ເຫດການ ແລະ ບັນຫາ

ບູລິມະສິດ ໃນການຫັນເປັນ ດີຈີຕອນ ແຫ່ງຊາດ

ຫວ່າງມໍ່ໆ ນີ້, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບການຫັນເປັນ ດິີຈິີຕອນ ໄດ້ສະເໜີ 4 ຂໍ້ບຸລິມະສິດການຫັນປ່ຽນດີຈີຕອນ ຄື: ພັດທະນາພື້ນຖານຂໍ້ມູນ; ສົ່ງເສີມບໍລິການ ສາທາລະນະ ຕາມຮູບແບບທາງໄກ; ພັດທະນາພື້ນຖານໂຄງລ່າງ, ພື້ນ ຖານດີຈີຕອນ ແລະ ຮັບປະກັນຄວາມປອດໄພ ທາງ ຄອມພີວເຕີ ແລະ ຄວາມປອດໄພ ຂອງ ຂໍ້ມູນ. ພ້ອມດຽວກັນ ຕ້ອງຍົກສູງຄວາມຮູ້ ກ່ຽວກັບການຫັນເປັນ ດີຈີຕອນ; ສຸມໃສ່ການປະຕິບັດວຽກງານຈຸດສຸມ, ສຳຄັນ.

ຫວ່າງມໍ່ໆ ນີ້, ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານຄະນະກຳມະການແຫ່ງຊາດ ກ່ຽວກັບການຫັນເປັນ ດິີຈິີຕອນ ໄດ້ສະເໜີ 4 ຂໍ້ບຸລິມະສິດການຫັນປ່ຽນດີຈີຕອນ ຄື: ພັດທະນາພື້ນຖານຂໍ້ມູນ; ສົ່ງເສີມບໍລິການ ສາທາລະນະ ຕາມຮູບແບບທາງໄກ; ພັດທະນາພື້ນຖານໂຄງລ່າງ, ພື້ນ ຖານດີຈີຕອນ ແລະ ຮັບປະກັນຄວາມປອດໄພ ທາງ ຄອມພີວເຕີ ແລະ ຄວາມປອດໄພ ຂອງ ຂໍ້ມູນ. ພ້ອມດຽວກັນ ຕ້ອງຍົກສູງຄວາມຮູ້ ກ່ຽວກັບການຫັນເປັນ ດີຈີຕອນ; ສຸມໃສ່ການປະຕິບັດວຽກງານຈຸດສຸມ, ສຳຄັນ.

ໃນໄລຍະທີ່ຜ່ານມາ, ວຽກງານຫັນເປັນ ດີຈີຕອນ ແຫ່ງຊາດ ແລະ ຜັນຂະຫຍາຍໂຄງການພັດທະນາ ການນໍາໃຊ້ຂໍ້ມູນກ່ຽວກັບປະຊາກອນ, ລະບຸ ຮູບປະພັນ ແລະ ຢັ້ງຢືນຄວາມຖືກຕ້ອງທາງ ເອເລັກໂຕຣນິກ ຮັບໃຊ້ ການຫັນເປັນ ດີຈີຕອນ ແຫ່ງຊາດ ໄລຍະ 2022 - 2025, ວິໄສທັດເຖິງປີ 2030 (ໂຄງການ 06) ຂອງ ລັດຖະບານ ໄດ້ຮັບໝາກຜົນດີພໍສົມຄວນ. ຄວາມ​ຮັບ​ຮູ້ ​ແລະ ການ​ກະທຳ ​ກ່ຽວ​ກັບ​ ການ​ຫັນ​ເປັນ ​ດີ​ຈີ​ຕອນ​ ແຫ່ງ​ຊາດ ​ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ, ​ໄດ້​ມີ​ການ​ແຜ່​ລາມ​​ຢູ່ໃນທຸກ​ຂັ້ນ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ. ວຽກ​ງານເຮັດໃຫ້ສົມບູນ ກົດບັນຍັດ, ກົນ​ໄກ ​ແລະ ນະ​ໂຍບາຍ​ ​ສ້າງ​ຂອບ​ເຂດ ​ແລະ ເງື່ອນ​ໄຂທີ່​ສະດວກ​ໃຫ້​ແກ່​ການ​ຫັນ​ເປັນ ​ດີ​ຈີ​ຕອນ​ ແຫ່ງ​ຊາດ​ເວົ້າ​ລວມ, ເວົ້າສະເພາະ​ແມ່ນ​ໂຄງການ 06 ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ.

