ຢູ່ເທິງພູພຽງຫີນ ດົ່ງວັນ, ກ້ອນຫີນ ເໝືອນມີຊະຕາກຳ. ເດັກ ນ້ອຍເກີດ ຢູ່ເທິງກ້ອນຫີນ, ໄວໜຸ່ມສາວ ຈີບ ກັນຢູ່ຂ້າງກຳ ແພງຫີນ, ປະຊາຊົນ ປູກພືດເພື່ອດຳລົງຊີວິດຢູ່ຕາມຮ່ອມ ຜົ້ງ ຫີນ ແລະ ເມື່ອເສຍຊີວິດ ໄປ ກໍຖືກຝັງຢູ່ ໃນສຸສານຫີນ. ຫີນ ກາຍເປັນປ່າ, ເປັນພູ, ເປັນກຳແພງ ປົກປ້ອງ ປະຊາຊົນ ໃນ ການດຳລົງຊີວິດ ທີ່ທຸກຍາກລຳບາກ ແລະ ໃນສົງຄາມ ປ້ອງ ກັນຊາດ. 17 ຊົນເຜົ່າ ອ້າຍນ້ອງໃນທີ່ນີ້ ໄດ້ຖືວ່າ ຫີນເປັນ ເທບພະເຈົ້າ ສັກສິດທີ່ສຸດ. ພວກເຂົາ ປ່ຽນຫີນໃຫ້ເປັນ ວັດທະນະທຳ, ເປັນຊັບສິນ, ເປັນຜະລິດຕະພັນທ່ອງທ່ຽວ ແລະ ເຮັດໃຫ້ ພື້ນທີ່ແຫ້ງແລ້ງທີ່ສຸດ ຫວຽດນາມ ກາຍເປັນ ຈຸດເດັ່ນຂອງການທ່ອງທ່ຽວ ຢູ່ ອາຊີ.
ເມື່ອ15 ປີກ່ອນ, ໃນອາການຊຶມໆ ຈາກເຫຼົ້າສາລີ ຢູ່ເຮືອນ ຂອງ ທ່ານ ຖ່າວມີີ໋ຢ່າງ, ຜູ້ຖືກຮັບຂະໜານນາມວ່າ ເປັນ “ເທບ ພະເຈົ້າຫີນ” ຢູ່ ຕາແສງ ດົ່ງວັນ, ຂ້າພະເຈົ້າໄດ້ຟັງເພິ່ນເລົ່າ ກ່ຽວກັບຄວາມເຊື່ອເລື່ອງຫີນ ຂອງ ດິນແດນແຫ່ງນີ້. ທ່ານ ຖ່າວມີີ໋ຢ່າງ ໄດ້ຊາວເຜົ່າ ມົ້ງ ຢູ່ ດົ່ງວັນ ຂະໜານນາມວ່າ “ເທບພະເຈົ້າຫີນ” ເພາະເພິ່ນມີຄວາມສາມາດພິເສດ ໃນການຊອກ ຫີນ ເພື່ອນໍາມາແກະສະຫຼັກ, ສ້າງເຮືອນ, ຜະລິດເປັນສິ່ງຂອງ ທີ່ໃຊ້ໃນຊີວິດປະຈຳວັນ ເຊັ່ນ: ຄົກ, ສາກ… ແລະ ຈັດວາງສ້າງ ກຳແພງຫີນ ທີ່ມີຊື່ສຽງ ຢູ່ ດົ່ງວັນ. ເພິ່ນແມ່ນ ຕົວລະຄອນເອກ ໃນຮູບເງົາ ເອກະສານ “ບົດເພງ ເທິງຍອດພູ ຕ່າລຸ່ງ” ຂອງຜູ້ກຳກັບ ການສະແດງ ມາກວັນຈຸງ ໄດ້ຮັບລາງວັນໃຫຍ່ ຫຼາຍລາງວັນ ໃນງານມະໂຫລານຮູບເງົາ ທັງພາຍໃນ ແລະ ຕ່າງປະເທດ.
