ຂ່າວສານ

ປະກາດໃຊ້ປຶ້ມຄູ່ມືແນະນຳ ການຈັດຕັ້ງປະຕິບັດການແຍກຕົວທາງການແພດຢູ່ເຂດທີ່ເກີດໂລກລະບາດ Covid – 19

      ຕໍ່ໜ້າການຜັນແປຢ່າງສັບສົນຂອງໂລກລະບາດ Covid – 19, ກະຊວງສາທາລະນະສຸກຫວຽດນາມ ຫາກໍ່ປະກາດ ປຶ້ມຄູ່ມືແນະນຳການຈັດຕັ້ງປະຕິບັດການແຍກຕົວທາງການແພດຢູ່ເຂດທີ່ເກີດໂລກລະບາດ Covid – 19”. 
            ນີ້ແມ່ນເອກະສານແນະນຳໄດ້ນຳໃຊ້ໃນທົ່ວປະເທດ, ປະຕິບັດໃຫ້ຖືກຕ້ອງຕາມກົດໝາຍວ່າດ້ວຍການປ້ອງກັນ, ຕ້ານພະຍາດຕິດແປດໃນປີ 2007. ເປົ້າໝາຍຂອງການແນະນຳເພື່ອແນໃສ່  ຂີດແບ່ງເຂດ, ແຍກຕົວທາງການແພດຢູູູ່່່ເຂດເກີດໂລກລະບາດທັງໝົດ, ດັບມອດໂລກລະບາດຢ່າງເຖິງຖອງ, ບໍ່ປະໃຫ້ແຜ່ລະບາດໄປຍັງທ້ອງຖິ່ນຕ່າງໆ. ປຶ້ມຄູ່ມືກໍ່ໄດ້ແນະນຳກ່ຽວກັບການເຄື່ອນໄຫວໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 ຢູ່ໃນເຂດແຍກຕົວ, ການເຄື່ອນໄຫວແກ້ໄຂບັນຫາສິ່ງແວດລ້ອມ, ຂ້າເຊື້ອຢູ່ເຂດເກີດໂລກລະບາດສຳລັບຄອບຄົວທີ່ມີຜູ້ຕິດເຊື້ອພະຍາດ Covid – 19, ຄອບຄົວອ້ອມຂ້າງ, ຄອບຄົວທີ່ມີຜູ້ສົງໄສຕິດເຊື້ອ, ການເຄື່ອນໄຫວກວດພະຍາດ, ປິ່ນປົວແລະດູແລສຸຂະພາບໃຫ້ແກ່ປະຊາຊົນຢູ່ເຂດແຍກຕົວ.
 (ແຫຼ່ງຄັດຈາກ VOV)


top