ທ່ານນາງ ປອ. ຄວັດທູຮົ່ງ ແລະ ບັນດາເພື່ອນຮ່ວມງານ ຂອງ ສະຖາບັນ ຄົ້ນຄວ້າ ພັດທະນາ ສັງຄົມ (ISDS) ໄດ້ພັດທະນາຊຸດເຄື່ອງມື ເພື່ອເປັນແນວທາງ ໃນການປ່ຽນແປງທັດສະນະຄະຕິ ແລະ ພຶດຕິກໍາ ສໍາລັບ ຜູ້ດ້ອຍໂອກາດ. ຊຸດເຄື່ອງມືເຫຼົ່ານີ້ ໄດ້ຮັບການທາບທາມ ຈາກລັດ ໃນລະຫວ່າງ ຂະບວນການສ້າງ ແລະ ປະກາດໃຊ້ກົດໝາຍ ວ່າດ້ວຍ ການປ້ອງກັນ/ສະກັດກັ້ນ ການຕິດເຊື້ອໄວຣັດ ທ່ີເປັນສາເຫດພູມຄຸ້ມກັນບົກພ່ອງ (HIV/AIDS) ແລະ ກົດໝາຍວ່າດ້ວຍຄົນພິການ.
ນັບຕັ້ງແຕ່ການສ້າງຕັ້ງໃນປີ 2002, ISDS ໄດ້ຜັນຂະຫຍາຍ ການຄົ້ນຄວ້າຫຼາຍຢ່າງ ກ່ຽວກັບກຸ່ມຄົນດ້ອຍໂອກາດໃນສັງຄົມ. ດ້ວຍວິທີນັ້ນ, ISDS ແລະ ບັນດາອົງການຄົ້ນຄວ້າອື່ນໆ ໄດ້ຊ່ວຍ ລັດ ຖະບານ ຫວຽດນາມ ປັບປຸງ ແລະ ກໍ່ສ້າງບັນດານະໂຍບາຍສັງຄົມໂດຍອີງໃສ່ຫຼັກຖານ, ເອົາໃຈໃສ່ເຖິງລັກສະນະ ເບາະບາງຖືກກະ ທົບໄດ້ງ່າຍ ຂອງ ບັນດາກຸ່ມຄົນໃນສັງຄົມທີ່ແຕກຕ່າງກັນ ແລະ ຮັບປະກັນລັກສະນະກວມລວມ. ISDS ບໍ່ພຽງແຕ່ດໍາເນີນການຄົ້ນ ຄວ້າທາງດ້ານສັງຄົມ ເພື່ອຈຸດປະສົງ ທາງວິທະຍາສາດ ເທົ່ານັ້ນ, ແຕ່ຍັງນໍາໃຊ້ຜົນການຄົ້ນຄວ້າ ເພື່ອຮັບໃຊ້ເປົ້າໝາຍ ພັດທະນາຊຸມຊົນ ແລະ ຍົກສູງຄວາມຮັບຮູ້ ທາງສັງຄົມ ອີກດ້ວຍ.
ທ່ານນາງ ປອ. ຄວັດທູຮົ່ງ ເປັນຜູ້ກໍ່ຕັ້ງ, ຫົວໜ້າສະຖາບັນຄົ້ນຄວ້າ ພັດທະນາສັງຄົມ (ISDS), ອົງການຄົ້ນຄວ້າເອກະລາດ ມີສຳນັກ ງານໃຫຍ່ຢູ່ ຮ່າໂນ້ຍ. ພາບ: ແຄ໋ງລອງ
ໂດຍສະເພາະໃນປີ 2004, ຫຼັງຈາກການຄົ້ນຄວ້າ ກ່ຽວກັບສະພາບການລັງກຽດ ແລະ ຈຳແນກການປະພຶດ ຕໍ່ຜູ້ຕິດເຊື້ອ HIV ໃນຕົວຈິງ, ISDS ໄດ້ສ້າງຊຸດເຄື່ອງມື “ແນະນໍາການຊອກຮູ້ ແລະ ຫຼຸດ ຜ່ອນ ການລັງກຽດ ແລະ ຈຳແນກການປະພຶດ ຕໍ່ຜູ້ຕິດເຊື້ອ HIV/AIDS”.
ໃນຊຸມປີຕໍ່ໜ້າ, ຈາກການຄົ້ນຄວ້າຕົວຈິງຂອງຕົນ, ISDS ໄດ້ຜະ ລິດຊຸດເຄື່ອງມື ເພື່ອສະໜັບສະໜູນ ການປ່ຽນແປງ ຄວາມຮັບຮູ້ ແລະ ຫຼຸດຜ່ອນການລັງກຽດ ຕໍ່ກຸ່ມຄົນດ້ອຍໂອກາດ ເຊັ່ນ: ຜູ້ສັກ ຢາເສບຕິດ, ໂສເພນີ, ຊຸມຊົນຄົນພິການ. ເຄື່່ອງມືເຫຼົ່ານີ້ແມ່ນມີປະ ໂຫຍດຢ່າງແທ້ຈິງ ເພາະວ່າ ໃນນັ້ນ ແນະນໍາການປ່ຽນແປງ ໂດຍລະອຽດໃນແນວຄິດ ແລະ ການກະທຳ ຂອງ ກຸ່ມຄົນດ້ອຍໂອກາດ, ຫັນຈາກຄວາມຫວັງດີໃນຄວາມຄິດ ເປັນການກະທຳ ທີ່ຕັ້ງໜ້າໃນຕົວຈິງ.
