ຈາກບັນດາຫາດຊາຍ ທີ່ຍັງຄົງເຕັມໄປດ້ວຍນ້ຳໝອກຕົກຄ້າງ ຈົນ ຮອດ ທ້ອງເຮືອ ທີ່ເຕັມໄປດ້ວຍກຸ້ງປາ ທີ່ຫາກໍຮອດທ່າ, ຕະຫຼາດຂາຍ ສິນທະເລ ໃນຕອນເຊົ້າ ໄດ້ສະແດງໃຫ້ເຫັນວິຖີຊີວິດ ທີ່ເປັນເອກະລັກ ສະເພາະ ສໍາລັບຊາວເມືອງຝັ່ງທະເລ ຫວຽດນາມ. ການອອກແຮງ ງານ, ວັດທະນະທຳ ແລະ ນ້ຳໃຈຄົນ ໄດ້ປະສານເຂົ້າກັນແບບລຽບ ງ່າຍ ແຕ່ມີຊີວິດຊີວາ, ບ່ອນທີ່ແຕ່ລະວັນໃໝ່ ໄດ້ເລີ່ມຕົ້ນໄປພ້ອມກັບ ທ້ອງທະເລ.
ຈາກບັນດາຫາດຊາຍ ທີ່ຍັງຄົງເຕັມໄປດ້ວຍນ້ຳໝອກຕົກຄ້າງ ຈົນ ຮອດ ທ້ອງເຮືອ ທີ່ເຕັມໄປດ້ວຍກຸ້ງປາ ທີ່ຫາກໍຮອດທ່າ, ຕະຫຼາດຂາຍ ສິນທະເລ ໃນຕອນເຊົ້າ ໄດ້ສະແດງໃຫ້ເຫັນວິຖີຊີວິດ ທີ່ເປັນເອກະລັກ ສະເພາະ ສໍາລັບຊາວເມືອງຝັ່ງທະເລ ຫວຽດນາມ. ການອອກແຮງ ງານ, ວັດທະນະທຳ ແລະ ນ້ຳໃຈຄົນ ໄດ້ປະສານເຂົ້າກັນແບບລຽບ ງ່າຍ ແຕ່ມີຊີວິດຊີວາ, ບ່ອນທີ່ແຕ່ລະວັນໃໝ່ ໄດ້ເລີ່ມຕົ້ນໄປພ້ອມກັບ ທ້ອງທະເລ.
ຮຸ່ງອາລຸນທີ່ຕະຫຼາດຂາຍປາ ຕາມຕ໋ຽນ (ແຂວງ ດ່າໜັງ). ພາບ: ດິງຫາຍຫງອກ
ດ້ວຍຊາຍຝັ່ງທະເລ ທີ່ມີຄວາມຍາວກວ່າ 3.260 ກມ ແກ່ຍາວ
ແຕ່ ພາກເໜືອ ຮອດພາກໃຕ້, ຫວຽດນາມ ມີພື້ນທີ່ທະເລ ທີ່ອຸດົມສົມບູນ,
ແມ່ນບ່ອນທີ່ບັນດາຕະຫຼາດຂາຍສິນທະເລ
ຕອນເຊົ້າ ກາຍເປັນ ຈຸດ ເລີ່ມຕົ້ນ ຂອງ ຊີວິດການເປັນຢູ່ແຄມທະເລ. ແຕ່ເຊົ້າມືດ, ເມື່ອ ເຮືອ ຫາປາ ຫາກໍ່ເຂົ້າຈອດທຽບທ່າ, ບ່ອນນັ້ນ ໄດ້ກາຍເປັນມີພະລັງຊີວິດ,
ສ່ອງແສງໃຫ້ເຫັນຢ່າງຈະແຈ້ງເຖິງການອອກແຮງງານ
ແລະ ຄວາມ ຜູກພັນ ຂອງ ຊຸມຊົນ. ລຽບຕາມແຄມຝັ່ງທະເລ, ທ່ານສາມາດພົບ ເຫັນ ບັນດາຕະຫຼາດນັດ ທີ່ເປັນເອກະລັກ ເຊັ່ນ: ຕະຫຼາດຂາຍປາ
ເກືອວ້ານ (ກວາງນິງ), ຕະຫຼາດຂາຍປາ ເຊີ່ມເຊີນ (ແທັງຮ໋ວາ), ຕະ ຫຼາດ ຂາຍປາ ເຍິດເລ້ (ກວາງບິ່ງ),
ຕະຫຼາດຂາຍປາ ຕາມຕ໋ຽນ (ນະ
ຄອນ ດ່າໜັງ) ຫຼື ຕະຫຼາດຂາຍປາ ຊ໋ອມເລື້ອຍ (ນະຄອນ ໂຮ່ຈີມິນ) ...