ເພື່ອປະຕິບັດໂຄງການພັດທະນາ ການນໍາໃຊ້ຂໍ້ມູນ ກ່ຽວກັບປະຊາກອນ, ລະບຸ ຮູບປະພັນ ແລະ ຢັ້ງຢືນຄວາມຖືກຕ້ອງທາງ ເອເລັກໂຕຣນິກ ຮັບໃຊ້ ການຫັນເປັນ ດີຈີຕອນ ແຫ່ງຊາດ ໄລຍະ 2022 - 2025, ວິໄສທັດເຖິງປີ 2030 (ໂຄງການ 06), ຂະແໜງສາທາລະນະສຸກແຂວງ ບັກຢາງ ກຳລັງຊຸກຍູ້ການນຳໃຊ້ບັດປະຈຳຕົວພົນລະເມືອງ ຕິດຊິບ ເອເລັກໂຕຣນິກ ໃນເວລາເຮັດລະບຽບການ ກວດ ແລະ ປິ່ນປົວພະຍາດ ດ້ວຍປະກັນໄພ ສາທາລະນະສຸກ. ມາ​ຮອດ​ປະຈຸ​ບັນ, ທົ່ວ​ແຂວງ​ມີພື້ນຖານກວດ ແລະ ປິ່ນປົວພະຍາດ ປະກັນໄພ ສາທາລະນະສຸກ 252 ແຫ່ງ ໄດ້ໃຊ້ ບັດປະຈຳຕົວພົນລະເມືອງ ແທນ ບັດປະກັນໄພ ສາທາລະນະສຸກ, ບັນລຸ 100%. ພາບ: ດົ່ງຖຸ໋ຍ/VNA

ເສດຖະກິດ ດີຈີຕອນ, ໂຄງສ້າງພື້ນຖານ ດີຈີຕອນ, ພື້ນຖານ ດີຈີຕອນສືບຕໍ່ໄດ້ຮັບການພັດທະນາ. ບັນດາພື້ນຖານຂໍ້ມູນແຫ່ງຊາດ,  ສະເພາະຂະແໜງການ ໄດ້ຊຸກຍູ້ຜັນຂະຫຍາຍ ກໍ່ສ້າງ, ເຊື່ອມຕໍ່ ແລະ ແບ່ງປັນ. ບໍລິການ ສາທາລະນະ ຕາມຮູບແບບທາງໄກ ໄດ້ຊຸກຍູ້ຢ່າງແຂງແຮງ. ວຽກງານຮັບປະກັນຄວາມສະຫງົບປອດໄພ ລະບົບຂໍ້ມູນ ແລະ ຄວາມປອດໄພຂອງ ລະບົບຂໍ້ມູນ, ພື້ນຖານຂໍ້ມູນ, ການປ້ອງກັນຂໍ້ມູນສ່ວນບຸກຄົນ ໄດ້ຮັບຄວາມເອົາໃຈໃສ່ ແລະ ຖືສຳຄັນ. ແຫຼ່ງກຳລັງແຮງ ສໍາລັບການຫັນເປັນ ດີຈີຕອນ ໄດ້ຮັບການລົງທຶນ. ການບໍລິການສາທາລະນະ ຖືກສ້າງຂຶ້ນ, ຮັບໃຊ້ປະຊາຊົນ, ວິສາຫະກິດ ແລະ ການຄຸ້ມຄອງແຫ່ງລັດ. ການ​ຫັນ​ເປັນ​ດີຈີ​ຕອນ ​ປະກອບສ່ວນ​ຊຸກຍູ້​ການ​ເຕີບ​ໂຕ​ທາງເສດຖະກິດ, ຊຸກຍູ້​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ຂອງ​ ປະ​ເທດຊາດ.