ທ່ານນາງ ປອ. ຮົ່ງ ເນັ້ນໜັກວ່າ: “ສຳລັບຜູ້ທີ່ດໍາລົງຊີວິດຢູ່ຮ່ວມກັບ HIV, ຖ້າພວກເຮົາມີແນວຄິດ ຈຳແນກການປະພຶດຕໍ່ເຂົາເຈົ້າ, ມີຫຼາຍການກະທຳ
ທີ່ເຂົາເຈົ້າຕ້ອງປະຕິບັດຢ່າງລັບໆ, ເພາະສະນັ້ນບັນດາມາດຕະການ
ຄວາມປອດໄພ ອາດຈະບໍ່ໄດ້ປະຕິບັດຢ່າງຄົບຖ້ວນ. ຄົນຈາກຊຸມຊົນ LGBT (ປະກອບມີ: ຮັກຮ່ວມເພດ, ເກ, ປ່ຽນເພດ...) ກໍຄືກັນ,
ຖ້າສັງຄົມຈໍາແນກການປະພຶດຕໍ່, ພວກເຂົາ ເຈົ້າ ຈະບໍ່ສາມາດ ເຂົ້າເຖິງໂອກາດ ໄດ້ຮໍ່າຮຽນ,
ເຮັດວຽກຢ່າງສະ ເໝີພາບ, ເຂົາເຈົ້າ ໃຊ້ຊີວິດໃນປົມຄວາມດ້ອຍຢູ່ສະເໝີ ແລະ
ບໍ່ມີນໍ້າໃຈບືນຂຶ້ນໃນຊີວິດ. ສິ່ງດັ່ງກ່າວຈະເຮັດໃຫ້ ສັງຄົມບໍ່ໝູນໃຊ້ ຄວາມສາມາດ ແລະ ການປະກອບສ່ວນຂອງພວກເຂົາໄດ້ໝົດ”. ປີ 2006, ກົດໝາຍວ່າດ້ວຍການປ້ອງກັນ
ແລະ ສະກັດກັ້ນ HIV/AIDS ໄດ້ປະກາດໃຊ້ ແລະ ກົດໝາຍວ່າດ້ວຍຄົນພິການ ປີ 2010
ກໍ່ມີຜົນສັກສິດ...
ນີ້ແມ່ນສັນຍານ ທີ່ດີ ບໍ່ພຽງແຕ່ ສໍາລັບກຸ່ມຄົນດ້ອຍໂອກາດເທົ່ານັ້ນ, ແຕ່ຍັງສໍາລັບນັກຄົ້ນຄວ້າ ແລະ ພະນັກງານສັງຄົມຄືທ່ານນາງ ປອ. ຮົ່ງ ແລະ ເພື່ອນຮ່ວມງານຢູ່ ISDS ອີກດ້ວຍ. ທ່ານນາງ ປອ. ຮົ່ງ ໄດ້ແບ່ງປັນວ່າ: “ມ່ວນກວ່າ ແລະ ຍັງເປັນແຮງຈູງໃຈສໍາລັບ ຂ້າພະເຈົ້າ ແລະ ເພື່ອນຮ່ວມງານ ເມື່ອຜົນໄດ້ຮັບໃນການຄົ້ນ ຄວ້າ ຂອງ ISDS ຖືກເປັນຂໍ້ອ້າງອີງ ໃນຂະບວນການສ້າງກົດໝາຍ”. ຕາມທ່ານນາງ ປອ. ຄວັດທູຮົ່ງ, ນັບແຕ່ເວລານີ້, ແຕ່ລະຄົນ ຕ້ອງມີການກະທຳຢ່າງຕັ້ງໜ້າ ແລະ ເຂັ້ມແຂງຍິ່ງຂຶ້ນ, ປະກອບສ່ວນຮ່ວມກັບລັດຖະບານ ເພື່ອປະຕິບັດ ຄຳໝັ້ນສັນຍາ-ຫວຽດນາມ ບໍ່ປະໃຜໄວ້ໃຫ້ຢູ່ຂ້າງຫຼັງ.
ທ່ານນາງ ປອ. ຄວັດທູຮົ່ງ ແລະ ເພື່ອນຮ່ວມງານຢູ່ ISDS ພວມ ປະຕິບັດພາລະກໍາ ປະກອບສ່ວນ ເຮັດໃຫ້ ຫວຽດນາມ ກາຍເປັນ ປະເທດທີ່ໄດ້ຮັບຟັງຄຳເຫັນ ຂອງ ປະຊາຊົນ, ຄວາມຍຸຕິທຳໃນສັງຄົມໄດ້ຮັບການປະຕິບັດ, ຊຸກຍູ້ຄວາມຫຼາກຫຼາຍ ຂອງ ສັງຄົມ ແລະ ຄວາມສະເໝີພາບສຳລັບທຸກຄົນ. ພາບ: ເອກະສານ
ບັນດາຊຸດເຄື່ອງມືຂອງ ISDS ໄດ້ຮັບການນຳໃຊ້ຢ່າງກວ້າງຂວາງ ໂດຍບັນດາອົງການພັກ, ລັດ ແລະ ອົງການສັງຄົມ ຫວຽດນາມ ເພື່ອຮັບໃຊ້ການສຶກສາ ແລະ ສື່ສານ ເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນ ຕໍ່ບັນດາກຸ່ມຄົນດ້ອຍໂອກາດ.
ບົດ: ຖາວວີ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