ຂ່າວສານ

ປະກອບຄຳເຫັນໃສ່ຍຸດທະສາດສັງລວມຮັບມືກັບໂລກລະບາດໂຄວິດ-19 ໃນສະພາບການໃໝ່

      ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ນັກຊ່ຽວຊານດ້ານວິຊາສະເພາະໄດ້ສະແດງຄວາມເປັນເອກະພາບສູງຄວາມຈຳເປັນກ່ຽວກັບເລື່ອງລັດຖະບານປະກາດໃຊ້ຍຸດທະສາດດັ່ງກ່າວ
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ
(ພາບ: VGP)      
      ຕອນບ່າຍວັນທີ 25 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເປັນປະທານການປະຊຸມປະກອບຄຳເຫັນໃສ່ຍຸດທະສາດສັງລວມເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນໃນສະພາບການໃໝ່.
        ທີ່ການປະຊຸມ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ ແລະ ນັກຊ່ຽວຊານດ້ານວິຊາສະເພາະໄດ້ສະແດງຄວາມເປັນເອກະພາບສູງຄວາມຈຳເປັນກ່ຽວກັບເລື່ອງລັດຖະບານປະກາດໃຊ້ຍຸດທະສາດດັ່ງກ່າວ ເພື່ອເປັນພື້ນຖານຜັນຂະຫຍາຍໃນການນຳໃຊ້ຢ່າງເປັນເອກະພາບໃນທົ່ວປະເທດ. ບັນດາຄຳເຫັນປະກອບສຸມໃສ່ເນື້ອໃນການສັກວັກຊິນ, ວິໄຈ, ຮັບປະກັນຊີວິດສັງຄົມ… ເພື່ອແນໃສ່ຄວບຄຸມໂລກລະບາດຢ່າງມີປະສິດທິຜົນໂດຍໄວ.
        ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ ຍຸດທະສາດຄວນຮັບປະກັນຄວາມເໝາະສົມຢ່າງມີໄຫວພິບໃນກໍລະນີໂລກລະບາດຖືກແກ່ຍາວ.
(ແຫຼ່ງຄັດຈາກ VOV)


top