ຊາວເຜົ່າ ມົ້ງຢູ່ພູພຽງຫີນ ດົ່ງວັນປູກຝັງ ຕາມຮ່ອມຜົ້ງຫີນ-ຄວາມຮູ້ ທີ່ໄດ້ຮັບການຮັບຮອງ ເປັນມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ແຫ່ງຊາດ ໃນປີ 2014. ພາບ: ທົງທ້ຽນ/VNP
ທ່ານ ຢ່າງ ເລົ່າວ່າ ຊາວເຜົ່າ ມົ້ງ ຢູ່ພູພຽງຫີນ ດົ່ງວັນ ເຊື່ອວ່າ ໃນຕອນຕົ້ນ, ໂລກເປັນພຽງແຕ່ກ້ອນດິນໜຽວ ທີ່ເປື່ອຍຊຸ່ມ. ເທບພະເຈົ້າໃຫຍ່ສອງອົງຄື: ພໍ່ ໄຈ່ ແລະ ແມ່ ໄຈ່ ໄດ້ສ້າງ ຫີນ ແລະ ເຮັດໃຫ້ໂລກແຂງແກ່ນ, ໝັ້ນຄົງ. ນອກຈາກນີ້, ເມື່ອນໍາ ຫີນ ຕ່ອຍໃສ່ກັນ ເຮັດໃຫ້ເກີດໄຟ ໃຫ້ຄວາມສະຫວ່າງ, ໃຫ້ ຄວາມອົບອຸ່ນ ແລະ ເຮັດໃຫ້ອາຫານສຸກ ແລະ ນຳເອົາເມັດສາ ລີ ທີ່ຕໍ່ມາ ໄດ້ກາຍເປັນພືດ ທີ່ສຳຄັນທີ່ສຸດ ຂອງຊາວເຜົ່າ ມົ້ງ.
ໃນເລື່ອງເລົ່າຂອງທ່ານ ຢ່າງ ໄດ້ກ່າວເຖິງຂະບວນການ ທີ່ ຊາວເຜົ່າ ມົ້ງ ເອົາຊະນະຫີນ ເພື່ອຄວາມຢູ່ລອດ. ທ່ານ ຢ່າງ ໄດ້ຮັບການສອນ ຈາກບັນພະບຸລຸດ ຂອງເພິ່ນ ກ່ຽວກັບວິທີ ການ ຊອກຫາກ້ອນຫີນ ເພື່ອນໍາມາປະດິດສ້າງເປັນຄົກ, ສາກ, ຂັ້ນໄດ, ເສົາເຮືອນ… ທ່ານ ຢ່າງ ກ່າວວ່າ: “ຫີນຢູ່ທີ່ນີ້ມີຢ່າງ ຫຼວງຫຼາຍ ແຕ່ບໍ່ແມ່ນຫີນທຸກກ້ອນ ຈະສາມາດປະດິດເປັນ ເຄື່ອງໃຊ້ໄດ້, ຕ້ອງຊອກຫີນທີ່ແກ່, ບໍ່ມີຮອຍແຕກຫັກ, ບໍ່ມີສີ ປົນຈຶ່ງສາມາດເຮັດໄດ້.”.
