ເມື່ອເດືອນເມສາ ວຽນມາ, ໃນບັນຍາກາດຄືກຄື້ນມ່ວນຊື່ນຂອງຊຸມວັນທຳອິດຂອງປີໃໝ່ໄລຍະພຸດທະສັກກະລາດ, ປະຊາຄົມນັກສຶກສາ ລາວ ຢູ່ ຫວຽດນາມ ກໍພາກັນກະກຽມຈັດຕັ້ງບຸນປີໃໝ່ ດ້ວຍຄວາມກະຕືລືລົ້ນ. ປີ 2025, ບຸນປີໃໝ່ລາວ ພສ 2568 ບໍ່ພຽງແຕ່ແມ່ນໂອກາດເພື່ອໃຫ້ນັກສຶກສາລາວ ຢູ່ ຫວຽດນາມ ເຕົ້າໂຮມກັນຈັດງານບຸນ ແລະ ເຈືອຈານກັບບັນຍາກາດຢູ່ທາງບ້ານເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານອັນມີຊີວິດຊີວາຂອງນ້ຳໃຈສາມັກຄີກະຕຸກຊຸກຍູ້ກັນຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງໄວໜຸ່ມລາວ ອີກດ້ວຍ.
ເດີ່ນຫໍພັກນັກສຶກສາລາວ ທີ່ມະຫາວິທະຍາໄລເສດຖະຫິດແຫ່ງຊາດ, ຮ່າໂນ້ຍ ໄດ້ຮັບການປະດັບປະດາເຕັມໄປດ້ວຍສີສັນ
ຕອນແລງຂອງມື້ໜຶ່ງກາງເດືອນເມສາ ທີ່ຮ່າໂນ້ຍ, ຢູ່ເດີ່ນຫໍພັກນັກສຶກສາລາວ ທີ່ມະຫາວິທະຍາໄລເສດຖະຫິດແຫ່ງຊາດ, ຮ່າໂນ້ຍ ພັດໄດ້ຮັບການປະດັບປະດາເຕັມໄປດ້ວຍສີສັນ ແລະ ຄືກຄື້ນມ່ວນຊື່ນກວ່າປົກກະຕິ. ຄົນລະໄມ້ຄົນລະມື, ບັນດາເພື່ອນຜູ້ຊາຍກໍພາກັນຈັດໂຕະຕັງ, ກວດກາເຄື່ອງສຽງ, ວາງອາຫານເຄື່ອງດື່ມຂຶ້ນໂຕະ ເຊັ່ນ ລາບ, ເຂົ້າໜຽວ, ຊະລາດ, ປາໜຶ້ງໝາກນາວ, ຕ່ຳໝາກຮຸ່ງ ມີຄົບ. ສ່ວນບັນດານັກສຶກສາຍິງນຸ່ງຊຸດສິ້ນໄໝ ພ້ອມດ້ວຍດອກຈຳປາໜິບໃສ່ຜົມຍິ່ງເຮັດໃຫ້ເຂົາເຈົ້າມີຄວາມງາມແບບສະເໜ່ ກໍໄດ້ກຽມພ້ອມຕ້ອນຮັບຄູອາຈານ, ການນຳສະຖານທູດ ແລະ ບັນດາໝູ່ເພື່ອນ ຫວຽດນາມ ມາເຂົ້າຮ່ວມບຸນປີໃໝ່ລາວ ພສ 2568.
ນັກສຶກສາລາວໃນຊຸດອາພອນປະຈຳຊາດ
“ພວກນ້ອງໄດ້ກະກຽມງານແຕ່ເດືອນແລ້ວ ນັບທັງຄົນ, ສະຖານທີ່, ອາຫານ, ກະກຽມທຸກຢ່າງ ເພື່ອໃຫ້ງານມື້ນີ້ໄດ້ອອກມາຢ່າງສຳເລັດ. ເຖິງວ່າພວກນ້ອງເປັນນັກສຶກສາ, ງົບປະມານໃນການໃຊ້ຈ່າຍບໍ່ຫຼາຍ ແຕ່ພວກນ້ອງກໍເຮັດອາຫານໃຫ້ອອກມາໄດ້ດີທີ່ສຸດ, ຄືລາບແມ່ນຕ້ອງມີ. ລາບສື່ເຖິງຄວາມໂຊກດີ, ລາບລື່ນ”.
