ພາບຊີວິດ

ປອ ຫງວຽນວ໋ຽດເຮືອງ: ຜູ້ບຸກເບີກດ້ານເຕັກໂນໂລຊີ ນາໂນ ຂອງ ຫວຽດນາມ

ຈາກສະຖາບັນການສຶກສາຢູ່ ເອີຣົບ ກັບຄືນສູ່ ຫວຽດນາມ, ປອ ຫງວຽນວ໋ຽດເຮືອງ - ຮອງຫົວໜ້າຄະນະວິທະຍາສາດ ແລະ ວິສະວະກໍາ ວັດສະດຸ (ມະຫາວິທະຍາໄລ Phenikaa), ເຈົ້າຂອງ ລາງວັນ ໝາກບານຄຳ 2024 ແລະ ລາງວັນຄົນຮຸ່ນໃໝ່ ດີເດ່ັນຫວຽດນາມ 2024 - ໄດ້ເລືອກເສັ້ນທາງ ການເປັນເຈົ້າຕົນເອງ ດ້ານເຕັກໂນໂລຊີຫຼັກ ຢູ່ເທິງຜືນແຜ່ນດິນບ້ານເກີດ. ບັນດາຜົນສຳເລັດ ຂອງເພິ່ນ ບໍ່ພຽງແຕ່ສ້າງຂີດໝາຍສ່ວນຕົວເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງບາດກ້າວ ແຫ່ງການຫັນປ່ຽນ ຂອງ ເຕັກໂນໂລຊີວັດສະດຸ ນາໂນ ຫວຽດນາມ ໃນຍຸກສະໄໝໃໝ່.

ຈາກສະຖາບັນການສຶກສາຢູ່ ເອີຣົບ ກັບຄືນສູ່ ຫວຽດນາມ, ປອ ຫງວຽນວ໋ຽດເຮືອງ - ຮອງຫົວໜ້າຄະນະວິທະຍາສາດ ແລະ ວິສະວະກໍາ ວັດສະດຸ (ມະຫາວິທະຍາໄລ Phenikaa), ເຈົ້າຂອງ ລາງວັນ ໝາກບານຄຳ 2024 ແລະ ລາງວັນຄົນຮຸ່ນໃໝ່ ດີເດ່ັນຫວຽດນາມ 2024 - ໄດ້ເລືອກເສັ້ນທາງ ການເປັນເຈົ້າຕົນເອງ ດ້ານເຕັກໂນໂລຊີຫຼັກ ຢູ່ເທິງຜືນແຜ່ນດິນບ້ານເກີດ. ບັນດາຜົນສຳເລັດ ຂອງເພິ່ນ ບໍ່ພຽງແຕ່ສ້າງຂີດໝາຍສ່ວນຕົວເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງບາດກ້າວ ແຫ່ງການຫັນປ່ຽນ ຂອງ ເຕັກໂນໂລຊີວັດສະດຸ ນາໂນ ຫວຽດນາມ ໃນຍຸກສະໄໝໃໝ່.

ປອ ຫງວຽນວ໋ຽດເຮືອງ, ນັກວິທະຍາສາດໜຸ່ມ ຜູ້ບຸກເບີກ ໃນຂະແໜງເຕັກໂນໂລຊີ ວັດສະດຸ ນາໂນ ຢູ່ ຫວຽດນາມ. ພາບ: ເອກະສານ ຂອງ ມະຫາວິທະຍາໄລ Phenikaa

* ຂີດໝາຍແຫ່ງການບຸກເບີກ ໃນຍຸກ ດີຈີຕອນ

ປີ 2024 ແມ່ນຂີດໝາຍ ແຫ່ງບາດກ້າວຂະຫຍາຍຕົວ ທີ່ພົ້ນເດັ່ນ ໃນ ພາລະກິດ ຂອງ ປອ ຫງວຽນວ໋ຽດເຮືອງ ເມື່ອເພິ່ນໄດ້ຮັບການ ຍ້ອງຍໍ ດ້ວຍບັນດາລາງວັນ ທີ່ມີຊື່ສຽງລະດັບຊາດ ສຳລັບ ນັກວິທະຍາສາດໜຸ່ມຢ່າງຕໍ່ເນື່ອງ. ເບື້ອງຫຼັງຂອງບັນດາ ນາມມະຍົດ ດັ່ງກ່າວ ແມ່ນຂະບວນວິວັດແຫ່ງການບຸກບືນ ຢ່າງບໍ່ຢຸດຢັ້ງ ຂອງ ນັກວິທະຍາສາດ ທີ່ເກີດໃນປີ 1990 ດ້ວຍຄວາມມຸ່ງຫວັງຢາກເປັນເຈົ້າເຕັກໂນໂລຊີ.  