ເຮືອນຫຼັງໜຶ່ງຂອງ ຊາວເຜົ່າ ມົ້ງ ມີກຳແພງຫີນອ້ອມຮອບ ລະຫວ່າງຫີນແຫຼມຄົມຢູ່ເທິງພູພຽງຫີນ ດົ່ງວັນ. ພາບ: ຫວຽດເກື່ອງ/VNP
ຕາມທ່ານ ຢ່າງ, ຮຸ່ນໜຸ່ມຊາວເຜົ່າ ມົ້ງ ທີ່ເກີດກ່ອນປີ 1980 ລ້ວນແຕ່ຮູ້ຈັກ ວິທີການແກະສະຫຼັກຫີນ. ຄົນໜຸ່ມ ກໍຈະ ແກະສະຫຼັກຫີນໃຫ້ເປັນຮູບຈະຕຸລັດ, ຮູບສີ່ຫຼ່ຽມສາກ, ຮູບວົງມົນ ເພື່ອ ເຮັດເປັນຖານຮອງເສົາເຮືອນ ແລະ ຂັ້ນໄດ. ຄົນເຖົ້າ ສາມາດ ແກະສະຫຼັກ ເປັນຄົກ ບົດສາລີ ໃຫ້ເປັນແປ້ງ, ເປັນດອກໄມ້ຫີນ ເພື່ອປະດັບປະດາ.
ຕາມການແນະນະຂອງທ່ານ ຢ່າງ, ພວກຂ້າພະເຈົ້າ ໄດ້ມາຍັງ ຄອບຄົວຕະກຸນ ຈື໋ ຢູ່ບ້ານ ສຸງກ໋າງ ເພື່ອຊອກຮູ້ກ່ຽວກັບ ອາຊີບ ຫຼໍ່ໝາກສົບໄຖ ເທິງຫີນ. ເຕົາຫຼໍ່ ຂອງຄອບຄົວທ່ານ ຈື໋ຢຸງຊີ໋ວ, ເປັນໜຶ່ງໃນສາມຄອບຄົວ ຕະກຸນ ຈື໋ ຢູ່ທີ່ນີ້ມີເຕົາໄຟຮ້ອນ ຕະຫຼອດປີ. ດ້ວຍພາສາ ຫວຽດນາມ ທີ່ບໍ່ຄ່ອຍຊັດ, ທ່ານ ຊີ໋ວ ກ່າວດ້ວຍຮອຍຍິ້ມວ່າ: “ຊາວເຜົ່າ ມົ້ງ ຕະກຸນ ຈີື໋ ຂອງ ພວກຂ້າພະເຈົ້າໃຊ້ ວັດສະດຸເຫຼັກ ທຳມະດາ ແຕ່ດ້ວຍເຕັກນິກ ການສ້າງເປົ້າຫຼໍ່ ດ້ວຍດິນໜຽວ ປະສົມກັບຄວາມລັບ ຂອງ ຄອບຄົວ ເພື່ອຜະລິດໝາກສົບໄຖ ທີ່ມີຮູບຮ່າງ ພິເສດ, ແຂງ ແຮງ, ສາມາດເຈາະຫີນ, ພວນດິນ ເພື່ອການປູກຝັງໄດ້”. ເມື່ອໝາກສົບໄຖ ຫຼໍ່ສຳເລັດ, ເມຍ ແລະ ລູກຂອງ ເພິ່ນກໍຈະ ເອົາໄປຂາຍ ຢູ່ຕະຫຼາດ ດົ່ງວັນ, ຕະຫຼາດ ແມ່ວວາກ ເພື່ອ ໃຫ້ຊາວເຜົ່າ ມົ້ງ ໃນພື້ນທີ່ ເອົາຊະນະຫີນ ເພື່ອການຫາລ້ຽງ ຊີບ.