“ພວກນ້ອງຈະພາກັນຕື່ນແຕ່ເຊົ້າ ເພື່ອໄປຕະຫຼາດ, ຈັດໂຕະຈັດຕັ່ງ, ຂົ້ວກິນ ແລະ ຊ່ວຍເຫຼືອກັນແຕ່ເຊົ້າຈຳແລງຈົນງານເລີກ. ນ້ອງຮູ້ສຶກດີໃຈ ແລະ ອົບອຸ່ນຫຼາຍ ທີ່ໝູ່ເພື່ອນໄດ້ຕັ້ງໜ້າຕັ້ງຕາສາມັກຄີກັນເຮັດ”
ບຸນປີໃໝ່ ພສ 2568 ໄດ້ດຳເນີນແຕ່ວັນທີ 13 – 15 ເມສາ 2025. ໃນວັດທະນະທຳອັນເປັນມູນເຊື້ອຂອງລາວ, ບຸນປີໃໝ່ ຈະມີຫຼາຍກິດຈະກຳຄື ໄປວັດໃສ່ບາດຍາດນ້ຳສົງນ້ຳພະ; ຫົດນ້ຳ, ຕົບພະທາດຊາຍ, ປ່ອຍສັດ... ແຕ່ມີພິທີໜຶ່ງທີ່ຂາດບໍ່ໄດ້ໃນໂອກາດນີ້ ນັ້ນແມ່ນພິທີບາສີສູ່ຂວັນ, ມັດແຂນອວຍພອນເຊິ່ງກັນ ແລະ ກັນ.
ຕາມຮີດຄອງປະເພນີຂອງຄົນລາວເຊື່ອວ່າ ຄົນເຮົາມີ 32 ຂວັນຕາມຕົວຮ່າງກາຍຂອງຄົນເຮົາ. ໃນແຕ່ລະປີ, ເຮົາອາດຈະເຮັດຂວັນຕົກເຮ່ຍເສຍຫາຍ, ຫຼືມີເລື່ອງໂສກເສົ້າເສຍໃຈ, ສະນັ້ນ, ໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ເຮົາກໍເຮັດພິທີບາສີສູ່ຂວັນເພື່ອເອີ້ນຂວັນຂອງເຮົາກັບຄືນມາ ເພື່ອໃຫ້ກຳລັງໃຈໃນຊີວິດ ແລະ ຕ້ອນຮັບປີໃໝ່ດ້ວຍສຸຂະພາບເຂັ້ມແຂງ, ຄົບຖ້ວນ, ສົມບູນພູນສຸກ. ດັ່ງນັ້ນ, ບັນດາເພື່ອນນັກສຶກສາລາວ ໄດ້ແບ່ງກັນຫ້າງຫາກະກຽມເຄື່ອງບູຊາໃຫ້ເປັນຢ່າງດີທີ່ສຸດ. ເພື່ອນ ບົວວອນ ພັນທະບົວສີ ພວມຮຽນຕໍ່ປະລິນຍາໂທຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ຮ່າໂນ້ຍ ໃຫ້ຮູ້ວ່າ, ນັກສຶກສາລາວ 148 ຄົນ ໄດ້ພ້ອມກັນນັ່ງພັບໃບຕອງກວ້ຍເພື່ອເຮັດໝາກເບັງ, ເປັຍຝ້າຍມັດແຂນ ແລະ ກະກຽມພາຂວັນ.
“ໃນການກະກຽມພາຂວັນ, ຝ້າຍມັດແຂນ, ໝາກເບັງ, ພວກນ້ອງກໍປະສົບກັບຄວາມຫຍຸ້ງຍາກພໍສົມຄວນ ເພາະວ່າຊື້ເຄື່ອງຢູ່ ຫວຽດນາມ ບໍ່ຄົບ. ແຕ່ພວກນ້ອງກໍພະຍາຍາມກະກຽມດ້ວຍສຸດຄວາມສາມາດ ແລ້ວພາກັນເຮັດແຕ່ເຊົ້າຈົນຄ່ຳ”.