ໃນສະພາບການທີ່ ຫວຽດນາມ ພວມຊຸກຍູ້ການພັດທະນາ ວິທະຍາ ສາດ-ເຕັກໂນໂລຊີ ເພື່ອຍົກສູງຄວາມສາມາດ ໃນການແຂ່ງຂັນ, ບົດບາດຂອງບັນດາຜູ້ຊ່ຽວຊານ ຄືເພິ່ນ ຍິ່ງມີຄວາມສຳຄັນເປັນພິເສດ. ເພິ່ນສັງກັດຢູ່ໃນກຸ່ມປັນຍາຊົນ “Brain Gain” (ປັນຍາຊົນກັບຄືນຖິ່ນ) - ເຊິ່ງແມ່ນກຸ່ມ ຜູ້ມີຄວາມຮູ້ຄວາມສາມາດ ທີ່ໄດ້ຮັບການກໍ່ສ້າງ ຢູ່ບັນດາປະເທດ ມະຫາອຳນາດ ດ້ານເຕັກໂນໂລຊີ ແລ້ວກັບຄືນມາ ປະກອບສ່ວນ ໃຫ້ແກ່ປະເທດຊາດ. ແນວໃດກໍຕາມ, ແທນທີ່ຈະກັບມາ ເພື່ອເຮັດວຽກຮັບຈ້າງ, ເພິ່ນພັດເລືອກທີ່ຈະເປັນຜູ້ສ້າງສັນ.

ປອ ຫງວຽນວ໋ຽດເຮືອງ ແລະ ຄູ່ຮ່ວມງານ ໄດ້ອອກແບບ, ຜະລິດ ແລະ ປະກອບລະບົບການຕົກຕະກອນຊັ້ນປະລະມານູດ່ຽວໃນອະວະກາດ (Spatial Atomic Layer Deposition - SALD) "Made in Vietnam" ເປັນລະບົບທຳອິດໄດ້ຢ່າງສຳເລັດ. ພາບ: ເອກະສານ ຂອງ ມະຫາວິທະຍາໄລ Phenikaa
ປອ ຫງວຽນວ໋ຽດເຮືອງ ຕາງໜ້າໃຫ້ກະແສຟອງ “Brain Gain” (ການດຶງດູດມັນສະໝອງ) - ການກັບຄືນບ້ານເກີດເມືອງນອນ ຂອງບັນດາປັນຍາຊົນ ທີ່ໄດ້ຮັບການຝຶກຝົນຫຼໍ່ຫຼອມ ຢູ່ບັນດາປະເທດມະຫາອຳນາດ ດ້ານເຕັກໂນໂລຊີ. ພາບ: ເອກະສານ ຂອງ ມະຫາວິທະຍາໄລ Phenikaa
 

ຂີດໝາຍທີ່ໂດດເດັ່ນທີ່ສຸດ ແມ່ນການຮ່ວມມື ກັບເພື່ອນຮ່ວມງານ ໃນການອອກແບບ ແລະ ປະດິດສ້າງ ລະບົບການວາງຊັ້ນ ປະລາມະນູ ດ່ຽວ ໃນອາວະກາດ (Spatial Atomic Layer Deposition - SALD) “Made in Vietnam” ທຳອິດ. ແທນທີ່ ຈະຕ້ອງຂຶ້ນກັບ ອຸປະກອນນຳເຂົ້າ ທີ່ມີມູນຄ່າ ຫຼາຍລ້ານ ໂດລາສະຫະລັດ, ກຸ່ມຄົ້ນຄວ້າໄດ້ເປັນເຈົ້າການ ໃນເຕັກໂນໂລຊີ ແກນຫຼັກ, ຊ່ວຍປະຢັດງົບປະມານ ແລະ ເປີດໂອກາດໃຫ້ບັນດານັກສຶກສາພາຍໃນປະເທດ ໄດ້ເຂົ້າເຖິງ ເຕັກໂນໂລຊີ ທີ່ທັນສະໄໝ.  

