ຜ່ານການຕິດຕາມພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ປະຊາຊົນພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດລ້ວນແຕ່ຖືວ່າ ບົດກ່າວຄຳເຫັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະແແດງໃຫ້ເຫັນວິໄສທັດຍຸດທະສາດ, ຈິນຕະນາການປ່ຽນແປງໃໝ່.
ຜ່ານການຕິດຕາມພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ປະຊາຊົນພາຍໃນປະເທດ ແລະ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດລ້ວນແຕ່ຖືວ່າ ບົດກ່າວຄຳເຫັນຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະແແດງໃຫ້ເຫັນວິໄສທັດຍຸດທະສາດ, ຈິນຕະນາການປ່ຽນແປງໃໝ່.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ (ພາບ: VOV)
ທ່ານ ກາວເຕິນເວືອງ, ຢູ່ແຂວງ ກວາງງາຍ, ມີຄວາມປະທັບໃຈຕໍ່ການນຳສະເໜີຂອງທ່ານເລຂາທິການໃຫຍ່ ໂຕເລິມ ກ່ຽວກັບບັນດາເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່. ໃນນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ວາງອອກແນວທາງ, ຍຸດທະສາດການເຄື່ອນໄຫວໃນອາຍຸການໃໝ່ຂອງພັກກອມມູນິດ ຫວຽດນາມ ຢ່າງຈະແຈ້ງ.
“ບົດກ່າວຄຳເຫັນໂດຍທ່ານເລຂາທິການໃຫຍ່ ໂຕເລິມ ນຳສະເໜີສະແແດງໃຫ້ເຫັນວິໄສທັດຍຸດທະສາດກຳນົດທິດໃຫຍ່ໃນໄລຍະພັດທະນາໃໝ່ຂອງປະເທດຊາດ. ພົ້ນເດັ່ນໃນບົດກ່າວຄຳເຫັນ ໄດ້ເນັ້ນໜັກເຖິງສາມກຳນົດທິດໃຫຍ່. ທີໜຶ່ງແມ່ນບຸກທະລຸກ່ຽວກັບສະພາບການເຕີບໂຕອີງໃສ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດ. ທີສອງແມ່ນບຸກທະລຸກ່ຽວກັບການສ້າງລະບອບລະບຽບການກົດໝາຍໃຫ້ສົມບູນແບບ ແລະ ສ້າງພື້ນຖານບໍລິຫານແຫ່ງຊາດທີ່ທັນສະໄໝກະທັດລັດ, ມີປະສິດທິພາບປະສິດທິຜົນ ແລະ ຍົກສູງຄຸນນະພາບຂອງຖັນແຖວພະນັກງານ, ພິເສດແມ່ນຖັນແຖວພະນັກງານຍຸດທະສາດ, ຕອບສະໜອງຄຳຮຽກຮ້ອງບໍລິຫານປະເທດຊາດໃນສະໄໝເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ. ທີສາມແມ່ນ ບຸກທະລຸກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດ”.
ທ່ານ ປອ. ເຈິ່ນຫາຍລິງ, ຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ (ພາບ: nhandan.vn)
ທ່ານ ປອ. ເຈິ່ນຫາຍລິງ, ຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ, ປະທານສະຫະສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA), ປະທານສ້າງຕັ້ງສະມາຄົມນັກຊ່ຽວຊານ - ປັນຍາຊົນ ຫວຽດນາມ - ສ.ເກົາຫຼີ (VKEIA), ໃຫ້ຮູ້ວ່າ, ທ່ານຮູ້ສຶກໄດ້ເຖິງຢ່າງຈະແຈ້ງຈິດໃຈປ່ຽນແປງໃໝ່, ວິໄສທັດຍຸດທະສາດ ແລະ ຄວາມຄາດຫວັງພັດທະນາຢ່າງແຮງ ທີ່ໄດ້ສະແດງໃນບົດຄຳເຫັນ.
“ສານທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈທີ່ສຸດແມ່ນເລື່ອງເນັ້ນໜັກເຖິງບົດບາດເປັນໃຈກາງຂອງມະນຸດ ແລະ ຄວາມຄາດຫວັງພັດທະນາປະເທດຈະເລີນຮຸ່ງເຮືອງ, ຜາສຸກ, ໃນນັ້ນ ການພັດທະນາເສດຖະກິດຕິດພັນກັບຄວາມກ້າວໜ້າໃນສັງຄົມ, ຮັກສາສີສັນວັດທະນະທຳ ແລະ ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ນັ້ນບໍ່ພຽງແຕ່ແມ່ນເປົ້າໝາຍພັດທະນາເທົ່ານັ້ນ, ຫາກຍັງແມ່ນຖະແຫຼງການກ່ຽວກັບຄຸນຄ່າ, ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍລະຫວ່າງອຸດົມການຂອງພັກ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.”
ທ່ານ ປອ. ຫງວຽນຮົ່ງເຊີນ, ປະທານສະຫະພັນຊາວ ຫວຽດນາມຢູ່ ຍີ່ປຸ່ນ (ພາບ: TTXVN)
ໂດຍຮັບຟັງບົດຄຳເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ຢູ່ພິທີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ປະຊາຄົມ ຫວຽດນາມ ປະຈຳ ຍີ່ປຸ່ນ ມີຄວາມເຊື່ອໝັ້ນຕໍ່ອະນາຄົດພັດທະນາຂອງປະເທດຊາດ ແລະ ຄວາມຄາດຫວັງອັນເຂັ້ມແຂງແຮງກ້າຂອງຊາດ. ທ່ານ ປອ. ຫງວຽນຮົ່ງເຊີນ, ປະທານສະຫະພັນຊາວ ຫວຽດນາມຢູ່ ຍີ່ປຸ່ນ ເນັ້ນໜັກວ່າ:
“ເນື້ອໃນທັງໝົດຂອງບົດກ່າວຄຳເຫັນບໍ່ພຽງແຕ່ສະຫຼຸບຢ່າງເລິກເຊິ່ງອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII ເທົ່ານັ້ນ ຫາກຍັງເປີດວິໄສທັດຍຸດທະສາດຍາວນານໃຫ້ແກ່ໄລຍະພັດທະນາໃໝ່ຂອງປະເທດຊາດ. ບົດກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່ໄດ້ສ້າງຂຶ້ນບົນ 3 ເນື້ອໃນສຳຄັນລຸລ່ວງ. ທີໜຶ່ງແມ່ນ, ຢັ້ງຢືນຄຸນນະທາດ, ກຳລັງຄວາມສາມາດຊີ້ນຳນຳພາ ແລະ ຄວາມໄວ້ວາງໃຈຂອງພັກໃນອາຍຸການກອງປະຊຸມໃຫຍ່ຄັ້ງທີ XIII. ທີສອງແມ່ນ, ສ້າງທັດສະນະພັດທະນາໃໝ່ໃຫ້ແກ່ໄລຍະ 2026 – 2030 ແລະ ວິໄສທັດ 2045. ທີສາມແມ່ນ ເນັ້ນໜັກເຖິງຂອດຈັດຕັ້ງປະຕິບັດ. ຂ້າພະເຈົ້າຖືວ່າ, ສາມເນື້ອໃນດັ່ງກ່າວໄດ້ສ່ອງແສງໃຫ້ເຫັນບາດກ້າວເດີນທີ່ສຳຄັນໃນຈິນຕະນາການຊີ້ນຳນຳພາ ແລະ ການບໍລິຫານແຫ່ງຊາດ.”
ປັນຍາຊົນ ແລະ ນັກທຸລະກິດຫວຽດນາມ ອາໄສ ຢູ່ ຍີ່ປຸ່ນ ກໍຖືວ່າ ບົດຄຳເຫັນຂອງທ່ານເລຂາທິການໃຫຍ່ ໂຕເລິມ ບໍ່ພຽງແຕ່ແມ່ນເຂັມຊີ້ທິດໃຫ້ແກ່ອາຍຸການໃໝ່ເທົ່ານັ້ນ ຫາກບັງແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫັນຄວາມຄາດຫວັງພັດທະນາຮອດປີ 2045 ໃຫ້ປະກົດຜົນເປັນຈິງ, ຕອບສະໜອງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນພາຍໃນປະເທດ, ກໍຄືປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດ.