລຊີ ແລະ ມູນຄ່າເພີ່ມຢູ່ພາຍໃນປະເທດ. ຕ້ອງຕີລາຄາ, ຕີລາຄາປະສິດທິຜົນບັນດາໝາກຜົນນີ້ໄດ້ສ້າງຂຶ້ນຕໍ່ເສດຖະກິດຢ່າງເລິກເຊິ່ງ. ຕ້ອງມີມາດຕະການແກ້ໄຂລະອຽດເພື່ອຍົກສູງກຳລັງຄວາມສາມາດຂອງວິສາຫະກິດພາຍໃນປະເທດ, ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ.
ໂດຍເຮັດແຈ້ງບັນດາມາດຕະການແກ້ໄຂຂອງລັດຖະບານເພື່ອບັນລຸເປົ້າໝາຍເຕີບໂຕສອງຕົວເລກ, ທ່ານ ຫງວຽນວັນທັງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ຢືນຢັນວ່າ ລັດຖະບານພວມສຸມໃສ່ການຕິດຕາມບັນດາແຜນການຢ່າງໃກ້ຊິດເພື່ອຊີ້ນຳ. ກໍ່ທີ່ວາລະປະຊຸມ, ລັດຖະມົນຕີບັນດາກະຊວງ: ກະຊວງການເງິນ; ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ອະພິບາຍ ເຮັດແຈ້ງບັນດາເນື້ອໃນທີ່ສະມາຊິກສະພາແຫ່ງຊາດໄດ້ຍົກອອກມາ.