ເຕັກໂນໂລຊີ SALD ຊ່ວຍໃຫ້ສາມາດສ້າງ ຊັ້ນວັດສະດຸ ນາໂນ ທີ່ບາງທີ່ສຸດ ແລະ ສະໝ່ຳສະເໝີ ດ້ວຍຄວາມໄວ ທີ່ໄວກວ່າ ວິທີການແບບເກົ່າຫຼາຍຮ້ອຍເທົ່າ, ສາມາດເຮັດວຽກໄດ້ ໃນສະພາບ ຄວາມດັນ ອາກາດປົກກະຕິ ແທນທີ່ຈະແມ່ນ ສະພາບແວດລ້ອມ ສູນຍາກາດ ທີ່ມີຄ່າໃຊ້ຈ່າຍສູງ. ຜົນສຳເລັດນີ້ ບໍ່ພຽງແຕ່ ມີຄວາມໝາຍ ທາງດ້ານວິຊາການເທົ່ານັ້ນ, ແຕ່ຍັງສ້າງພື້ນຖານ ໃຫ້ແກ່ການໝູນໃຊ້ເຂົ້າໃນຂະແໜງ ພະລັງງານ, ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່.

ຄຸນຄ່າການຄົ້ນຄວ້າ ຂອງ ປອ ຫງວຽນວ໋ຽດເຮືອງ  ໄດ້ແຕະຕ້ອງໂດຍກົງ ເຖິງບັນດາບັນຫາທີ່ເຄັ່ງຮ້ອນ ຂອງເສດຖະກິດ - ສັງຄົມ ຫວຽດນາມ, ນັ້ນແມ່ນ ພະລັງງານ ແລະ ສິ່ງແວດລ້ອມ. ພາບ: ເອກະສານ ຂອງ ມະຫາວິທະຍາໄລ Phenikaa
ປອ ຫງວຽນວ໋ຽດເຮືອງ ແມ່ນໜຶ່ງໃນບັນດາແບບຢ່າງທີ່ສ້າງແຮງບັນດານໃຈ ໃນວິວັດທະນາການພັດທະນາ ຂອງປະເທດຊາດ. ພາບ: ເອກະສານ ຂອງ ມະຫາວິທະຍາໄລ Phenikaa

ຄຽງຄູ່ກັບຜົນງານການຄົ້ນຄວ້າ ທີ່ໄດ້ຮັບການຕີພິມລະດັບສາກົນ ແລະ ສິດທິບັດຜູກຂາດກວ່າ 40 ສະບັບ, ປອ ຫງວຽນວ໋ຽດເຮືອງ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ກັບການສ້າງຄົນ ຮຸ່ນສືບທອດ. ເພິ່ນໄດ້ນຳພານັກສຶກສາເຂົ້າຮ່ວມການຄົ້ນຄວ້າ, ຕີພິມບົດຄວາມວິທະຍາສາດສາກົນ ລະດັບ Q1 ແລະ ສະເໜີ ຍຸດທະສາດພັດທະນາ ບຸກຄະລາກອນແບບ “ຫຼາຍຊັ້ນ”, ໂດຍປະສານສົມທົບລະຫວ່າງ ຈຸດເດັ່ນຂອງສາກົນ ກັບກຳລັງແຮງ ພາຍໃນປະເທດ. ຂໍ້ຄວາມທີ່ເພິ່ນ ສົ່ງເຖິງ ຄົນໜຸ່ມສາວ ແມ່ນ ຈະແຈ້ງທີ່ສຸດ: ວິທະຍາສາດ ແມ່ນເສັ້ນທາງ ເພື່ອຮັບໃຊ້ປະເທດຊາດ.