ແຕ່ລະແຫ່ງລ້ວນແຕ່ມີສີສັນ ທີ່ແຕກຕ່າງກັນ ແຕ່ມີວິຖີຊີວິດ ອັນ ດຽວກັນ ທີ່ມຸ່ງໜ້າສູ່ທ້ອງທະເລ.
ຕະຫຼາດຂາຍສິນທະເລ ລອງຫາຍ ຢູ່ນະຄອນ ໂຮ່ຈີມິນ ບໍ່ພຽງ ແຕ່ໂດດເດັ່ນດ້ວຍສິນທະເລ ທີ່ສົດໃໝ່ ແລະ ແຊບ ເທົ່ານັ້ນ, ແຕ່ຕະຫຼາດແຫ່ງນີ້
ຍັງຄົງຮັກສາ ບັນຍາກາດ ທີ່ຄຶກຄັກ ແລະ ເຕັມໄປດ້ວຍສີສັນ ຂອງຕະຫຼາດແຄມທະເລ ແບບດັ້ງເດີມ.
ພາບ: ກິມເຊີນ/VNP
ໃນຍາມເຊົ້າມືດ, ຢູ່ຕາມຊາຍຝັ່ງທະເລຕ່າງໆ ຂອງ ຫວຽດນາມ, ກຸ້ງປາ ທີ່ຫາກໍ່ຫາໄດ້ໃໝ່ໆ ແລະ ສົດໆ ຈະຖືກນຳມາວາງຂາຍ
ໂດຍກົງຢູ່ຕະຫຼາດແຄມຝັ່ງ. ພາບ: ກິມເຊີນ/VNP
ຕະຫຼາດເລີ່ມ ເຕົ້າໂຮມແຕ່ເຊົ້າຕູ່, ເມື່ອເຮືອຫາປາ ໄດ້ທະຍອຍກັບ ເຂົ້າມາຈອດທຽບທ່າ ພາຍຫຼັງ ອອກສູ່ທະເລຫາປາ ຕະຫຼອດຄືນ. ຢູ່ ເທິງຫາດຊາຍ ທີ່ຍັງເຕັມໄປດ້ວຍນໍ້າໝອກ, ຕາໜ່າງແຕ່ລະຜືນ ໄດ້ ຖືກດຶງຂຶ້ນ ພ້ອມກັບກຸ້ງປາ ເຫຼື້ອມຍິບຍັບດັ່ງສີເງິນ.
ການຊື້ - ຂາຍໄດ້ ຮັບການດຳເນີນໄປຢູ່ເທິງເຮືອ ຫຼື ຢູ່ເທິງຝັ່ງໂດຍກົງ, ຢ່າງວ່ອງໄວ, ລຽບງ່າຍ ແລະ ບໍ່ຜ່ານຄົນກາງ. ຜູ້ຂາຍ ແລະ ຜູ້ຊື້
ໄດ້ພົບປະກັນ ໃນ ບັນຍາກາດ ທີ່ໃກ້ຊິດ ແລະ ຈິງໃຈ.
ສິນທະເລ ຢູ່ຕະຫຼາດເຊົ້າ ແມ່ນມີຄວາມສົດໃໝ່ ແລະ ຫຼາກຫຼາຍຢູ່ສະ ເໝີ,
ກາຍເປັນແຫຼ່ງສະໜອງ ທີ່ສຳຄັນໃຫ້ແກ່ຄອບຄົວ, ຮ້ານອາຫານ ແລະ ບັນດາຖ້ຽວສິນຄ້າທາງໄກ. ສຽງຄື້ນທະເລ, ສຽງເຄື່ອງຈັກເຮືອ ແລະ ສຽງເອີ້ນກັນຊື້ - ຂາຍ ໄດ້ປະສານເຂົ້າກັນ, ສ້າງເປັນຈັງຫວະ ທີ່ ເປັນເອກະລັກ. ໃນທ່າມກາງກະແສມວນຊົນ ທີ່ຄຶກຄື້ນ
ແມ່ນພາບທີ່ ຄຸ້ນເຄີຍ ຄື ຮູບພາບ ແມ່ຍິງ ໃສ່ກຸບ ທີ່ເລືອກປາ ຢ່າງວ່ອງໄວ, ຊາວ ປະມົງ ທີ່ຟ້າວຟັ່ງ ແບ່ງປະເພດສິນທະເລ ຫຼື ເດັກນ້ອຍຕິດຕາມ
ພໍ່ແມ່ ໄປ ຕະຫຼາດຂາຍປາ ດ້ວຍຄວາມກະຕືລືລົ້ນ.
