ຂ່າວສານ

ບົດກ່າວຄຳເຫັນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ບັນດາບັນຫາຄວາມໝັ້ນຄົງຢູ່ພາກພື້ນ

ບົດກ່າວຄຳເຫັນທີ່ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ອີງໃສ່ຜົນປະໂຫຍດລວມຂອງ ອາຂຽນ, ໄດ້ສ່ອງແສງວິໄສທັດຄວາມໝັ້ນຄົງແບບຍືນຍົງເຊິ່ງບັນດາປະເທດໃນພາກພື້ນພວມພ້ອມກັນເດີນຕາມ
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ກ່າວຄຳເຫັນທີ່ການສົນທະນາ Shangri-La (ພາບ: TTXVN)  

ເມ​ື່ອ​ແລກ​ປ່ຽນ​ກັບ​ນັກ​ຂ່າວ​ຢູ່ ຈ​ີນ, ທ່ານ​ສາດ​ສະ​ດາ​ຈ​ານ ຮ​ວາງ​ຢຸຍ​ຊວຽນ, ມະ​ຫາ​ວິ​ທະ​ຍາ​ໄລ ຮ​ວາ​ຊ​ຽວ, ແຂ​ວງ ຟຸ​ຈຽນ, ຢືນ​ຢັນ​ວ່າ ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ທີ່​ການ​ສົນ​ທະ​ນາ Shangri-La ປີ 2026 ໄດ້ສ່ອງ​ແສງ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ສົນ​ທະ​ນາ ແລະ ທາບ​ທາມ​ຄວາມ​ເຫັນ.

ນັກ​ຮຽນ​ຮູ້​ ຈີນ ໃຫ້​ຂໍ້​ສັງ​ເກດ​ວ່າ ບົດ​ກ່າວ​ຄຳ​ເຫັນ​ທີ່​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທາ​ນ​ປະ​ເທດ ໂຕ​ເລິມ ອີງ​ໃສ່​ຜົນ​ປະ​ໂຫຍດ​ລວມ​ຂອງ ອາ​ຂຽນ, ໄດ້​ສ່ອງ​ແສງວິ​ໄສ​ທັດ​ຄວາມ​ໝັ້ນ​ຄົງ​ແບບ​ຍືນ​ຍົງເຊິ່ງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ພວມ​ພ້ອມ​ກັນ​ເດີນ​ຕາມ, ເນັ້ນ​ໜັກ​ເຖິງ​ເລື່ອງ​ເຄົາ​ລົບ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ທຸກໆປະ​ເທດ. ໃນ​ສະ​ພາບ​ບັນ​ດາ​ການ​ດັດ​ປັບ​ຢ່າງ​ເລິກ​ເຊິ່ງ​ໃນ​ທົ່ວ​ໂລກ ແລະ ຄວາມ​ສ່ຽງ​ດ້ານ​ຄວາມ​ໝັ້ນ​ຄົງ​ຢູ່​ພາກ​ພື້ນ​​ທີ່ນັບ​ມື້​ນັບ​ເພີ່ມ​ຂຶ້​ນ, ເລື່ອງ ຫວຽດ​ນາມ ມີ​ແຜນ​ນະ​ໂຍ​ບາຍ​ເດີນ​ຕາມ​ນະ​ໂຍ​ບາຍບໍ່​ຮ່ວມ​ສຳ​ພັນ, ບໍ່​ສູ້​ຢັນ ແລະ ບໍ່​ແນ​ໃສ່​ປະ​ເທດ​ທີ 3 ຈະ​ນຳ​ມາ​ເຊິ່ງ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ສຽງ​ເວົ້າ​ທີ່​ເໝາະ​ສົມ​ໃຫ້​ແກ່​ພາກ​ພື້ນ.


top