ເພື່ອນ ພອນວິໄລ ອິນທະເສັນ ພວມຮຽນຕໍ່ປະລິນຍາໂທຢູ່ມະຫາວິທະຍາໄລຄົມມະນາຄົມ - ຂົນສົ່ງ ຮ່າໂນ້ຍ ຖືກເຊີນມາເປັນໝໍພອນ, ຜູ້ດຳເນີນພິທີບາສີສູ່ຂວັນ ແລະ ມັດແຂນໃນບຸນປີໃໝ່ນີ້ ໃຫ້ຮູ້ວ່າ:
“ບັນດານັກສຶກສາເປັນຜູ້ກະກຽມພາຂວັນດ້ວຍຕົນເອງ. ເຂົາເຈົ້າເຮັດໄດ້ດີ ແລະ ຄົບຖ້ວນຫຼາຍ. ຂ້າພະເຈົ້າບໍ່ຕ້ອງແນະນຳຫຍັງເລີຍ, ເພາະວ່າແຕ່ຄາວຍັງນ້ອຍຈົນຮອດເມື່ອໃຫຍ່ຂຶ້ນມາ, ເຂົາເຈົ້າຮູ້ ແລະ ເຂົ້າໃຈແຈ້ງວ່າ ພາຂວັນລວມມີຫຍັງແດ່ແລ້ວ”.
ເພື່ອນ ບົວວອນ ພັນທະບົວສີ ມັດແຂນ ແລະ ສົ່ງບັນດາຄຳອວຍພອນອັນດີງາມມາຍັງຄູອາຈານໃນໂອກາດບຸນປີໃໝ່ລາວ
ເພື່ອນ ພອນວິໄລ ອິນທະເສັນ ແບ່ງປັນຕື່ມອີກວ່າ, ໃນຮີດຄອງປະເພນີຂອງລາວ, ໝໍພອນມີບົດບາດສຳຄັນຍິ່ງ. ໃນທຸກການເຄື່ອນໄຫວວັດທະນະທຳທີ່ເປັນມູນເຊື້ອບໍ່ວ່າໜ້ອຍ ຫຼື ໃຫຍ່ ລ້ວນແຕ່ຕ້ອງມີໝໍພອນ. ສຳລັບນັກສຶກສາລາວ ເມື່ອໄປຮຽນຢູ່ຕ່າງປະເທດຢາກຈັດງານບຸນ ແລະ ກິດຈະກຳຕາມຮີດຄອງປະເພນີຂອງລາວ ແມ່ນຍາກທີ່ສຸດ, ເພາະວ່າບໍ່ມີໝໍພອນ. ດັ່ງນັ້ນ, ລາວໄດ້ຕັດສິນໃຈຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ ເພື່ອກາຍເປັນໝໍພອນ. ເຖິງວ່າຍາກກໍຕາມ ແຕ່ລາວກໍຝຶກເປັນແລ້ວ.
ເພື່ອນ ພອນວິໄລ ອິນທະເສັນ ດຳເນີນພິທີບາສີສູ່ຂວັນ
“ເພື່ອກາຍເປັນໝໍພອນ, ທຳອິດພວກເຮົາຕ້ອງມີຄວາມພາກພູມໃຈຕໍ່ວັດທະນະທຳຂອງຊາດເຮົາ, ເວລານັ້ນ ເຮົາບໍ່ຢາກໃຫ້ມັນຖືກສູນເສຍໄປ. ທີສອງແມ່ນ ພວກເຮົາຕ້ອງມີຄວາມເປັນເຈົ້າການໃນການຝຶກຝົນຫຼໍ່ຫຼອມເຈົ້າຂອງ. ຂ້າພະເຈົ້າເຊື່ອໝັ້ນວ່າ ທຸກຄົນສາມາດເຮັດເປັນໝົດ. ຂ້າພະເຈົ້າກໍຫວັງວ່າ ຈະສືບທອດໃຫ້ນັກສຶກສາລຸ້ນຫຼັງ ເພື່ອສາມາດຮັກສາ ແລະ ເສີມຂະຫຍາຍການຈັດບັນດາກິດຈະກຳວັດທະນະທຳຂອງຊາດຕົນຢູ່ຕ່າງປະເທດ. ການຮັກສາ, ກະຕຸກຊຸກຍູ້ສົ່ງເສີມ ແລະ ເຜີຍແຜ່ຄຸນຄ່າວັດທະນະທຳຂອງຊາດຕົນໃຫ້ເພື່ອນມິດໃນໂລກນັ້ນ ແມ່ນຄວາມຮັບຜິດຊອບຂອງປະຊາຊົນໃນຊາດທຸກຄົນ ບໍ່ສະເພາະແຕ່ຄົນຢູ່ພາຍໃນປະເທດ ຫຼື ພວມຮ່ຳຮຽນ, ເຮັດວຽກຢູ່ຕ່າງປະເທດ”.