ຊາວເຜົ່າມົ້ງຢູ່ ດົ່ງວັນມັກຈະຂຸດຄົ້ນຫີນ ໃນລະດູບານໃໝ່ ເພື່ອເຮັດຮົ້ວ ແລະ ປະດິດໃຫ້ເປັນເຄື່ອງມືເພື່ອຮັບໃຊ້ວຽກງານ ແລະ ຊີວິດປະຈຳວັນ. ພາບ: VNP
ຈຸດສູງສຸດ ຂອງການເອົາຊະນະຫີນ ຂອງ 17 ຊົນເຜົ່າອ້າຍ ນ້ອງ ທີ່ອາໄສຢູ່ເທິງພູພຽງຫີນ ດົ່ງວັນ ແມ່ນເຕັກນິກການ ປູກ ຝັງ ຕາມຮ່ອມຜົ້ງຫີນ. ທ່ານ ວ່າງມີີ໋ເຈີ໋, ເປັນຕົວລະຄອນ ໃນ ຮູບເງົາ ເອກະສານ “ບົດເພງເທິງຍອດພູ ຕ່າລຸ່ງ” ໄດ້ແບ່ງປັນ ວ່າ:“ຊາວເຜົ່າ ມົ້ງ, ຊາວເຜົ່າ ໄຕ, ຊາວເຜົ່າ ນຸ່ງ… ພວກເຮົາ ຕ້ອງຈັດວາງ ກຳແພງຫີນ ຍາວອ້ອມຮອບ ເພື່ອສ້າງທົ່ງນາ ຂອງຕົນ, ຈາກນັ້ນເອົາດິນຈາກບ່ອນອື່ນ ມາຖົມໃສ່. ໃນທົ່ງ ນານັ້ນ, ດິນຈະຕິດກັບຮ່ອມຜົ້ງຫີນ, ກຳແພງຫີນ ຈະຮັກສາ ດິນ, ຮັກສານ້ຳໃຫ້ຕົ້ນ ສາລີ, ຕົ້ນ ບັກວິດ ຈະເລີນງອກງາມ.”
ຖ້າວ່າ ຖ່າວມີ໋ຢ່າງ ຖືກປຽບເໝືອນ “ເທບພະເຈົ້າຫີນ”, ຢູ່ ດົ່ງ ວັນ ຍັງມີທ່ານ ເລົ່່າແທ່ນຊໍ່ ຖືກຊາວເຜົ່າ ມົ້ງປຽບເໝືອນ “ເທບ ພະເຈົ້າໄຟ”, ທ່ານ ວ່າງມີ໋ເຈີ໋ ຖືກປຽບເໝືອນ “ເທບພະເຈົ້າ ນ້ຳ”. ທັງສາມທ່ານນີ້ ເຄີຍເຂົ້າຮ່ວມໃນການທຳລາຍຫີນ ເປີດ “ເສັ້ນທາງແຫ່ງຄວາມສຸກ” ຍາວ 185 ກມ ແລ່ນໄປຕາມພູ ພຽງຫີນ ດົ່ງວັນ. ເສັ້ນທາງນີ້ ສຳເລັດ ໃນປີ 1965 ແລະ ສາມ ລູກຫຼານ ທີ່ຍອດຢ້ຽມຂອງຊາວເຜົ່າ ມົ້ງເຫຼົ່ານີ້, ຜູ້ໜຶ່ງມືຂາດ, ຜູ້ໜຶ່ງຂາຂາດ, ຜູ້ໜຶ່ງຕາບອດ ຂ້າງໜຶ່ງ ໃນສົງຄາມປົກປ້ອງ ຊາຍແດນ ທາງພາກເໜືອ ໃນປີ 1979 ດ້ວຍຄຳປະຕິຍານວ່າ “ມີຊີວິດ ຢູ່ຕິດກັບຫີນ, ຕາຍໄປຈະກາຍເປັນຫີນ ນິລັນດອນ.”.
