ຂ່າວສານ

ບົດລາຍງານຂອງ EU ສ່ອງແສງຢ່າງຜິດເຂວກ່ຽວກັບສິດທິມະນຸດຢູ່ ຫວຽດນາມ

ວັນທີ 29 ພຶດສະພາ ຜ່ານມາ, ສະຫະພາບເອີລົບ (ອີຢູ) ໄດ້ປະກາດບົດລາຍງານປະຈຳປີກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕໃນໂລກປີ 2023. ເຖິງວ່າ ບົດລາຍງານໄດ້ສ່ອງແສງບາງບັນດາຜົນງານ ແລະ ບາດກ້າວເດີນຂອງ ຫວຽດນາມ ໃນການປົກປ້ອງສິດທິມະນຸດ ແຕ່ເປັນຫນ້າເສຍດາຍຍັງສືບຕໍ່ຍົກອອກບາງຂໍ້ສັງເກດທີ່ຂາດພາວະວິໄສໂດຍອີງໃສ່ຂໍ້ມູນທີ່ຜິດເຂວ ແລະບໍ່ສ່ອງແສງຖືກກັບສະພາບຕົວຈິງຢູ່ ຫວຽດນາມ.
ກອງປະຊຸມບັນດາປະເທດສະມາຊິກສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (SPLOS) ຄັ້ງທີ 34

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ຢັ້ງຢືນວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການເຊີດຊູ, ເຄົາລົບ ແລະ ປະຕິບັດສົນທິສັນຍາ; ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ໃນການບໍລິຫານ ແລະ ນຳໃຊ້ທະເລ ແລະ ມະຫາສະໝຸດແບບຍືນຍົງ.

ກ່ຽວກັບທະເລຕາເວັນອອກ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ສະເໜີໃຫ້ບັນດາປະເທດສະມາຊິກປະຕິບັດນະໂຍບາຍທະເລຢ່າງມີຄວາມຮັບຜິດຊອບ ແລະ ຖືກຕ້ອງຕາມກົດໝາຍ, ພ້ອມກັນຮັບປະກັນສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ; ຢັ້ງຢືນ ຫວຽດນາມ ຍາມໃດກໍມານະພະຍາຍາມພ້ອມກັບບັນດາປະເທດໃນພາກພື້ນ ຊຸກຍູ້ການເຄົາລົບສົນທິສັນຍາ ແລະ ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມານະພະຍາຍາມເຈລະຈາເພື່ອບັນລຸໄດ້ COC ຢ່າງແທ້ຈິງ, ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.


top