ນາງນ້ອຍ ຫງວຽນທິລານ ດີໃຈທີ່ໄດ້ຮັບຂອງຂວັນ ເປັນປາທູລັງ ພາຍຫຼັງພໍ່ ອອກໄປຫາປາໄກຝັ່ງ ຢູ່ຕະຫຼາດຍາມເຊົ້າ,
ສັງກັດພື້ນທີ່ ຕາແສງ ຊາຮວິ່ງ, ແຂວ ກວາງຫງ໊າຍ. ພາບ: ກົງດາດ/VNP
ນັກທ່ອງທ່ຽວ ໄປຕະຫຼາດຂາຍປາ ເມີນຖ໋າຍ ຢູ່ນະຄອນ ດ່າໜັງ ໃນຍາມເຊົ້າຕູ່ ສ່ວນໃຫຍ່ແມ່ນ ເພື່ອຊົມບັນຍາກາດ
ການຊື້ - ຂາຍ ແລະ ສິນທະເລ ປະເພດຕ່າງໆ ທີ່ໄດ້ຮັບວາງຂາຍ ຢູ່ທີ່ນັ້ນ. ພາບ: ແທັງຮ່ວາ/VNP
ແຕ່ລະເຂດທະເລ ມີສີສັນສະເພາະຕົວ. ພາກເໜືອ ມີຄວາມງຽບສະ ຫງົບ, ຕິດພັນກັບໝູ່ບ້ານຊາວປະມົງ
ແບບດັ້ງເດີມ; ພາກກາງມີ ຄວາມຟົດຟື້ນ ກັບຕະຫຼາດ ຖືກຈັດຂຶ້ນຢູ່ເທິງຫາດຊາຍ, ການຊື້ - ຂາຍ ໄດ້ດຳເນີນໄປຢ່າງວ່ອງໄວ ທ່າມກາງແສງແດດ, ສາຍລົມ ແລະ ແສງອາລຸນວັນໃໝ່; ພາກໃຕ້ ພັດມີຄວາມເປີດກວ້າງ ແລະ ຈິງໃຈ, ດ້ວຍ ບັນດາຕະຫຼາດ ທີ່ຄຶກຄັກແຕ່ເຊົ້າຕູ່, ໃນທ່າມກາງບັນຍາກາດ
ເຮືອໄປ ມາ ຢ່າງຄັບຄັ່ງໜາແໜ້ນ, ສຽງເອີ້ນກັນຊື້ - ຂາຍ ດັງໄປທົ່ວ ແລະ
ວິຖີຊີວິດແຫ່ງທ້ອງທະເລ ປະກົດຕົວຂຶ້ນ ທີ່ປ່ຽມລົ້ນໄປດ້ວຍ ພະລັງຊີວິດ.
ທ່າເຮືອຫາປາ ໂຝແຖັກ (ແຂວງ ກວາງຫງ່າຍ) ເລີ່ມເຄື່ອນໄຫວແຕ່ເວລາ 6 ໂມງເຊົ້າ ເມື່ອເຮືອ ຂອງຊາວປະມົງ
ທີ່ໄປຫາປາຢູ່ທາງໄກ ກັບຄືນມາ. ພາບ: ກົງດາດ/VNP
ບໍ່ພຽງແຕ່ແມ່ນສະຖານທີ່ຊື້ - ຂາຍເທົ່ານັ້ນ, ຕະຫຼາດເຊົ້າແຄມຝັ່ງທະ ເລ ຍັງແມ່ນຈຸດເຊື່ອມຕໍ່ຊຸມຊົນ, ເຊິ່ງແມ່ນບ່ອນທີ່ຜູ້ຄົນ ໄດ້ແລກປ່ຽນ ເລື່ອງລາວ ກ່ຽວກັບດິນຟ້າອາກາດ, ລະດູການຫາປາ ແລະ ຊີວິດ ການເປັນຢູ່ປະຈຳວັນ. ປັດຈຸບັນ, ຕະຫຼາດຂາຍປາ ຕອນເຊົ້າ ໄດ້ກາຍ ເປັນຈຸດໝາຍປາຍທາງ ທີ່ດຶງດູດນັກທ່ອງທ່ຽວ, ນຳມາຊຶ່ງປະສົບການ ທີ່ແທ້ຈິງ ກ່ຽວກັບວັດທະນະທຳ ທະເລ ຫວຽດນາມ, ເຊິ່ງແມ່ນ “ມໍລະ ດົກ ທີ່ມີຊີວິດ” ຊ່ຶງໄດ້ຮັບການຮັກສາໄວ້ຜ່ານແຕ່ລະຄັ້ງການຊື້ຂາຍ
ແລະ ແຕ່ລະ ລະດູການຫາປາ ຢູ່ທ້ອງທະເລ.
ບົດ: ກົງດາດ - ພາບ: VNP - ແປໂດຍ: ບິກລຽນ