ຕາມທ່ານນາຍົກລັດຖະມົນຕີ, ເພື່ອປະຕິບັດ 4 ບຸລິມະສິດ ທີ່ກ່າວມາຂ້າງເທິງ, ຕ້ອງລະດົມແຫຼ່ງກຳລັງ, ການເຂົ້າຮ່ວມ ຂອງ ທັງລະບົບການເມືອງ, ປະຊາຊົນ, ວິສາຫະກິດ ໃນການຈັດຕັ້ງປະຕິບັດ ຢ່າງມີແບບມີແຜນ, ໜັກແໜ້ນ, ໄຫວພິບ ແລະ ຂ້ຽວຂາດ. ໃນນັ້ນສຸມໃສ່ໃນການຊີ້ນຳ, ນຳພາ; ລົງທຶນແຫຼ່ງກຳລັງທັງດ້ານການເງິນ ແລະ ຊັບພະຍາກອນມະນຸດ ເພ່ືອຫັນເປັນດີຈີຕອນ; ສຸມ​ໃສ່​ສ້າງ​ກົດບັນຍັດ ​ເພື່ອ​ແກ້ໄຂ “ຂອດຈໍາກັດ”, ບຸກທະລຸ ເພື່ອການພັດທະນາ; ບັນດາພື້ນຖານດີຈີຕອນ ຕ້ອງມີຄວາມອຸດົມສົມບູນ, ຮອບດ້ານ ແລະ ສະດວກ; ພື້ນຖານຂໍ້ມູນຕ້ອງຮັບ ປະກັນຄວາມ “ຖືກຕ້ອງ, ພຽງພໍ, ສະອາດ, ຄົງຕົວ”.

“ເສດຖະກິດ ດີຈີຕອນ ຕ້ອງເປັນແຮງກະຕຸ້ນ ຂອງ ພື້ນຖານເສດຖະກິດ; ສັງຄົມ ດີຈີຕອນ ຕ້ອງເປັນໜຶ່ງໃນພື້ນຖານ ຂອງ ສັງຄົມພວກເຮົາ; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊີ້ແຈ້ງວ່າ “ວັດ​ທະ​ນະ​ທຳ​ ດີຈີ​ຕອນ ​ຕ້ອງ​ແມ່ນ​ພາກສ່ວນໜ່ຶງ ຂອງພື້ນຖານ ​ວັດ​ທະ​ນະ​ທຳ ​ຫວຽດ​ນາມ ​ທີ່​ກ້າວໜ້າ ເຕັມໄປດ້ວຍສີສັນລັກສະນະຊາດ”.