ປອ ຫງວຽນວ໋ຽດເຮືອງ ປັດຈຸບັນແມ່ນຮອງຫົວໜ້າ ຄະນະວິທະຍາ ສາດ ແລະ ເຕັກນິກວັດສະດຸ (ມະຫາວິທະຍາໄລ Phenikaa), ເຈົ້າຂອງລາງວັນ ໝາກບານຄຳ 2024 ແລະ ລາງວັນຄົນຮຸ່ນໃໝ່ດີເດັ່ນ ຫວຽດນາມ 2024. ພາບ: ເອກະສານຂອງມະຫາວິທະຍາໄລ Phenikaa

ເຫດຜົນທີ່ລຽບງ່າຍ ແຕ່ເຕັມໄປດ້ວຍຄວາມຮັກຊາດວ່າ: “ຂ້າພະເຈົ້າໄດ້ໄປຮຽນດ້ວຍ ເງິນງົບປະມານ, ດ້ວຍເງິນພາສີຂອງປະຊາຊົນ. ໜ້າທີ່ ຮັບຜິດຊອບ ຂອງຂ້າພະເຈົ້າ ແມ່ນຕ້ອງ ນຳເອົາຄວາມຮູ້ເຫຼົ່ານັ້ນ ກັບຄືນມາຮັບໃຊ້ ປະຊາຊົນ ຂອງຕົນເອງ”

 

* ການສອບເສັງໄດ້ຄະແນນສູງສຸດສອງຄັ້ງ ແລະ “ໜີ້” ຈາກເງິນພາສີ ຂອງ ປະຊາຊົນ

ເກີດຢູ່ເມືອງ ການລົກ (ແຂວງ ຮ່າຕິ໊ງ), ທ່ານ ຫງວຽນວ໋ຽດເຮືອງ ສະແດງ ໃຫ້ເຫັນເຖິງຄວາມສາມາດ ໃນການຮຽນທີ່ດີເລີດ ຕັ້ງແຕ່ຍັງນ້ອຍ. ເພິ່ນເສັງໄດ້ຄະແນນສູງສຸດ ເຂົ້າຮຽນ ຢູ່ ມະຫາວິທະຍາໄລ ເຕັກໂນໂລຊີ (ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ). ຫຼັງຈາກນັ້ນ, ເພິ່ນໄດ້ ຮັບທຶນການສຶກສາ ຈາກລັດຖະບານ ເພື່ອໄປສຶກສາ ຢູ່ປະເທດ ຝຣັ່ງ ແລະ ຈົບການສຶກສາ ດ້ວຍຄະແນນສູງສຸດ ໃນລະດັບ ວິສະວະກອນ ແລະ ປະລິນຍາໂທ. ບົດວິທະຍານິພົນ ປະລິນຍາເອກ ຂອງ ເພິ່ນ ຢູ່ມະຫາວິທະຍາໄລ Grenoble Alpes ໄດ້ຮັບລາງວັນ ດີເດັ່ນທີ່ສຸດ ໃນປີ 2019 ຈາກ ສະມາຄົມເຄມີສາດ ຂອງ ຝຣັ່ງ.  

ທ່າມກາງໂອກາດ ໃນການເຮັດວຽກ ທີ່ດີຢູ່ ເອີຣົບ, ເພິ່ນພັດເລືອກກັບຄືນ ຫວຽດນາມ ດ້ວຍເຫດຜົນທີ່ລຽບງ່າຍ ແຕ່ເຕັມໄປດ້ວຍຄວາມຮັກຊາດວ່າ: “ຂ້າພະເຈົ້າໄດ້ໄປຮຽນດ້ວຍ ເງິນງົບປະມານ, ດ້ວຍເງິນພາສີຂອງປະຊາຊົນ. ໜ້າທີ່ ຮັບຜິດຊອບ ຂອງຂ້າພະເຈົ້າ ແມ່ນຕ້ອງ ນຳເອົາຄວາມຮູ້ເຫຼົ່ານັ້ນ ກັບຄືນມາຮັບໃຊ້ ປະຊາຊົນ ຂອງຕົນເອງ”. ແນວຄິດດັ່ງກ່າວ ໄດ້ກາຍເປັນເຂັມຊີ້ທິດ ໃຫ້ແກ່ທຸກ ການຕັດສິນໃຈຄື: ປະຕິເສດ ເງິນເດືອນສູງຢູ່ຕ່າງປະເທດ, ຍອມຮັບຄວາມຫຍຸ້ງຍາກ ໃນເບື້ອງຕົ້ນ ເພື່ອສ້າງຕັ້ງກຸ່ມຄົ້ນຄວ້າ ພາຍໃນປະເທດ.

