ຄາດວ່າປີນີ້ລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ຈະບັນລຸກວ່າ 8%; ວົງເງິນສົ່ງອອກ - ນຳເຂົ້າບັນລຸປະມານ 911 ຕື້ USD, ການສົ່ງອອກເກີນດຸນປະມານ 25 ຕື້ USD.
ກ່າວຄຳເຫັນທີ່ກອງປະຊຸມສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ ທີ່ຈັດຂຶ້ນໃນຕອນບ່າຍວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ທ່ານ ໂຮ່ດຶກເຟີກ, ຮອງນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາ, ໃຫ້ຮູ້ວ່າ ຄາດວ່າປີນີ້ລະດັບເຕີບໂຕເສດຖະກິດຂອງ ຫວຽດນາມ ຈະບັນລຸກວ່າ 8%; ວົງເງິນສົ່ງອອກ - ນຳເຂົ້າບັນລຸປະມານ 911 ຕື້ USD, ການສົ່ງອອກເກີນດຸນປະມານ 25 ຕື້ USD; ດັດຊະນີລາຄາໃຊ້ສອຍ (CPI) ຄາດວ່າແມ່ນປະມານ 3,6%...
ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ຊີ້ແຈ້ງວ່າ ປີ 2026, ສະພາທີ່ປຶກສານະໂຍບາຍການເງິນ, ເງິນຕາແຫ່ງຊາດ ສະເໜີແນະຕໍ່ລັດຖະບານ ບໍ່ເປີດກວ້າງນະໂຍບາຍເງິນຕາ; ສຸມໃສ່ການຫັນເປັນດີຈີຕອນ, ເຕັກໂນໂລຊີສູງ, ເຕັກໂນໂລຊີຂໍ້ມູນຂ່າວສານ, ພື້ນຖານໂຄງລ່າງດີຈີຕອນ, ນະວັດຕະກຳ… ພ້ອມກັນນັ້ນ, ການບໍລິຫານນະໂຍບາຍເງິນຕາກໍ່ຕ້ອງຢືດໝັ້ນຕໍ່ເປົ້າໝາຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຊຸກຍູ້ການເຕີບໂຕ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ຍູ້ແຮງການປ່ອຍເງິນລົງທຶນສາທາລະນະ; ດຶງດູດການລົງທຶນຕ່າງປະເທດທີ່ມີຄຸນນະພາບສູງ; ຜັນຂະຫຍາຍບັນດາມາດຕະການແກ້ໄຂເພື່ອຊຸກຍູ້ການສົ່ງອອກ…