ກະຊວງຖະແຫຼງຂ່າວ ແລະ ສື່ສານ ໄດ້ອະນຸມັດຜ່ານ ໂຄງການຊຸກຍູ້ການພັດທະນາ ແລະ ນຳໃຊ້ 35 ພື້ນຖານ ດີຈີຕອນ ແຫ່ງຊາດ ເພື່ອຫັນເປັນ ດີຈີຕອນ, ພັດທະນາ ລັດຖະບານ ດີຈີຕອນ, ເສດຖະກິດ ດີຈີຕອນ, ສັງຄົມ ດີຈີຕອນ ແລະ ປັບປຸງເປັນໄລຍະ ແລະ ປະກາດໃຊ້ ແຕ່ລະປີ. ປັດຈຸບັນ, ມີ 7 ພື້ນຖານຂໍ້ມູນແຫ່ງຊາດ (ປະຊາກອນ; ລົງທະບຽນວິສາຫະກິດ; ປະກັນໄພ; ສຳມະໂນຄົວ ເອເລັກໂຕຣນິກ ແຫ່ງຊາດ; ທີ່ດິນແຫ່ງຊາດ; ການເງິນ; ພະນັກງານ, ລັດຖະກອນ) ໄດ້ບູລິມະສິດ ຜັນຂະຫຍາຍ, ເຊື່ອມຕໍ່ ແລະ ແບ່ງປັນ ເພື່ອຮັບໃຊ້ການຈັດຕັ້ງປະຕິບັດ ການບໍລິການ ຂັ້ນພື້ນຖານ, ຈຳເປັນໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ໃຫ້ຮູ້ວ່າ ຄວາມປອດໄພດ້ານຂໍ້ມູນຂ່າວສານ ອິນເຕີເນັດ, ຄວາມປອດໄພ ອິນເຕີເນັດ, ຊັບພະຍາກອນ​ມະນຸດ​ ດີຈີຕອນ, ທັກ​ສະ ​ດີ​ຈີ​ຕອນ, ພົນລະ​ເມືອງ ​ດີ​ຈີ​ຕອນ, ວິສາຫະກິດ ​ດີ​ຈີ​ຕອນ, ​ຊຳລະ ​ດີ​ຈີ​ຕອນ... ລ້ວນແຕ່ມີບາດກ້າວພັດທະນາຢ່າງກ້າວກະໂດດ. ນອກຈາກນັ້ນ, ດ້ວຍການ   ໝູນໃຊ້ ລະຫັດຮູບປະພັນ ເອເລັກໂຕຣນິກ ພົນລະເມືອງ (VNeID), ປະຊາຊົນ ສາມາດສ້າງຂໍ້ມູນດ້ວຍຕົນເອງ ແລະ ສົ່ງໄປຍັງ ບັນດາກະຊວງສະເພາະ ຂະແໜງການ ເພື່ອການຢັ້ງຢືນ ໂດຍບໍ່ຕ້ອງລົງທຶນຫຼາຍ ໃຫ້ບັນດາກະຊວງ ໃນການຫັນເປັນ ດີຈີຕອນ. 

 ການ​ຫັນ​ເປັນ ​ດີຈີ​ຕອນ ​ແມ່ນ​ທ່າ​ອ່ຽງ​ ທີ່ຈຳເປັນຢ່າງເດັດຂາດ ກຳລັງ ​ປະ​ຕິ​ບັດ ​ໃນ​ທົ່ວ​ໂລກ ແລະ ​ຫວຽດ​ນາມ ​ບໍ່​ສາ​ມາດ​ຢືນ​ຢູ່​ຂ້າງ​ນອກ. ການຫັນເປັນດີຈີຕອນ ເປັນວຽກໃໝ່, ຍາກ ແລະ ສະດຸ້ງໄວ, ຮຽກຮ້ອງຕ້ອງມີແຫຼ່ງກຳລັງແຮງ, ເວລາ ແລະ ເງື່ອນໄຂ ທີ່ຈໍາເປັນ ອື່ນໆ. ການ​ຫັນ​ເປັນ​ດີຈີຕອນ​ ໄດ້​ຮັບ​ການ​ກຳນົດ ​ຢູ່​ກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ XIII ຂອງ​ ພັກວ່າ ​ເປັນໜຶ່ງ​ໃນບັນດາໜ້າທີ່ຈຸດສຸມ. ລັດຖະບານ​ ໄດ້ສ້າງ, ​ຜັນ​ຂະຫຍາຍ​ໂຄງການ 06 ​ເພື່ອ ຫັນເປັນຕົວຈິງໜ້າທີ່ວ່າດ້ວຍຫັນເປັນດີຈີຕອນ ເປັນເທື່ອລະກ້າວ. 

ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ


top