ຮົ້ວຫີນ ຢູ່ບ້ານ ໂລໂລຈາຍ. ພາບ: VNP
ຂ້າພະເຈົ້າ ໄດ້ກັບຄືນມາຍັງພູພຽງຫີນ ດົ່ງວັນ ໃນຕົ້ນປີ 2025 ໄດ້ຮັບຂ່າວວ່າ “ເທບພະເຈົ້າໄຟ” ເລົ່່າແທ່ນຊໍ່ ແລະ “ເທບພະ ເຈົ້ານ້ຳ” ວ່າງມີ໋ເຈີ໋ ໄດ້ຈາກໄປກັບຫີນແລ້ວ. ຂຸມຝັງສົບເຜົ່າ ມົ້ງ ທັງສອງ ໄດ້ຖືກສ້າງຂຶ້ນດ້ວຍຫີນ ທີ່ຕັ້ງສະຫງ່າຢູ່ເທິງ ພູ ຕ່າລຸ່ງ. “ເທບພະເຈົ້າຫີນ” ຖ່່າວມີ໋ຢ່າງ ໄດ້ກ່າວ ດ້ວຍຄວາມໂສກເສົ້າວ່າ: “ຊາວເຜົ່າ ມົ້ງ ເປັນແບບນີ້, ເມື່ອຕາຍໄປ ກໍຈະກັບມານຳຫີນ, ເພື່ອປະໄວ້ດິນໜ້ອຍໜຶ່ງ ໃຫ້ຕົ້ນ ສາລີ, ຕົ້ນ ໝາກໝັ້ນ, ຕົ້ນຄາຍ, ຕົ້ນ ບັກວິດ ໄດ້ແຕກໜໍ່, ອອກດອກ, ອອກໝາກ”.
ໂຟ໋ກ໋າວ ມີຊື່ສຽງຢູ່ພູພຽງຫີນ ດົ່ງວັນ ຍ້ອນເຕັກນິກ ການຈັດວາງຮົ້ວຫີນ. ພາບ: ເຕິດເຊີນ/VNP
ທຳມະຊາດ ເໝືອນກັບຊົດເຊີຍ ໃຫ້ຜູ້ຄົນທີ່ອາໄສ ຢູ່ເທິງພູພຽງ ຫີນ ດົ່ງວັນ ເນື່ອງຈາກແຕ່ເດືອນ ມີນາ ຫາເດືອນ ພະຈິກ ຂອງ ທຸກໆ ປີ, ພື້ນທີ່ຫີນແຫ້ງແລ້ງ ທັງໝົດ ໄດ້ກັບປ່ຽນເປັນ ຄວາມງາມ ເໝືອນກັບດິນແດນ ໃນເທບນິຍາຍ ຂອງ ດອກ ຜັກກາດ, ດອກ ບັກວິດ, ດອກ ໝາກໝັ້ນ, ດອກ ຄາຍ.
ນັກທ່ອງທ່ຽວ ຊົມຄວາມງາມ ຂອງ ທາງຄ້ອຍ ຖຳໝ໊າ ເທິງພູພຽງຫີນ ດົ່ງວັນ. ພາບ: ຮວ່າງຮ່າ/VNP
ທ່ານ ຖ່າວມີ໋ຢ່າງ ເວົ້າວ່າ: “ປະມານ 300 ປີກ່ອນ, ຊາວເຜົ່າ ມົ້ງ ທີ່ຍ້າຍຖິ່ນຖານ ມາຢູ່ພື້ນທີ່ນີ້ ໄດ້ເລືອກເອົາ ບ່ອນທີ່ມີຕົ້ນ ຄາຍ, ຕົ້ນ ໝາກໝັ້ນ ທ່ີເກົ່າແກ່ ປົ່ງຂຶ້ນເປັນປ່າ ເພື່ອສ້າງບ້ານ. ຊາວເຜົ່າ ມົ້ງ ພຽງແຕ່ນຳເອົາ ເມັດ ສາລີ, ເມັດ ປ່ານ, ເມັດ ດອດບັກວິດ ແລະ ເມັດ ຜັກກາດ ມາປູກ ເພື່ອເປັນອາຫານ ໃນການເອົາຊະນະຫີນ ສີເຖົ່າ.” ອາດຈະເປັນຍ້ອນແນວນັ້ນ ບ່ອນໃດ ທີ່ມີປ່າ ຄາຍ, ປ່າ ໝາກໝັ້ນ ແລະ ປ່າ ດອກບັກວິດ, ດອກຜັກກາດເກີດຂຶ້ນ ຢູ່ທ່າມກາງຫີນສີເຖົາ, ບ່ອນນັ້ນກໍຄື ບ້ານ ຂອງຊາວເຜົ່າ ມົ້ງ.
