ມີນັກຊ່ຽວຊານ, ນັກຂ່າວຫຼາຍທ່ານ ແລະ ນັກຄຸ້ມຄອງສື່ມວນຊົນໄດ້ຢັ້ງຢືນວ່າ ນີ້ແມ່ນເອກະສານທີ່ມີຄວາມໝາຍກຳນົດທິດຍຸດທະສາດສຳລັບການພັດທະນາຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃນສັງກາດດີຈີຕອນ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 101 ປີ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ມີບົດຂຽນ “ສື່ມວນຊົນປະຕິວັດ ຫວຽດນາມ ໃນຍຸກສະໄໝດີຈີຕອນ” (ພາບ: VGP)
ບົດຂຽນ “ສື່ມວນຊົນປະຕິວັດ ຫວຽດນາມ ໃນຍຸກສະໄໝດີຈີຕອນ” ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສື່ມວນຊົນປະຕິວັດ ຫວຽດນາມ ຄົບຮອບ 101 ປີ (21/06/1925 - 21/06/2026) ພວມໄດ້ຮັບຄວາມສົນໃຈເປັນພິດເສດຈາກວົງການສື່ມວນຊົນ. ມີນັກຊ່ຽວຊານ, ນັກຂ່າວຫຼາຍທ່ານ ແລະ ນັກຄຸ້ມຄອງສື່ມວນຊົນໄດ້ຢັ້ງຢືນວ່າ ນີ້ແມ່ນເອກະສານທີ່ມີຄວາມໝາຍກຳນົດທິດຍຸດທະສາດສຳລັບການພັດທະນາຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ ໃນສັງກາດດີຈີຕອນ.
ຕາມທ່ານນາງ ຮສຈ.ປອ ຫງວຽນທິເຈື່ອງຢາງ, ຮອງຜູ້ອຳນວຍການສະຖາບັນສື່ມວນຊົນ ແລະ ໂຄສະນາແລ້ວ, ຈຸດພົ້ນເດັ່ນຂອງບົດຂຽນແມ່ນວາງສື່ມວນຊົນໃນແຜນການສັງລວມຍຸດທະສາດພັດທະນາປະເທດຊາດ, ຕິດພັນກັບໜ້າທີ່ກໍ່ສ້າງພັກ, ປົກປັກຮັກສາປະເທດຊາດ ແລະ ຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ໃນເວທີສາກົນ.
ໜຶ່ງໃນບັນດາສານຂໍ້ຄວາມທີ່ມີນັກຊ່ຽວຊານຫຼາຍທ່ານເນັ້ນໜັກເປັນພິເສດແມ່ນຄຳຮຽກຮ້ອງສື່ມວນຊົນຕ້ອງເປັນເຈົ້າການປະກົດຕົວໃນທຸກພື້ນຖານດີຈີຕອນ ແຕ່ບໍ່ໄດ້ເອື່ອຍອີງໃສ່ບັນດາພື້ນຖານເຫຼົ່ານັ້ນ.
ບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ເນັ້ນໜັກເຖິງໜ້າທີ່ສ້າງພື້ນຖານຂໍ້ມູນຂ່າວສານທາງການ, ປົກປັກຮັກສາພື້ນຖານແນວຄິດຂອງພັກ ແລະ ຍົກສູງກຳລັງຄວາມສາມາດຂອງວຽກງານສື່ມວນຊົນແຫ່ງຊາດ. ທ່ານນາງ ຮສຈ. ປອ. ຫງວຽນທິບາວ, ອາຈານອາວຸໂສສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ ສື່ມວນຊົນຕ້ອງຫັນຈາກຈິນຕະນາການຮັບມືໄປສູ່ຈິນຕະນາການເປັນເຈົ້າການຜະລິດສ້າງບັນດາຜະລິດຕະພັນສື່ມວນຊົນທີ່ມີຄວາມຈັບອົກຈັບໃຈ, ມີກຳລັງເກ້ຍກ່ອມ ໂດຍສະເພາະແມ່ນໃນພື້ນຖານດີຈີຕອນ.
ບັນດາຄຳເຫັນ ລ້ວນແຕ່ຖືວ່າ ສານຂໍ້ຄວາມອັນແກ່ນສານທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຝາກເຖິງຖັນແຖວນັກຂ່າວແມ່ນຕ້ອງສົມທົບລະຫວ່າງຄຸນທາດການເມືອງ, ຄຸນສົມບັດວິຊາຊີບ ແລະ ກຳລັງຄວາມສາມາດດ້ານເຕັກໂນໂລຢີຢ່າງກົມກ່ຽວ; ສ້າງພື້ນຖານສື່ມວນຊົນທັນສະໄໝ, ເປັນມືອາຊີບ, ວັດທະນະທຳມະນຸດ, ເປັນເຈົ້າເຕັກໂນໂລຢີ ແຕ່ບໍ່ເອື້ອຍອີງໃສ່ເຕັກໂນໂລຢີ, ຜ່ານນັ້ນ ແຜ່ກະຈາຍບັນດາຄຸນຄ່າ ຫວຽດນາມ ແລະ ຮັບໃຊ້ພາລະກິດພັດທະນາປະເທດຊາດໃນຍຸກສະໄໝດີຈີຕອນ ໄດ້ຢ່າງມີປະສິດທິຜົນ.