ປອ ຫງວຽນວ໋ຽດເຮືອງ ຮັບລາງວັນ ວິທະຍາສາດເຕັກໂນໂລຊີ ໝາກບານຄຳ ປະຈໍາປີ 2024. ພາບ: ເອກະສານຂອງມະຫາວິທະຍາໄລ Phenikaa
ປອ ຫງວຽນວ໋ຽດເຮືອງ ພ້ອມກັບເພື່ອນຮ່ວມງານ ມະຫາວິທະຍາໄລ Phenikaa ຖ່າຍຮູບຮ່ວມກັນ ເປັນທີ່ລະນຶກ ໃນພິທີມອບລາງວັນ ໝາກບານຄຳ 2024. ພາບ: ເອກະສານ ຂອງ ມະຫາວິທະຍາໄລ Phenikaa

ເຕັກໂນໂລຊີ SALD ທີ່ເພິ່ນພັດທະນາຂຶ້ນນັ້ນ ໄດ້ເປີດໂອກາດ ໃນ ການຜະລິດແຝງ ພະລັງງານ ແສງຕາເວັນ ແລະ ໝໍ້ໄຟ ເກັບພະລັງ ງານ ຮຸ່ນໃໝ່ ດ້ວຍຕົ້ນທຶນທີ່ຕໍ່າກວ່າ ແລະ ມີປະສິດທິພາບສູງຂຶ້ນ; ປະດິດສ້າງອຸປະກອນ ເຊັນເຊີ ອັດສະລິຍະ ເພື່ອກວດຈັບອາຍພິດ ໃນລະດັບທີ່ຕ່ຳທີ່ສຸດ; ຕະຫຼອດຮອດ ການສ້າງ ຊັ້ນເຄືອບ ນາໂນ ທີ່ ທົນທານ, ຊັກນຳໄຟຟ້າໄດ້ດີ ເພື່ອທົດແທນ ວັດສະດຸ ທີ່ຫາຍາກ.

ປອ ຫງວຽນວ໋ຽດເຮືອງ (ຜູ້ນັ່ງຂວາສຸດ) ເຂົ້າຮ່ວມຂະບວນສວນສະໜາມ ໃນເຫດການ A80. ພາບ: ເອກະສານຂອງມະຫາວິທະຍາໄລ Phenikaa
 
ປອ ຫງວຽນວ໋ຽດເຮືອງ (ທີສາມຈາກຊ້າຍ) ຖ່າຍຮູບຮ່ວມກັບ ບັນດາຄົນຮຸ່ນໃໝ່ດີເດັ່ນ ຫວຽດນາມ ຢູ່ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ. ພາບ: ເອກະສານ ຂອງ ມະຫາວິທະຍາໄລ Phenikaa

ເລື່ອງລາວ ຂອງ ປອ ຫງວຽນວ໋ຽດເຮືອງ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດພຽງພໍ ໃນການບຳລຸງສ້າງ ແລະ ພັດທະນາ ພອນສະຫວັນ ດ້ານວິທະຍາສາດ ລະດັບສູງ ເມື່ອຄົນຮຸ່ນໜຸ່ມກ້າທ່ີຈະຝັນໃຫຍ່ ແລະ ກ້າທີ່ຈະກັບຄືນມາ. ສຳລັບເພິ່ນແລ້ວ, ວິທະຍາສາດ ແມ່ນບໍ່ມີພົມແດນ, ແຕ່ນັກວິທະຍາສາດ ນັ້ນມີປະເທດຊາດ ແລະ ປະເທດຊາດນີ້ເອງ ແມ່ນບ່ອນທີ່ຄວາມຮູ້ ໄດ້ຮັບການຈັດຕັ້ງປະຕິບັດ ໃຫ້ກາຍເປັນຄຸນຄ່າ ທີ່ຍືນຍົງ.

  • ບົດໂດຍ: ຮວ່າງຍີ - ພາບໂດຍ: ເອກະສານ ຂອງ ມະຫາວິທະຍາໄລ Phenikaa - ແປໂດຍ: ບິກລຽນ



top