ບໍ່ພຽງແຕ່ຢູ່ມະຫາວິທະຍາໄລເສດຖະກິດແຫ່ງຊາດຮ່າໂນ້ຍເທົ່ານັ້ນ, ບັນດານັກສຶກສາ ລາວ ທີ່ພວມຮ່ຳຮຽນຢູ່ບັນດາແຂວງ, ນະຄອນຂອງ ຫວຽດນາມ ລ້ວນແຕ່ຈັດຕັ້ງການເຄື່ອນໄຫວສະຫຼອງສະຫຼອງປີໃໝ່ລາວ ເຊັ່ນດຽວກັນ. ພວກເຮົາສາມາດຮູ້ສຶກໄດ້ເຖິງຄວາມເອກອ້າງທະນົງໃຈຕໍ່ປະເທດ, ນ້ຳໃຈຮັກສາ, ຄວາມສາມັກຄີ, ຄວາມເປັນເຈົ້າການ ແລະ ຕັ້ງໜ້າໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳຂອງເຂົາເຈົ້າຜ່ານສີໜ້າທີ່ຍິ້ມແຍ້ມແຈ່ມໃສຕ້ອນຮັບແຂກ, ວິທີຈັບມືກົມຫົວທັກທາຍສະບາຍດີ, ຜ່ານການສົ່ງຄຳອວຍພອນອັນດີງາມໃຫ້ກັນ ຫຼື ຜ່ານວາດຟ້ອນລຳວົງ, ຊຸດສິ້ນໄໝທີ່ເປັນມູນເຊື້ອ ຕະຫຼອດຮອດບັນດາເຍື່ອງອາຫານທີ່ເຂົາເຈົ້າໄດ້ກະກຽມໃນງານບຸນ. ເພື່ອນ ປຣາວິວັດ ໂອນຸສອນ ຫົວໜ້າຄະນະນັກສຶກສາລາວ ຢູ່ ມະຫາວິທະຍຸໄລເສດຖະກິດແຫ່ງຊາດ ແບ່ງປັນວ່າ: ພວກເພື່ອນມີຄວາມໂຊກດີຫຼາຍເມື່ອໄດ້ສຶກສາຮ່ຳຮຽນຢູ່ ຫວຽດນາມ, ໄດ້ຮັບຄວາມເອົາໃຈໃສ່, ການສ້າງເງື່ອນໄຂຈາກການນຳໂຮງຮຽນ, ສະຖານທູດ ໃນການຈັດບັນດາກິດຈະກຳວັດທະນະທຳ, ໄດ້ພົບປະແລກປ່ຽນ, ໂຄສະນາເຜີຍແຜ່ວັດທະນະທຳຂອງຊາດຕົນກັບບັນດາເພື່ອນມິດ ຫວຽດນາມ ແລະ ສາກົນ. ມູນເຊື້ອນີ້ ຈະສືບຕໍ່ໄດ້ຮັບການສືບທອດ ແລະ ທະວີຄູນໃນໝູ່ນັກສຶກສາລາວລຸ້ນຕ່າງໆທີ່ມາຮຽນຢູ່ ຫວຽດນາມ./.