ສະຖາປັດຕະຍະກຳ ຫີນທີ່ເປັນເອກະລັກເຊັ່ນ: ກຳແພງຫີນ, ລວດລາຍຫີນ, ເຄື່ອງມືຫີນ… ບວກກັບຄວາມງາມ ຄື ດິນແດນ ໃນນິທານ ຂອງ ລະດູດອກໄມ້ບານ ໄດ້ດຶງດູດ ນັກທ່ອງທ່ຽວ ຫຼາຍລ້ານຄົນ ທັງພາຍໃນ ແລະ ຕ່າງປະເທດ ມາຄົ້ນພົບ ພູພຽງຫີນ ດົ່ງວັນ.
ນັກທ່ອງທ່ຽວ ເອົາຊະນະ ກີ່ວ ໝ໊າປີແຫຼ່ງ. ພາບ: ຮວ່າງຮ່າ/VNP
ຮ່ອມພູ ຊຸງລ່າ ເທິງພູພຽງຫີນ ດົ່ງວັນ-ສະຖານທີ່ ຖ່າຍທຳຮູບເງົາທີ່ມີຊື່ສຽງຫຼາຍເລື່ອງເຊັ່ນ: “ເລື່ອງ ຂອງ ປາວ”, “ຄວາມງຽບສະຫງົບ ຢູ່ໃຕ້ເຫວເລິກ”... ພາບ: ເຈິ່ນຮ໋ຽວ/VNP
ເປັນເວລາສິບປີແລ້ວທີ່ນັກສິລະປິນ ຊ່າງພາບ ເຈິ່ນກາວບ່າວ ລອງ ຢູ່ນະຄອນ ໂຮ່ຈີມິນ ໄດ້ເດີນທາງກວ່າ 2000 ກມ ຂຶ້ນ ມາຍັງ ພູພຽງຫີນ ໃນລະດູບານໃໝ່ ແລະ ຢູ່ທີ່ນີ້ເປັນເວລາ ຫຼາຍເດືອນ ເພື່ອຊອກຫາ ຊ່ວງເວລາ ທີ່ງົດງາມຂອງຊີວິດ. ທ່ານ ລອງ ກ່າວວ່າ: “ຂ້າພະເຈົ້າກິນ ແລະ ຢູ່ກັບຄອບຄົວ ຊາວເຜົ່າ ມົ້ງ ທີ່ ຫຼຸງເກີມ, ໄດ້ກາຍເປັນຄົນ ໃນຄອບຄົວນີ້ ແລ້ວ. ຄອບຄົວມີ ໂຮມສະເຕ ຊື່ວ່າ ມົກ. ມົກ ພິເສດກວ່າ ບ້ານທ່ອງທ່ຽວ ອື່ນໆ ຍ້ອນຄວາມງຽບສະຫງົບ, ລຽບງ່າຍ ໃນ ວິທີການຈັດວາງ ແລະ ນ້ຳໃຈ ທີ່ໂອບອ້ອມອາລີ ຂອງ ເຈົ້າຂອງເຮືອນ.”.
ໂຮມສະເຕ ມົກ ມີຮູບພາບ ທີ່ແຂວນຢູ່ຕາມຝາຜະໜັງ ທ່ີໜ້າ ປະທັບໃຈຫຼາຍ. ນັ້ນແມ່ນຮູບພາບ ກ່ຽວກັບ ທົ່ງດອກ ຜັກກາດ ສີເຫຼືອງ, ຕົ້ນ ຄາຍແກ່ທີ່ບານສະພັ່ງ ອວດອົ່ງສີສັນ ໃນແສງ ແດດຕອນເຊົ້າ ແລະ ຮູບຄົນ “ທີ່ອາໄສຢູ່ເທິງຫີນ”… ທີ່ບັນດາ ນັກສິລະປິນຖ່າຍຮູບ ເຄີຍມາພັກເຊົາ ແລະ ໄດ້ກັບຄືນມາ ເພື່ອມອບຮູບ ໃຫ້ເຈົ້າຂອງເຮືອນ. ຊ່າງພາບ ເຈິ່ນກາວບ່າວ ລອງ ກ່າວຄວາມໃນໃຈ ອອກມາວ່າ: “ຮູບພາບທົ່ງດອກຜັກ ກາດ ສີເຫຼືອງນີ້ ຂ້າພະເຈົ້າຖ່າຍ ໃນລະດູບານໃໝ່ ປີກ່ອນ, ບັດນີ້ຂ້າພະເຈົ້າອັດຮູບເປັນແຜ່ນໃຫຍ່ ມອບໃຫ້ ເຈົ້າຂອງເຮືອນ ເພື່ອທຸກຄັ້ງ ທີ່ກັບມາຍັງ ມົກ ຂ້າພະເຈົ້າ ຈະມີຄວາມຮູ້ສຶກ ຄືກັບໄດ້ຄືນມາເຮືອນຂອງຕົນ.”.
ລະດູດອກ ບັກວິດ ເທິງພູພຽງຫີນ ດົ່ງວັນ ຈະເລີ່ມແຕ່ ເດືອນຕຸລາ-ທັນວາ ຂອງ ທຸກປີ. ພາບ: ເຕິດເຊີນ/VNP
ດົ່ງວັນ ບໍ່ພຽງແຕ່ດຶງດູດນັກທ່ອງທ່ຽວ, ຜູ້ທີ່ມັກການຖ່າຍຮູບ, ແຕ່ຍັງເປັນສະຖານທີ່ ຖ່າຍທຳຮູບເງົາ ຂະໜາດໃຫຍ່ ໃຫ້ກັບຜູ້ ກຳກັບ ຫວຽດນາມ ສ້າງສັນຜົນງານເທິງກ້ອນຫີນ ຢ່າງເຕັມທີ່. ດ້ວຍຈິດໃຈ “ຮູບເງົາ ນຳພາການທ່ອງທ່ຽວ” ຜົນງານຮູບເງົາ ທີ່ມີມູມມອງ ແບບ ຄລາສຊິກ ເຊັ່ນ “ເລື່ອງ ຂອງ ປາວ”, “ຄວາມງຽບສະຫງົບ ຢູ່ໃຕ້ເຫວເລິກ”, “ທ້ອງຟ້າສີແດງ”, “ປີ ໃໝ່ ທີ່ບ້ານນາຮົກ”… ໄດ້ນຳເອົາພູພຽງຫີນ ເຂົ້າໃກ້ກັບນັກ ທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍຂຶ້ນ.
ບໍ່ພຽງແຕ່ໃນຮູບເງົາ ແລະ ການຖ່າຍຮູບ, ບັນດານັກວັນນະກຳ ທັງພາຍໃນ ແລະ ຕ່າງປະເທດ ຕ່າງກໍປະທັບໃຈ ກັບບັນທຶກ ການທ່ອງທ່ຽວ “ຄິດຮອດ ດົ່ງວັນ” ຂອງ ນັກປະພັນ ຖຸຍເຈິ່ນ. ດົ່ງວັນ ບໍ່ພຽງແຕ່ມີຫີນ ແຫຼມຄົມ, ເຮືອນ ກໍ່ດ້ວຍດິນ, ແຕ່ຍັງ ມີເສັ້ນທາງທ່ີຄົດໂຄ້ງ, ສູງຊັນ ແຕ່ຍັງມີຕະຫຼາດ ທີ່ເຕັມໄປດ້ວຍ ລັກສະນະພິເສດ ຂອງເຂດພູສູງ. ທ່ານນາງ ຖຸຍເຈິ່ນ ກ່າວວ່າ ເມື່ອມາຮອດ ດົ່ງວັນ ທ່ານຕ້ອງຈັດເວລາ ເພື່ອໄປຕະຫຼາດນັດ, ເພື່ອຈະໄດ້ ເພີດເພີນ ກັບສຽງປີ່, ເພື່ອ ໄດ້ນັ່ງຢູ່ຂ້າງໝໍ້ ຖັ໋ງໂກ໋ (ແກງຊີ້ນ) ທີ່ກໍາລັງສົ່ງກິ່ນອາຍ ຫຼື ດື່ມເຫຼົ້າສາລີ, ສູບບັ້ງຫີດ ຈັກບັ້ງ ເພື່ອເຮັດໃຫ້ ທ້ອງອຸ່ນ ແລະ ຕະຫຼາດຫີນ ດົ່ງວັນ ຍັງຄົງຕົວ, ຖືກວາງແຜນ ເພື່ອຮັກສາໄວ້ ຄືເປັນຫຼັກຖານ ກ່ຽວກັບ ຄວາມພະຍາຍາມບືນຕົວ ກ້າວຂຶ້ນ ຂອງຜູ້ຄົນໃນເຂດຫີນແຫ່ງນີ້.
ໂຮມສະເຕແຫ່ງໜຶ່ງຂອງຊາວເຜົ່າ ໂລໂລ ຢູ່ບ້ານ ໂລໂລຈາຍ ມີໂຄງສ້າງຂັ້ນໄດທີ່ສ້າງດ້ວຍຫີນ. ພາບ: ທົງທ້ຽນ/VNP
ການສະແດງແຄນ ມົ້ງຢູ່ຕະຫຼາດນັດ ດົ່ງວັນ. ພາບ: ກົງດາດ/VNP
ສຳລັບ “ເທບພະເຈົ້າຫີນ” ທ່ານ ຖ່າວມີ໋ຢ່າງ, ຜູ້ຊາຍທີ່ມີອາຍຸ ເກືອບ 92 ປີ, ໄດ້ດໍາລົງຊີວິດ ແລະ ເປັນພະຍານ ເຖິງຄວາມ ທຸກ ແລະ ຄວາມສຸກ ທຸກຢ່າງ ກັບພື້ນທີ່ພູພຽງຫີນນີ້, ປັດຈຸບັນ ເພິ່ນມີຄວາມສຸກຫຼາຍ ເມື່ອເຫັນບ້ານເກີດ ຂອງເພິ່ນກາຍ ເປັນ “ນະຄອນຫຼວງ ທ່ອງທ່ຽວ ຂອງ ເຂດພາກຕາເວັນອອກ ສ່ຽງເໜືອ”. ເມື່ອແນມໄປຍັງ ພູຫີນ ຕ່າລຸ່ງຢູ່ໄກໆ, ເພິ່ນໄດ້ ກ່າວຄຳສຸພາສິດ ເປັນພາສາ ມົ້ງ ວ່າ: “ບໍ່ມີພູໃດສູງກວ່າຫົວ ເຂົ່າ ຂອງຊາວເຜົ່າ ມົ້ງ” ເພື່ອເວົ້າເຖິງຄວາມມຸ່ງໝັ້ນ ໃນການ ເອົາຊະນະຫີນ ຂອງຄົນໃນຊົນເຜົ່າດຽວກັນ.
- ບົດ: ທົງທ້ຽນ - ພາບ: ຫງວຽນຖັັ໋ງ, ຮວ່າງຮ່າ, ເຕິດເຊີນ, ຫວຽດເກື່ອງ, ເຈິ່ນຮ໋ຽວ, ກົງດາດ/VNP ແລະ ເອກະສານ - ເຕັກນິກກຼາຟິກ: ເຮືອງຖາວ - ແປໂດຍ: ບິກລຽນ